spot_img
HomePicpost10 ອັນດັບເສັ້ນທາງທີ່ອັນຕະລາຍທີ່ສຸດໃນໂລກ

10 ອັນດັບເສັ້ນທາງທີ່ອັນຕະລາຍທີ່ສຸດໃນໂລກ

Published on

ໂລກອ້ອມຕົວວັນວັນີ້ ເຮົາຈະພາທຸກຄົນມາຮູ້ຈັກ 10 ອັນດັບເສັ້ນທາງທີ່ອັນຕະລາຍທີ່ສຸດໃນໂລກ ເຊ່ງບອກໄດ້ຄຳດຽວເລີຍວ່າແຕ່ລະເສັ້ນທາງໜ້າຫວາດສຽວສຸດໆ ແຕ່ຈະມີເສັ້ນທາງໃດຢູ່ປະເທດໃດແນ່ນັ້ນເຮົາມາເບິ່ງພ້ອມກັນເລີຍ

10. The Tongtian Highway in Zhangjiajie, China

ເສັ້ນທາງນີ້ຢູ່ທີ່ອຸດທະຍານແຫ່ງຊາດເຂົາ Tianmen ມົນທົນ Hunan ປະເທດຈີນ ຕະຫຼອດເສັ້ນທາງຈະຄົດລ້ຽວໄປມາຈົນໄປພົບກັບຖ້ຳ Tianmen ເທິງຍອດເຂົາ ຄວາມຍາວລວມ 10 ກິໂລແມັດ ສູງເໜືອລະດັບໜ້ານ້ຳມທະເລ 200 ແມັດ ມີໂຄ້ງຫັກສອກທັງໝົດ 99 ໂຄ້ງ

2D

9. Trollstigen Road in Norway

“Trollstigen” ມີຄວາມໝາຍວ່າ “ຂັນໄດທໍລະຫົດ” ມີໂຄ້ງອັນຕະລາຍ ແລະ ທາງແຄບຢູ່ເປັນຈຳນວນຫຼາຍ ວັນຄວາມຊັນໄດ້ 9 ອົງສາ ແລະ ໂຄ້ງອັນຕະລາຍ 853 ແມັດ ມີຄວາມສູງເໜືອລະດັບໜ້ານ້ຳທະເລ ໃນປັດຈຸບັນນີ້ບໍ່ອະນຸຍາດໃຫ້ຍານພາຫະນະໃຊ້ເສັ້ນທາງນີ້ອີກຕໍ່ໄປແລ້ວ

Trollstigen Road-an excellent attraction in Norway

8. Stelvio Pass in Italy

ຢູ່ທາງຕະເວັນອອກຂອງເທືອກເຂົາ Alps ໃກ້ເຂດຊາຍແດນ Swiss ມີໂຄ້ງອັນຕະລາຍ 48 ໂຄ້ງ ຢູ່ສູງເໜືອລະດັບນ້ຳທະເລ 2.7 ກິໂລແມັດ ແລະ ເປັນເສັ້ນທາງທີ່ມີລົມແຮງທີ່ສຸດໃນເສັ້ນທາງໜຶ່ງຂອງປະເທດອີກດ້ວຍ ໂຊກດີທີ່ເສັ້ນທາງນີ້ບໍ່ມີຈຸດທີ່ເປັນໜ້າຜາສູງເກີນໄປ

SONY DSC

7.Guoliang Tunnel Road in China

ເສັ້ນທາງທີ່ເຈາະເລາະຕາມພູເຂົາ Taihang ເຮັດເປັນອຸໂມງໃຫ້ລົດສັນຈອນໄປມາໄດ້ ໃຊ້ເວລາສ້າງເຖິງ 5 ປີ ມີຄວາມຍາວ 1.3 ກິໂລແມັດ ຕະຫຼອດເສັ້ນທາງຈະມີສ່ວນທີ່ເຈາະເປັນປ່ອງຢ້ຽມໃຫ້ສາມາດເບິ່ງອອກໄປຊົມວິວທິວທັດທີ່ໜ້າຫວາດສຽວໄດ້

