ແຕ່ກີ້ແຕ່ກ່ອນນານມາແລ້ວ…
ມີເຕົ່າໂຕໜຶ່ງ ອາໄສຢູ່ໃນປ່າເລິກ ມັນມີຊີວິດຢູ່ຢ່າງສຸກສະບາຍ ໄຮ້ເຊິ່ງຄວາມລຳບາກ . ສັດຊະນິດຕ່າງໆ ເປັນ ຕົ້ນວ່າ : ຊ້າງ, ເສືອ, ສິງ, ກະທິງ, ແຮດ ແລະ ນົກ, ໜູ, ໝູ, ງູ… ຕ່າງກໍອິດສາເຕົ່າໂຕນີ້ ເພາະເຫດວ່າ ມັນບໍ່ເຄີຍຖືກທຳຮ້າຍຈາກໃຜ ແລະບໍ່ເຄີຍມີສັດຊະນິດໃດມາແຕະຕ້ອງໄດ້.
ແຕ່ລະມື້ ໂຕເຕົ່າ ມັກຫາກິນໄປຕາມປ່າຕາມດົງຢ່າງມີຄວາມສຸກ ບາງຄັ້ງກໍພົບກັບໝາກໄມ້ອັນມີລົດຫວານ, ບາງຄັ້ງກໍພົບກັບດອກເຫັດອັນແຊບນົວ…
ເມື່ອກາຍໄປເຮືອນຮັງຂອງສັດແຕ່ລະຊະນິດ ເຕົ່າມັກຈະເວົ້າສຽງດັງໆ ຊັກຊວນໃຫ້ອອກຫລິ້ນໄປຫາກິນນຳກັນ ສ່ວນຫລວງຫລາຍແລ້ວ ບໍ່ຄ່ອຍມີໃຜຢາກໄປນຳພໍເທົ່າໃດ ເພາະວ່າ ເຊື້ອສາຍລາຍລ່ອງແຕກຕ່າງກັນ ອີກຢ່າງໜຶ່ງໂຕເຕົ່າມັນກໍຍ່າງຊ້າມະຫາຊ້າ.
ມີສິ່ງໜຶ່ງທີ່ສັດໂຕເຕົ່າມີລັກສະນະພິເສດຈາກສັດອື່ນໆກໍຄື ຄວາມອວດອົ່ງທະນົງໂຕ ສິ່ງນີ້ມັນເປັນກ້ອນກົມໆຕິດຢູ່ໃນຫົວຂອງເຕົ່າບໍ່ເຄີຍຫາຍໄປໃສ ? ມັນພູມອົກພູມໃຈກັບມູນມໍລະດົກອັນນີ້ຫລາຍ ເມື່ອມັນໄປພົບໜ້າພໍ້ຕາກັບໃຜ ກໍຈະເອົາສິ່ງນີ້ມານຳໃຊ້ ແລ້ວເວົ້າຖາກຖາງໄປທົ່ວ ເຮັດໃຫ້ສັດໂຕອື່ນບໍ່ມັກເປັນພິເສດ.
ໃນມື້ນີ້ ໂຕເຕົ່າອອກໄປທ່ຽວຫລິ້ນຫາກິນຕາມເຄີຍ ຄືດັ່ງທີ່ເປັນມາ. ມັນວາດຝັນເຖິງອາຫານທີ່ຈະໄດ້ກິນໃນອີກບໍ່ດົນ ແລະເລາະເບິ່ງທຳມະຊາດຕ່າງໆອັນສວຍງາມ ເປັນຕົ້ນວ່າ : ຕົ້ນຍາງໃຫຍ່, ຕົ້ນດູ່ໃຫຍ່, ຕົ້ນໄມ້ໃຫຍ່ໆ… ມັນແຫງນເບິ່ງກ້ອນຂີ້ເຝື້ອຢູ່ເທິງຟ້າ ຂາວນວນດັ່ງກັບປຸຍຝ້າຍ ທ້ອງຟ້າງາມເປັນສີຄາມເຈີດຈ້າ ແລ້ວກໍຍິ້ມຢ່າງມີຄວາມສຸກ.
