Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງໂຣກມະເຮັງລຳໃສ້ ເປັນແນວໃດຢາກຮູ້ຕ້ອງອ່ານ

ອາການຂອງໂຣກມະເຮັງລຳໃສ້ ເປັນແນວໃດຢາກຮູ້ຕ້ອງອ່ານ

Published on

ໃນປັດຈຸບັນມີຜູ້ຄົນລົ້ມປ່ວຍດ້ວຍສາເຫດຂອງມະເຮັງຮຽກໄດ້ວ່າເປັນອັນດັບຕົ້ນໆເລີຍກໍ່ວ່າໄດ້ ໂດຍມັນຈະເກີດຂຶ້ນງຽບໆ ໂດຍທີ່ເຮົາບໍ່ຮູ້ຕົເລີຍວ່າກຳລັງຈະພົບກັບໂຣກຮ້າຍຢູ່ ຢ່າງໂຣກມະເຮັງລຳໃສ້ ກໍ່ເປັນອັນດັບໜຶ່ງໃນບັນດາໂຣກມະເຮັງທັງຫຼາຍ ທີ່ສາມາດເກີດຂຶ້ນໄດ້ ມັນຈະຄ່ອຍໆກໍ່ຕົວ ແລະ ສະແດງອາການເທື່ອລະໜ້ອຍກວ່າຈະຮູ້ຕົວກໍ່ມັກສາຍເກີນແກ້ ສຸຂະພາບ ກັບ ລາວໂພສຕ໌ວັນນີ້ ເຮົາເລີຍມີອາການຂອງໂຣກມະເຮັງລຳໃສ້ ມາໃຫ້ຮູ້ ເພື່ອເປັນຂໍ້ມນດີໆໃນການກວດສຸຂະພາບຂອງຕົນເອງ

cam

ອາການຂອງໂຣກມະເຮັງລຳໃສ້
ຊ່ວງໄລຍະທຳອິດຜູ້ປ່ວຍຈະມີອາການໃດໆ ທີ່ບົ່ງບອກວ່າເປັນມະເຮັງເລີຍ ເຖິງຈະມີສັນຍານເຕືອນແຕ່ກໍ່ບໍ່ຊັດເຈນ ເພາະຫຼາຍໆຄົນມັກຈະຄິດວ່າເປັນເລື່ອງປົກກະຕິ ແລະ ບໍ່ມີໃຜຄິດວ່າຈະເປັນເຖິງຂັ້ນໂຣກມະເຮັງລຳໃສ້ ເຮົາລອງມາກວດສຸຂະພາບໄປພ້ອມໆກັນເລີຍ
– ຮູ້ສຶກວ່າອືດທ້ອງແໜ້ອນທ້ອງເກືອບຈະຕະຫຼອດເວລາ
– ຖ່າຍໜັກອຸດຈະຣະຈະມີເລືອດອອກມາ
– ບາງຄັ້ງຮູ້ສຶກຄືຖ່າຍອອກມາບໍ່ໝົດ ມັກມີອຸດຈະຣະແຂງກັບເຫລວສະລັບກັນ
– ອຸດຈະຣະທີ່ຖ່າຍອອກມາມີກ້ອນນ້ອຍກວ່າເກົ່າ
– ປວດຮາກ, ຮາກ
– ເບື່ອອາຫານ ອ່ອນເພຍ ນ້ຳໜັກຫລຸດ
– ມີອາການທ້ອງບິດ ສະລັບກັບຖອກທ້ອງ
– ຕົວຊີດໂດຍບໍ່ມີສາເຫດ

ລອງກວດເບິ່ງສຸຂະພາບຕົວເອງວ່າຕອນນີ້ມີອາການທີ່ກ່າວມາຂ້າງເທິງນີ້ ຫຼື ບໍ່ ຖ້າຫາກມີອາການທີ່ກ່າວມາທ່ານຄວນຟ້າວໄປພົບແພດດ່ວນ

 

ທີ່ມາ: ເວັບໄຊ໌ ເກຣັດຄວາມຮູ້. ຄອມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...