guo10

6.Fairy Meadows Road in Pakistan

ເສັ້ນທາງນີ້ຢູ່ໃນກົ້ນຫຸບເຂົາ Nanga Parbat ພູເຂົາທີ່ສູງເປັນອັນດັບເກົ້າ ຂອງໂລກ Fairy Meadows ນັ້ນເປັນທີ່ຮາບພຽງຂອງຫຸບເຂົາທີ່ມີທິວທັດທຳມະຊາດທີ່ສວຍງາມ ແຕ່ນັ້ນກໍ່ຫຼັງຈາກທີ່ຜ່ານເສັ້ນທາງອັນແສນທໍລະຫົດ ບໍ່ມີຮົ້ວກັ້ນເພື່ອຄວາມປອດໄພ ແລະ ໃຊ້ເວລາ 1 ຊົ່ວໂມງໃນການຜ່ານເສັ້ນທາງສ່ຽງຕາຍເສັ້ນນີ້

89-5

5.Los Caracoles Pass in Chile and Argentina

ເສັ້ນທາງທີ່ຕັດຜ່ານປະເທດ Chile ແລະ Argentina ມີເສັ້ນທາງໂຄ້ງວົກໄປວຽກມາຫຼາຍຮອບ ແລະ ບໍ່ມີຮົ້ວກັ້ນຖະໜົນ ແລະ ເສັ້ນທາງນີ້ກໍ່ປົກຄຸຸມດ້ວຍຫິມະເກືອບຕະຫຼອດປີ

589.1

4.Atlas Mountains Road in Morocco

ເສັ້ນທາງທໍລະຫົດເທິງພູເຂົາ Atlas ທີ່ມີທັງໂຄ້ງບິດ ທັງຫັກສອກໄປມາ ຜູ້ຂັບຂີ່ຈະຕ້ອງມີຄວາມຊຳນານທີ່ສຸດໃນການຂັບຂີ່ລົດຜ່ານເສັ້ນທາງນີ້ ດ້ວຍໄລຍະທາງ 188 ກິໂລແມັດ ໃຊ້ເວລາກວ່າ 4 ຊົ່ວໂມງ ຈິ່ງຈະໄປເຖິງຍອດເຂົາທີ່ມີທິວທັດທຳມະຊາດທີ່ງົດງາມເປັນລາງວັນ

roads-Morocco

3.Col de Turini in France

ເສັ້ນທາງຍອດນິຍົມໃຊ້ແຂ່ງລົດໃນລາຍການແຣລລີ່ Monte Carlo ມີຄວາມສູງ 1.5 ກິໂລແມັດ ມີໂຄ້ງອັນຕະລາຍ 34 ໂຄ້ງ ແຕ່ກໍ່ໄດ້ຊື່ວ່າເປັນຖະໜົນທີ່ມີສະເໜ່ຫຼາຍທີ່ສຸດເສັ້ນໜຶ່ງ

991

2. Dalton Highway in the U.S.

ດ້ວຍເສັ້ນທາງຍາວຍຽດເຖິງ 666 ກິໂລແມັດ ເລີ່ມທີ່ທາງຫຼວງ Elliott ໄປສຸດທີ່ Dead Horseໃກ້ກັບມະຫາສະໝຸດ Arctic ຖະໜົນເສັ້ນນີ້ໃຊ້ຂົນສົ່ງລົດບັນທຸກໄປທີ່ອະລາສກ້າເປັນຫຼັກ

87-1

1.Yungas Road  in Bolivia

ເສັ້ນທາງທີ່ອັນຕະລາຍທີ່ສຸດໃນໂລກມີສາຍາວ່າ “Road of Death” ວ່າກັນວ່າມີຜູ້ເສຍຊີວິດທີ່ຖະໜົນເສັ້ນນີ້ເຖິງ 1,000 ຄົນ ເພາະທາງສັນຈອນທີ່ແຄບ ໂຄ້ງອັນຕະລາຍ ມີໝອກປົກຄຸມໜາແໜ້ນ  ແລະ ບໍ່ມີຂອບຮົ້ວກັ້ນ ມີຄວາມຍາວ 64 ກິໂລແມັດ ຈຸດທີ່ສູງສຸດຢູ່ທີ່ 3 ກິໂລແມັດ ນັບວ່າໂຊກດີທີ່ຕອນນີ້ກຳລັງມີການກໍ່ສ້າງທາງລັດລ້ຽວຈາກຖະໜົນມໍລະນະເສັ້ນນີ້ແລ້ວ

yungas-roads

https://youtu.be/ULJHQvQq6bs

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...