spot_img
Homeຂ່າວທ້ອງຖິ່ນໂຄງການ​ກໍ່ສ້າງ​ສວນ​ອະນຸສາວະລີ ອົງ​ແກ້ວ ຄືບ​ໝ້າ​ກວ່າ 40%

ໂຄງການ​ກໍ່ສ້າງ​ສວນ​ອະນຸສາວະລີ ອົງ​ແກ້ວ ຄືບ​ໝ້າ​ກວ່າ 40%

Published on

ໂຄງ­ການກໍ່­ສ້າງສວນອະ­ນຸສາວະລີອົງແກ້ວ ເປັນໂຄງ­ການໜຶ່ງທີ່ມີຄວາມ ໝາຍສຳ­ຄັນຂອງແຂວງເຊກອງ ຊຶ່ງໄດ້ມີການເກັບກຳຂໍ້ມູນ, ສຳຫຼວດ, ສຶກສາຄົ້ນ­ຄວ້າຄວາມເປັນໄປໄດ້ ແລະດຳ­ເນີນການສຳຫຼວດອອກແບບໃນປີ 2012 ແລະໄດ້ເລີ່ມລົງ­ມືກໍ່­ສ້າງໃນກາງປີ 2014 ໂດຍມາຮອດປະ­ຈຸບັນ ໂຄງ­ການດັ່ງ­ກ່າວ ໍປະ­ຕິ­ບັດບັນ­ດາໜ້າວຽກໄດ້ 44% ຂອງໜ້າວຽກທັງໝົດ.

ໃນວັນທີ 17 ມີຖຸນາ 2016 ແຂວງເຊກອງ ຈິ່ງໄດ້ຈັດພິ­ທີວາງສີລາຈາ­ລຶກ ໂຄງ­ການກໍ່­ສ້າງສວນອະ­ນຸ­ສາ­ວະ­ລີທ່ານອົງແກ້ວ ວິ­ລະບູລຸດຂອງຊາດລາວ ຢ່າງ ເປັນທາງການໂດຍການເຂົ້າຮ່ວມຂອງ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າ­ແຂວງເຊກອງ, ຕາງ­ໜ້າກະ­ຊວງ ຖວທ, ຄະ­ນະນຳ 4 ແຂວງພາກໃຕ້, ພະ­ນັກ­ງານອາວຸໂສປະ­ຕິ­ວັດ, ສອງກຳ­ລັງປະ­ກອບອາວຸດ ພ້ອມດ້ວຍປະ­ຊາ­ຊົນ 6 ບ້ານເທສະບານ ແຂວງເຊກອງເຂົ້າຮ່ວມ.

ທ່ານ ຄຳຫຼ້າ ແສງມະ­ນີ ຜູ້ອຳ­ນວຍການບໍ­ລິ­ສັດຈະ­ເລີນເຊກອງກໍ່­ສ້າງຄົບວົງຈອນ ຈຳ­ກັດຜູ້ດຽວ ລາຍງານໃນພິ­ທີວ່າ: ໂຄງ­ການກໍ່­ສ້າງສວນອະ­ນຸ­ສາ­ວະ­ລີ ອົງແກ້ວ ມີສະ­ຖານ­ທີ່ຕັ້ງອັນໂດດເດັ່ນສູງສະ­ຫງ່າຢູ່ໃຈ­ກາງເທ­ສະບານແຂວງເຊກອງ,ກວມເອົາເນື້ອ­ທີ່ການກໍ່­ສ້າງທັງໝົດ 4 ເຮັກ­ຕາ, ປະ­ກອບມີ 9 ໜ້າວຽກ, ລວມມູນຄ່າການກໍ່­ສ້າງທັງໝົດ 23,49 ຕື້ກວ່າກີບ ໂດຍແມ່ນພະແນກຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະທ່ອງທ່ຽວແຂວງເຊ ກອງເປັນເຈົ້າຂອງໂຄງ­ການ, ຊຶ່ງໂຄງ ການໄດ້ລິເລີ່ມກໍ່­ສ້າງມາແຕ່ເດືອນພຶດສະ ພາ 2014, ສັນ­ຍາການກໍ່­ສ້າງໄລ­ຍະ 3 ປີ (5 ມີ­ນາ 2015Œ5 ມີ­ນາ 2017), ຊຶ່ງບໍ­ລິ­ສັດຜູ້ຮັບເໝົາລົງ­ທຶນກ່ອນ 100%, ມາເຖິງປະ­ຈຸບັນປະ­ຕິ­ບັດບັນ­ດາໜ້າວຽກໂດຍລວມຂອງໂຄງ­ການໄດ້ 44% ຂອງ ໜ້າວຽກທັງໝົດ.

