spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມມະເຮັງແພ້ສິ່ງໃດ! ຢາກເອົາຊະນະມະເຮັງຕ້ອງອ່ານ

ມະເຮັງແພ້ສິ່ງໃດ! ຢາກເອົາຊະນະມະເຮັງຕ້ອງອ່ານ

Published on

ໃຜກໍ່ບໍ່ຢາກເປັນມະເຮັງ ແຕ່ຖ້າເກີດເປັນແລ້ວຫຼາຍຄົນກໍ່ຈຳເປັນເລືອກວິທີຮັກສາດ້ວຍວິທີທີ່ຮຽນວ່າ “ຄີໂມ” ເຊິ່ງພວກເຮົາຮູ້ດີວ່າຄີໂມສາມາດຂ້າເຊື້ອມະເຮັງໄດ້ເປັນຢ່າງດີ ແຕ່ກໍ່ຕ້ອງເສຍບາງສິ່ງບາງຢ່າງໃນຮ່າງກາຍໄປ ວັນນີ້ເຮົາມາຮຽນຮູ້ຂໍ້ມູນກ່ຽວກັບໂຣກມະເຮັງ ຈາກໂຮງໝໍ ຈອນຫ໌ ຮອບກິນສ໌ ເລື່ອງຈິງທີ່ທ່ານໝໍບໍ່ເຄີຍບອກກັນດີກວ່າ

1. ທຸກໆຄົນມີເຊລມະເຮັງໃນຮ່າງກາຍ: ແຕ່ເຊລມະເຮັງເຫຼົ່ານີ້ຈະບໍ່ປະກົດ ຫຼື ກວດສອບບໍ່ໄດ້ຈົນເຖິງມັນຂະຫຍາຍຕົວເພີ່ມຂຶ້ນໃນລະດັບພັນລ້ານເຊລ ເຊິ່ງເຊລມະເຮັງອາດເກີດຂຶ້ນ 6-10ຄັ້ງ ໃນຊ່ວງອາຍຸຂອງຄົນໆໜຶ່ງ ແຕ່ເມື່ອລະບົບພູມຄຸ້ມກັນຂອງຮ່າງກາຍຂອງເຮົາແຂງແຮງພຽງພໍ ເຊລມະເຮັງກໍ່ຈະຖືກທຳລາຍ ຫຼື ຫົດຕົວໄປ ແລະ ບໍ່ມີການຂະຫຍາຍຕົວເປັນເນື້ອງອກຕໍ່ໄປ

2. ມະເຮັງຄືຄວາມບົກຜ່ອງທາງໂພສະນາການ: ການເປັນມະເຮັງສື່ໄດ້ວ່າຄົນໆນັ້ນມີຄວາມບົກຜ່ອງທາງໂພສະນາການ ເຊິ່ງອາດເກີດຈາກສິ່ງແວດລ້ອມ ອາຫານ ແລະ ປັດໄຈອື່ນໆໃນການດຳລົງຊີວິດ ເຊິ່ງການຈະເອົາຊະນະພາວະບົກຜ່ອງທັງຫຼາຍກ່ຽວກັບໂພສະນາການໄດ້ ກໍ່ຕ້ອງມີການປ່ຽນແປງປະເພດຂອງອາຫານທີ່ກິນເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານບາງຢ່າງທີ່ຈະຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງຂຶ້ນໄດ້

3. ຄີໂມເປັນພິດກັບທັງເຊລດີ ແລະ ເຊລບໍ່ດີ: ການເຮັດຄີໂມຄື ການໃຫ້ສານເຄມີທີ່ມີຄວາມເປັນພິດກັບເຊລມະ ເຮັງທີ່ກຳລັງຈະຂະຫຍາຍຕົວຢ່າງໄວວາ ແຕ່ຂະນະດຽວກັນ ມັນກໍ່ຈະທຳລາຍເຊລດີທີ່ກຳລັງຂະຫຍາຍຕົວຢ່າງໄວວາເຊັ່ນດຽວກັນ ບໍ່ວ່າຈະເປັນເຊລໃນໄຂກະດູກ ລະບົບທາງເດີນອາຫານ ເປັນຕົ້ນ ເຊິ່ງລ້ວນແຕ່ເປັນສາເຫດທີ່ເຮັດໃຫ້ອະໄວຍະວະບາງສ່ວນຖືກທຳລາຍໄປເຊັ່ນ: ຕັບ, ໝາກໄຂ່ຫຼັງ, ຫົວໃຈ, ປອດ ເປັນຕົ້ນ.