ໃນຂະນະນັ້ນ ມີນົກອິນຊີໂຕໜຶ່ງ ບິນຜາດໂຜນຜ່ານມາທາງນັ້ນ ພໍດີສາຍຕາຂອງມັນພົບບັນຈົບກັບເຕົ່າທັນທີ ແລະຄິດຢູ່ໃນໃຈວ່າ “ມື້ນີ້ ແມ່ນມື້ເຮັງຊວຍຂອງກູນໍ້ ? ຊອກຫາກິນທາງໃດກະບໍ່ໄດ້! ເທວະດາຟ້າແຖນເອີຍ ເປັນຫຍັງຈຶ່ງເປັນແບບນີ້ ຊ້ຳບໍ່ໜຳໄດ້ມາພົບພໍ້ກັບເຕົ່າໂຕຂີ້ອວດອີກ”
“ທ້າວນົກອິນຊີເອີຍ! ເປັນຫຍັງເຈົ້າຈຶ່ງບິນແຕ່ຢູ່ເທິງຟ້າແທ້? ລົງມາຍ່າງຫລິ້ນນຳຂ້ອຍແມະ!” ເຕົ່າເວົ້າຊັກຊວນນົກອິນຊີທີ່ບິນຢູ່ດ້ວຍສຽງແຮງໆຂອງມັນ
“ອັນນີ້ເປັນວິຖີຊີວິດຂອງຂ້ອຍ ເຈົ້າບໍ່ເຂົ້າໃຈຫຍັງດອກ?” ນົກອິນຊີຕອບ
“ເຈົ້າມັນໂງ່ຈ້າແທ້ໆ! ຢູ່ແຕ່ເທິງອາກາດບໍ່ໄດ້ເຫັນສັດທຸກໆຊະນິດຄືກັບຂ້ອຍ ແລະນັບທັງຕົ້ນໄມ້ໃບຫຍ້າອັນຂຽວງາມເຫລົ່ານີ້ພ້ອມ!” ເຕົ່າອວດອ້າງສິ່ງທີ່ຕົນໄດ້ພົບເຫັນມາ
“ຢູ່ເທິງຟ້ານີ້ ງາມຍິ່ງກວ່າທີ່ເຈົ້າເວົ້າມາຫລາຍຕໍ່ຫລາຍຢ່າງ ເປັນຕົ້ນວ່າ ກ້ອນຂີ້ເຝື້ອທີ່ລ່ອງລອຍໄປມາຄືກັບປຸຍຝ້າຍ, ແສງຕາເວັນທີ່ສອດສ່ອງລົງມາແຕ່ເທິງຟ້າປານທອງຄຳ ນອກຈາກນັ້ນ ຂ້ອຍກະຍັງເຫັນການດຳລົງຊີວິດຂອງຜູ້ຄົນແລະສັດນຳອີກ ດ້ວຍການບິນໄປບ່ອນນັ້ນ ບ່ອນນີ້” ນົກອິນຊີສາທະຍາຍໃນສິ່ງທີ່ຕົນໄດ້ເຫັນມາ ພ້ອມທັງຕົບປີກດັງພັບໆ.
“ເຈົ້າມັນບໍ່ຮູ້ຫຍັງເລີຍ? ເຈົ້າບໍ່ສະຫລາດຄືກັບຂ້ອຍ” ເຕົາອວດອ້າງສັບພະຄຸນຂອງຕົນ “ໃຜໆກະຮູ້ວ່າ ຢູ່ໃນປ່າດົງພົງໄພແຫ່ງນີ້ ຂ້ອຍສະຫລາດທີ່ສຸດ ບໍ່ມີສັດຊະນິດໃດສາມາດທຳຮ້າຍຂ້ອຍໄດ້”
“ໃຜທີ່ເວົ້າແບບນີ້ ແມ່ນຫລົງຕົນເອງເປັນທີ່ສຸດ ດຽວເຈົ້າຈະເສຍໃຈໃນພາຍຫລັງ” ນົກອິນຊີຕອບ
“ເຈົ້າຄິດວ່າ ສັດຢ່າງເຈົ້ານັ້ນຊິມາສູ້ອິຫຍັງກັບຂ້ອຍໄດ້!”
