spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຫົວພັນ ມ້າງ​ເປົ້າ​ໜາຍຄ້າ​ຝິ່ນ​ດິບ ໝັກ 32,5 ກິ​ໂລ

ຫົວພັນ ມ້າງ​ເປົ້າ​ໜາຍຄ້າ​ຝິ່ນ​ດິບ ໝັກ 32,5 ກິ​ໂລ

Published on

ຕາມການເປີດ­ເຜີຍຈາກເຈົ້າໜ້າ­ທີ່ພະແນກສະ­ກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງຫົວ­ພັນໃຫ້ຮູ້ວ່າໃນວັນທີ 14 ມີຖຸນາ 2016 ນີ້ ໄດ້ສົມ­ທົບກັບທິມງານຊາຍແດນຂອງ ແຂວງເຊິນລາ ສສ ຫວຽດ­ນາມອອກຕິດ­ຕາມກວດ­ກາມ້າງ ເປົ້າໝາຍຄ້າ­ຂາຍຢາເສບຕິດຢູ່ເຂດບ້ານນາໝໍ້ເມືອງຊ່ອນ ແຂວງຫົວ­ພັນ ຮອດວັນທີ 15 ມິ­ຖຸ­ນາ 2016 ເວ­ລາ 5:00 ໂມງ ຈິ່ງໄດ້ແບ່ງກຳ­ລັງອອກເປັນສອງຈຸດກວດ­ກາຕິດ­ຕາມ ພົບເຫັນພວກສົງ­ໄສຂີ່ລົດ­ຈັກເຟເກິນບໍ່ມີປ້າຍທະ­ບຽນທັງສອງຄັນມຸ່ງໜ້າມາຕາມເສັ້ນ­ທາງເພື່ອເຂົ້າມາຫາເທ­ສະບານເມືອງຊ່ອນ ແຕ່ຜູ້­ກ່ຽວໄດ້ເຫັນເຈົ້າໜ້າ­ທີ່ຕັ້ງດ່ານກວດພວມໂບກມືຈະລັດລົດ­ຈັກຜູ້ສົງ­ໄສຈິ່ງໄດ້ລ້ຽວລົດກັບຄືນ ແຕ່ຖືກເຈົ້າໜ້າ­ທີ່ຢູ່ຈຸດລັດສະ­ກັດລົດ­ຈັກສອງຄັນເອົາ ໄວ້ໄດ້ ພ້ອມທັງກວດຄົ້ນຕົວຜູ້­ກ່ຽວພົບ ເຫັນຢາ­ຝິ່ນດິບຈຳ­ນວນ 32,5 ກິໂລ ກຣາມ ຈາກນັ້ນ ຈິງນຳພວກຖືກຫາ ທັງສອງມອບໃຫ້ພະແນກສະ­ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວ­ພັນ ເພື່ອທຳການສືບ­ສວນŒສອບສວນ ແລະ ຂະ­ຫຍາຍຜົນຫາຜູ້ຮ່ວມຂະບວນການ.

ຜ່ານການສືບ­ສວນສອບສວນຂອງເຈົ້າໜ້າທີຈິ່ງຮູ້ວ່າ: ຜູ້ຖືກຫາທີ 1 ຊື່ ທ້າວ ໄມ, ອາ­ຍຸ 30 ປີ ແລະຜູ້ທີ 2 ຊື່ທ້າວ ບົວ­ທອງ, ອາ­ຍຸ 39 ປີ ທັງສອງເປັນປະຊາຊົນບ້ານນາໝໍ້ ເມືອງຊ່ອນ ແຂວງຫົວ ພັນ, ທັງສອງໄດ້ຮັບສາ­ລະ­ພາບວ່າຢາ ຝິ່ນດິບຈຳ­ນວນດັ່ງ­ກ່າວເປັນຂອງຕົນແທ້ ຊຶ່ງປະ­ຈຸບັນຄະ­ດີດັ່ງ­ກ່າວຍັງຢູ່ໃນຂັ້ນຕອນຂອງການຂະ­ຫຍາຍຜົນ ເພື່ອຊອກຫາທີ່ໄປທີ່ມາຂອງຢາເສບຕິດດັ່ງ­ກ່າວ ແລະ ຂະ­ຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳ­ເນີນຄະ­ດີຕາມລະ­ບຽບກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...