4. ມະເຮັງແພ້ຄີໂມ ແຕ່ຖ້າເຮັດດົນກໍ່ຍິ່ງເປັນໂທດ: ການບຳບັດໂດຍຄີໂມ ແລະ ການສາຍລັງສີມັກຈະຊ່ວຍຫຼຸດຂະໜາດຂອງເນື້ອງອກໄດ້ໃນຊ່ວງເວລາທຳອິດ ຢ່າງໃດກໍ່ຕາມ ຖ້າເຮັດໄປດົນໆຈົນເຖິງຈຸດໜຶ່ງ ມັກຈະບໍ່ພົບວ່າມີຜົນທຳລາຍເຊລເນື້ອງອກແຕ່ຢ່າງໃດ

ເຊິ່ງເມື່ອຮ່າງກາຍໄດ້ຮັບສານພິດຈາກການເຮັດຄີໂມ ຫຼື ການສາຍລັງສີຫຼາຍເກີນໄປ ລະບົບພູມຕ້ານທານອາດຖືກທຳລາຍລົງໄດ້ ດັ່ງນັ້ນຈຶ່ງມັກພົບວ່າໄດ້ ດັ່ງນັ້ນຈິ່ງມັກພົບວ່າຜູ້ປ່ວຍອາດຕົກຢູ່ໃນອັນຕະລາຍຈາກການຕິດເຊື້ອຫຼາຍຊະນິດ ແລະ ຍັງເຮັດໃຫ້ມີຫຼາຍໂຣກແຊກຊ້ອນເກີດຂຶ້ນມາອີກດ້ວຍ

5. ມະເຮັງແພ້ອົກຊີເຈນ 

ເຊລມະເຮັງບໍ່ສາມາດຈະເລີນເຕີບໃຫຍ່ໄດ້ໃນພາວະທີ່ມີອົກຊີເຈນເປັນຈຳນວນຫຼາຍ ດັ່ງນັ້ນ ການອອກກຳລັງກາຍທຸກວັນ ແລະ ການຫາຍໃຈເລິກໆຈະຊ່ວຍໃຫ້ຮ່າງກາຍໄດ້ຮັບອົກຊີເຈນເພີ່ມຂຶ້ນຈົນໄປເຖິງລະດັບເຊລ ແລະ ເປັນວິທີການບຳບັດທີ່ໃຊ້ໃນການທຳລາຍເຊລມະເຮັງໄດ້ເປັນຢ່າງດີ

6. ອາຫານແບບໃດທີ່ບໍ່ຄວນກິນເມື່ອເປັນມະເຮັງ 

ວິທີທີ່ດີທີ່ສຸດໃນການກຳຈັດມະເຮັງ ຄື ການບໍ່ໃຫ້ເຊລມະເຮັງໄດ້ຮັບອາຫານເພື່ອຈະຂະຫຍາຍຕົວ ໂດຍອາຫານທີ່ມີຜົນຕໍ່ການເຕີບໃຫຍ່ຂອງເນື້ອຮ້າຍ (ມະເຮັງ) ໄດ້ແກ່

1. ນ້ຳຕານ 

ອາຫານມັກຂອງມະເຮັງແມ່ນນ້ຳຕານ  ສະນັ້ນຄົນເປັນມະເຮັງຫ້າມກິນນ້ຳຕານ

2. ເກືອສຳເລັດຮູບ 

ເກືອເຫຼົ່ານີ້ລ້ວນໃຊ້ສານເຄມີໃນການຟອກຂາວ ຈິ່ງຄວນເລືອກບໍລິໂພກ ເກືອທະເລແທນ

3. ນົມ 

ນົມເປັນສາເຫດທີ່ເຮັດໃຫ້ຮ່າງກາຍຜະລິດເມືອກ ໂດຍສະເພາະລະບົບທາງເດີນອາຫານ ເຊິ່ງເຊລມະເຮັງຈະຮັບອາຫານໄດ້ດີ ສະນັ້ນຖ້າຢາກດື່ມນົມແທ້ໆ ຈິ່ງຄວນດື່ມນົມຖົ່ວເຫຼືອງຊະນິດຣົດຈີດ ເພາະຈະເຮັດໃຫ້ເຊລມະເຮັງບໍ່ໄດ້ຮັບສານອາຫານ