“ລໍຖ້າເບິ່ງເດີ້ ຂ້ອຍຊິເຮັດໃຫ້ເຈົາໄດ້ເບິ່ງ!”
ທັນໃດນັ້ນ ນົກອິນຊີໄດ້ບິນລົງມາທາງພື້ນດິນຢ່າງໄວວາ ແລ້ວເອົາເລັບຕີນອັນແຫລມຄົມສອງອັນນັ້ນ ຈັບບກະດອງເຕົ່າໃຫ້ແໜ້ນ ເຕົ່າຟ້າວເອົາຫົວຫົດເຂົ້າໄປໃນກະດອງອັນສວຍງາມແລະແຂງແກ່ນຂອງຕົນ ແລ້ວນົກກໍບິນຂຶ້ນທັນໄປເທິງຟ້າທັນທີ.
“ຮຶຮຶ ບໍ່ເຄີຍມີໃຜສາມາດເອົາຊະນະຂ້ອຍໄດ້” ເຕົ່າລໍາພັນຢູ່ໃນໃຈ
ເມື່ອນົກອິນຊີບິນຜາດໂຜນມາໄດ້ໜ້ອຍໜຶ່ງ ສາຍຕາຂອງມັນຫລຽວເຫັນສິ່ງໃດສິ່ງໜຶ່ງເປັນກ້ອນແຫລມຄົມ ຍາມຕ້ອງກັບແສງດວງຕາເວັນມີສີເຫລື້ອມກະທົບຕາ.
ເຕົ່າປ່ອນຫົວອອກຈາກກະດອງຂອງຕົນ
“ໂອ້ ເທວະດາຟ້າແຖນ ຂ້ອຍສາມາດບິນໄດ້ແລ້ວ! ຂ້ອຍມີພະລັງວິເສດ! ເບິ່ງດຸພຸ້ນ! ທ້ອງຟ້າອັນງົດງາມ ກ້ອນຂີ້ເຝື້ອອັນຂາວນວນ” ເຕົ່າຍັງອວດອ້າງຄວາມອັດສະຈັນຂອງຕົນ ໂດຍທີ່ບໍ່ຮູ້ວ່າກະດອງຂອງຕົນຖືກນົກອິນຊີຈັບບິນຢູ່ເທິງຟ້າ
“1…2…3…!ຂ້ອຍຂໍອຳລາກັບເຈົ້າເປັນຄັ້ງສຸດທ້າຍ ເຕົ່າຜູ້ວິເສດວິໂສເອີຍ!” ນົກອິນຊີວາງເຕົ່າລົງ ທີ່ຊື່ກັບກ້ອນຫີນອັນແຫລມຄົມ ກອງກັນຢູ່ກ້ອນບັກໃຫຍ່
“ຮາຮາຮາ ຂ້ອຍກຳລັງບິນລົງສູ່ພື້ນດິນແລ້ວ ມັນໄວວາອີຫລີ” ຄຳເວົ້າຂອງເຕົ່າຄັງສຸດທ້າວ
“ປົວະ!” ສຽງກະດອງເຕົ່າແຕກກະເຈີດກະເຈີງ ເລືອດສີແດງໄຫລໄປທົ່ວ ນົກອິນຊີຍິ້ມຢ່າງມີຄວາມສຸກ ບິນເຈີດລົງມາຢ່າງຜູ້ຊະນະ ແລ້ວຢ່ອນປາກລົງໄປກິນກັບຊີ້ນອັນແຊບນົວເຫລົ່ານັ້ນ ຮູ້ສຶກວ່າ ມັນເປັນອາຫານທີ່ແຊບນົວທີ່ສຸດ ທີ່ເຄີຍກິນມາໃນຊີວິດ.
“ຈົບ”
21/1/2016