ໃນນີ້ ພາກ­ສ່ວນດິນຕັດŒຖົມ (ປັບໜ້າ­ດິນ) ປະ­ຕິ­ບັດໄດ້ 33%, ວຽກກັນ ເຈື່ອນ 72%, ອາ­ຄານŒຮ້ານອາ­ຫານ 92%, ຕົກ­ແຕ່ງນ້ຳ­ພຸທັງສອງຈຸດ 73%, ຕົກ­ແຕ່ງເດີ່ນລານອະ­ເນກປະ­ສົງ ແລະ ທາງຍ່າງ 48%, ຖານຕັ້ງອະ­ນຸ­ສາ­ວະ­ລີອົງແກ້ວ 83%, ຖານປະ­ຕິມະກຳທ່ານອົງແກ້ວ 12%, ຮູບປັ້ນຫຼໍ່ທ່ານອົງແກ້ວ ຂີ່ມ້າຢູ່ໃນໄລ­ຍະຜ່ານແບບຢູ່ສູນກາງ, ການເດີນຕາຂ່າຍໄຟ­ຟ້າ ຢູ່ໃນໄລ­ຍະລິ ເລີ່ມການ­ຈັດ­ຕັ້ງປະ­ຕິ­ບັດ.

ທ່ານ ຄຳຫຼ້າ ແສງມະ­ນີ ກ່າວຕື່ມອີກວ່າ: ຜ່ານການ­ຈັດ­ຕັ້ງປະ­ຕິ­ບັດມາເປັນເວ­ລາເກືອບ 2 ປີ ການກໍ່­ສ້າງບໍ່ບັນ­ລຸເຖິງ 50% ຍ້ອນວ່າ ມີອຸ­ປະ­ສັກຫຍຸ້ງ­ຍາກຫຼາຍຢ່າງເປັນ­ຕົ້ນ ການຍົກ­ຍ້າຍປະ­ຊາຊົນໃນພື້ນທີ່ໂຄງ­ການກໍ່­ສ້າງ ແລະເຂດ ຜົນກະ­ທົບອອກຈາກໂຄງ­ການ, ອີກດ້ານໜຶ່ງເຂດໂຄງ­ການກໍ່­ສ້າງເປັນສັນ­ພູສູງສົມ­ຄວນ ຊຶ່ງມີຄວາມຈຳ­ເປັນໃນການ ເຈາະລະ­ເບີດຫີນ  ແລະຕັດດິນມີປະ­ລິ­ມານຫຼາຍສົມ­ຄວນ, ນອກນັ້ນ ກໍມີຄວາມຫຍຸ້ງຍາກ ເນື່ອງຈາກມີການປ່ຽນ­ແປງໂຄງຮ່າງຈັດຕັ້ງຂອງບໍ­ລິ­ສັດ ດັ່ງ­ນັ້ນ ການກໍ່ສ້າງຈິ່ງໄດ້ຢຸດການກໍ່­ສ້າງຊົ່ວ­ຄາວໄລຍະໜຶ່ງ.

ອີກບັນ­ຫາໜຶ່ງຍ້ອນການກໍ່­ສ້າງເບື້ອງຕົ້ນເປັນວຽກທີ່ໜັກ ແລະລະ­ອຽດອ່ອນ ຕ້ອງດຳ­ເນີນງານຢ່າງລະ­ມັດ­ລະ­ວັງເພື່ອບໍ່ໃຫ້ມີຜົນກະ­ທົບຕໍ່ສະ­ພາບແວດລ້ອມ ກໍຄືປະ­ຊາ­ຊົນທີ່­ຢູ່ໃກ້ຄຽງ, ປະ­ຈຸບັນ ທາງບໍລິສັດກໍໄດ້ສືບ­ຕໍ່ດຳ­ເນີນງານ ແລະປະກອບກົນຈັກເຄື່ອງ­ມືເຂົ້າໃນການດຳ­ເນີນວຽກເປັນປົກ­ກະ­ຕິ ແລະຕໍ່ຈາກນີ້ໄປຈະ ເປັນການປັ້ນຫຼໍ່ທ່ານອົງແກ້ວຂີ່ມ້າ ແລະ ວຽກຕົກ­ແຕ່ງປະ­ດັບປະ­ດາ ແລະຄາດວ່າ ໂຄງ­ການກໍ່­ສ້າງດັ່ງ­ກ່າວຈະສຳ­ເລັດໂດຍໄວ ແລະຮັບ­ປະ­ກັນມາດ­ຕະ­ຖານໃນການກໍ່­ສ້າງໃຫ້ມີຄວາມປາ­ນີດສວຍງານພ້ອມທັງຮັບ­ປະ­ກັນຄຸນນະພາບອີກດ້ວຍ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...