4. ຫຼີກລ່ຽງເນື້ອສັດບາງຊະນິດ

ເຊລມະເຮັງຂະຫຍາຍຕົວໄດ້ດີໃນພາວະທີ່ເປັນກຣົດ ເຊິ່ງການກິນອາຫານຈຳພວກເນື້ອ ຈະສ້າງພາວະກຣົດໃຫ້ເກີດຂຶ້ນໃນຮ່າງກາຍ ອີກທັງໂປຣຕິນຈາກເນື້ອສັດຈະຍ່ອຍຍາກ ແລະ ຕ້ອງການເອັນໄຊມ໌ຫຼາຍຊະນິດໃນການຍ່ອຍ ຫຼື ອາກເຮັດໃຫ້ເກີດການບູດເນົ່າແລະ ມີຄວາມເປັນພິດຫຼາຍຂຶ້ນໄດ້ ດັ່ງນັ້ນຈິ່ງຄວນຫັນໄປກິນ ປາ ຈະດີທີ່ສຸດ

5. ເນັ້ນກິນຜັກຫຼາຍໆ

ຕ້ອງພະຍາຍາມເສີມພາວະຕ່າງໆໃນຮ່າງກາຍ ໂດຍການກິນອາຫານປະເພດຜັກສົດ, ນ້ຳຜັກໝາກໄມ້, ພືດປະເພດຖົ່ວເປືອກແຂງ ແລະ ໝາກໄມ້

6. ຫຼີກລ່ຽງການດື່ມກາເຟ, ຊາ ແລະ ຊັອກໂກແລັດ

ເນື່ອງຈາກເຄື່ອງດື່ມຈຳພວກນີ້ມີຄາເຟອີນສູງ ຫາກຕ້ອງການດື່ມຊາແມ່ນໃຫ້ເນັ້ນດື່ມຊາຂຽວ ເນື່ອງຈາກຊາຂຽວມີຄຸນສົມບັດໃນການຕ້ານມະເຮັງໄດ້ ສ່ວນການດື່ມນ້ຳແມ່ນດື່ມນ້ຳບໍລິສຸດ, ນ້ຳແຣ,  ເພື່ອຫຼີກລ່ຽງທັອກຊິນ ແລະ ໂລຫະໜັກໃນນ້ຳປາປາ

7. ມະເຮັງແພ້ສານເສີມອາຫານທີ່ມີປະໂຫຍດ 

ສານອາຫານບາງຢ່າງຈະຊ່ວຍພູມຄຸ້ກັນ ເພື່ອໃຫ້ເຊລຂອງຮ່າງກາຍສາມາດກຳຈັດເຊລມະເຮັງໄດ້ດີຂຶ້ນ

8. ມະເຮັງແພ້ຈິດໃຈທີ່ເຂັ້ມແຂງ

ມະເຮັງເປັນໂຣກທີ່ສຳພັນກັບຈິດໃຈ ການຄິດໃນແງ່ບວກຈະເຮັດໃຫເຮົາສາມາດຢູ່ລອດປອດໄພຈາກມະເຮັງໄດ້ ດັ່ງນັ້ນ ຖ້າສາມາດລະງັບຄວາມໃຈຮ້າຍ ໂມໂຫ ຖ້າຮູ້ຈັກເຮັດຈິດໃຈຜ່ອນຄາຍ ທ່ານຈະມີຄວາມສຸກກັບຊີວິດຫຼາຍຂຶ້ນ

9. ເລືອກຮັກສາຜິດສ່ຽງຕາຍໄດ້ງ່າຍໆ

ການເຮັດຄີໂມ ແລະ ການສາຍລັງສີອາດເຮັດໃຫ້ມະເຮັງກາຍພັນ ດື້ຢາ ແລະ ຍາກຕໍ່ການທຳລາຍ ສ່ວນການຜ່າຕັດກໍ່ເປັນສາເຫດໜຶ່ງທີ່ເຮັດໃຫ້ເຊລມະເຮັງກະຈາຍໄປທົ່ວຮ່າງກາຍໄດ້

ທີ່ມາ: http://www.rak-sukapap.com/2016/06/blog-post_425.html

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...