Homeເກມມາແລ້ວ!! BTOOOM! Online ພ້ອມເຜີຍພາບລະບົບສ້າງໂຕລະຄອນສຸດຄັກ

ມາແລ້ວ!! BTOOOM! Online ພ້ອມເຜີຍພາບລະບົບສ້າງໂຕລະຄອນສຸດຄັກ

Published on

image

ສຳລັບເກມ BTOOOM! Online (Beta) ແມ່ນເປັນເກມທີ່ຖືກສ້າງໂດຍອີງມາຈາກມັງງະເລື່ອງ BTOOOM! ໂດຍຮູບແບບຂອງເກມຈະເປັນແນວລອບສັງຫານດ້ວຍການວາງລະເບີດ ຫຼືທີ່ເອີ້ນວ່າ SBA (Stealth Bomber Action), ເຊິ່ງໂຕເກມນັ້ນຈະຕ້ອງອອນລາຍກັບຜູ້ຫຼິ້ນຄົນອື່ນໂດຍໃຊ້ອາວຸດ BIM ເຊິ່ງເປັນລະເບີດທີ່ມີຄຸນລັກສະນະແຕກຕ່າງກັນ ແລະນຳມາໃຊ້ໂຈມຕີກັນເພື່ອເອົາຊີວິດລອດຈາກເກາະໃຫ້ໄດ້.

image

image

  ຫຼ້າສຸດນີ້ເອງທາງ Asobimo ຜູ້ພັດທະນາເກມມືຖື BTOOOM! Online (Beta) ເທິງລະບົບ iOS ແລະ Android ກໍໄດ້ອອກມາເຜີຍພາບລະບົບສ້າງໂຕລະຄອນທີ່ເອີ້ນວ່າ Charactor Customize ອອກມາໃຫ້ໄດ້ເບິ່ງກັນແລ້ວ!.

image

  ໃນດ້ານຂອງລະບົບ Charactor Customize ຜູ້ຫຼິ້ນຈະສາມາດເລືອກສ້າງໂຕລະຄອນໄດ້ຢ່າງອິດສະຫຼະ ບໍ່ວ່າຈະເປັນສີຕາ, ສີຜົມ, ຊົງຜົມ ນອກນີ້ແລ້ວກໍລວມໄປເຖິງສ່ວນສູງ, ນ້ຳໜັກ ແລະຂະໜາດໜ້າເອິກຂອງໂຕລະຄອນຜູ້ຍິງອີກນຳ!!. ສິ່ງທີ່ໜ້າສົນໃຈອີກຢ່າງກໍເປັນຊິ້ນສ່ວນໜ້າຕາໂຕລະຄອນຈາກມັງງະທີ່ໃຫ້ເຮົາສາມາດເລືອກໃຊ້ກັນອີກນຳ (ຜູ້ຂຽນຄິດວ່າຄົງເປັນແບບຈ່າຍເງິນຊື້ແນ່ນອນ).

image

image

ທ້າຍນີ້ສຳລັບໂໝດ Charactor Customize ຍັງບໍ່ມີລາຍລະອຽດບອກວ່າການສ້າງໂຕລະຄອນຈະສົ່ງຜົນຕໍ່ການຫຼິ້ນເກມຫຼືບໍ່ເຊັ່ນ: ຄວາມໄວ, ຄວາມຊ້າ ແລະຄວາມອຶດຂອງໂຕລະຄອນເປັນຕົ້ນ.

image

image

ທີ່ມາ:online station,Deklao

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...