Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂ້າ ແລະ ຂົ່ມຂືນແມ່ໂຕເອງເພາະທາດຢາບ້າ

ຂ້າ ແລະ ຂົ່ມຂືນແມ່ໂຕເອງເພາະທາດຢາບ້າ

Published on

478

ລູກຊາຍໃນຄີງແທ້ໆເມົາຢາບ້າຂ້າແມ່ໂຕເອງໃນຕອນເຊົ້າເວລາ 3:00 ໂມງຂອງວັນທີ 23 ມິຖຸນາ 2016 ນີ້ ຢູ່ບ້ານນາຊິງ ເມືອງພຽງ ແຂວງໄຊຍະບູລີ.

ຈາກແຫລ່ງຂ່າວໄດ້ເປີດເຜີຍວ່າ: ຄາດຕະກອນທາດຢາບ້າລາຍນີ້ ຂົມຂືນ ແລະ ລົງມືເອົາມີດປາດຄໍແມ່ໂຕເອງ ຍ້ອນປ່ວງບ້າເພາະພິດຢາບ້າ.

ຂະນະທີ່ ສະພາບຄົນກິນຢາບ້າ ແລະ ຄ້າຂາຍປັດຈຸບັນຍັງມີທ່າອ່ຽງເພີ່ມຂຶ້ນໃນກຸ່ມໄວໜຸ່ມຍິງຊາຍ, ໄວກາງຄົນ ແລະ ກຸ່ມກໍາມະກອນແບບຮາບ ເຊິ່ງໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບ ແລະ ສ້າງຄວາມວິຕົກກັງວົນໃຫ້ປະຊາຊົນບໍ່ໜ້ອຍເຫັນໄດ້ຈາກສະພາບການຂີ້ລັດງັດແງະ, ຊິງຊັບພົນລະເມືອງ, ຂ້າເຈົ້າເອົາຂອງ, ປຸ້ນສະດົມພົນລະເມືອງ ແລະ ອື່ນໆ. ສັງຄົມສ່ວນໃຫຍ່ຮຽກຮ້ອງໃຫ້ເຮັດການປະຕິວັດກ່ຽວກັບຢາເສບຕິດຮີບດ່ວນດ້ວຍການປາບປາມການຫລິ້ນກິນຟູມເຟືອຍ, ຕັ້ງຮ້ານກິນດື່ມຊະຊາຍຢາຍຢັງບໍ່ຖືກລະບຽບ, ເປີດຮ້ານບັນເທີງກາຍໂມງກາຍເວລາ, ຊາວຕ່າງປະເທດເຂົ້າມາຕັ້ງຮ້ານເສີມສວຍແອບແຝງດ້ວຍວິທີຂາຍບໍລິການ ແລະ ຄ້າສິ່ງເສບຕິດ, ການເຄື່ອນຍ້າຍພົນລະເມືອງຖືກເຊື່ອງອໍາຈາກອໍານາດການປົກຄອງບ້ານ ແລະ ອື່ນໆ.

ອຸທາຫອນສອນໃຈນີ້ແຫຼະຜິດໄພຂອງຢາເສບຕິດ(ຢາບ້າ) ທຳລາຍຄົນທຳລາຍຊາດ ພວກເຮົາເປັນຍຸກໃໝ່ຕ້ອງຫ່າງໃກຢາເສບຕິດ ຢ່າຕົກເປັນທາດຢາເສບຕິດແລ້ວຊີວິດຈະມີຄວາມສຸກ

ພາບ ແລະ ຂ່າວໂດຍ: ປິງແກ້ວ

ທີ່ມາຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...