spot_img
Homeຂ່າວການພັດທະນາລາວ-ກຳປູເຈຍສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື

ລາວ-ກຳປູເຈຍສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື

Published on

ໃນວັນທີ 17 ມິຖຸນາ 2016 ນີ້ ທີ່ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ປຣາກ ໂຊຄົນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ລາຊະອານາຈັກ ກຳປູເຈຍ ພ້ອມຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 16-17 ມິຖຸນາ 2106 ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດົນນານລະຫວ່າງ ລາວ-ກຳປູເຈຍ.

ການພົບປະສອງຝ່າຍຄັ້ງນີ້ໄດ້ຕີລາຄາ ແລະ ທົບຄືນກ່ຽວກັບຂົງເຂດວຽກງານທີ່ສອງຝ່າຍຈັດຕັ້ງປະຕິບັດຮ່ວມກັນຈາກອະດີດເຖິງປັດຈຸບັນເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການຮ່ວມມື, ຄວາມສາມັກຄີ ແລະ ມິດຕະພາບທີ່ເປັນມູນເຊື້ອຍາວນານຂອງຊາດໃຫ້ມີຄວາມໜັກແໜ້ນຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆ ຕະຫລອດຮອດທ້ອງຖິ່ນ. ພ້ອມນີ້ສອງຝ່າຍເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆຢ່າງເປັນປົກກະຕິ;ເພີ່ມທະວີການປະຕິບັດບັດດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ຕົກລົງນຳກັນໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳ; ສືບຕໍ່ເພີ່ມທະວີການຮ່ວມມືກັນໃນການຮັກສາຄວາມສະຫງົບ, ສະກັດກັ້ນການເຄື່ອນໄຫວຂອງຄົນບໍ່ດີ, ການລັກລອບຂົ່ນສົ່ງ-ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ ເພື່ອຮັກສາສັນຕິພາບ, ສະເຖຍລະພາບລຽບຕາມເສັ້ນຊາຍແດນຂອງສອງປະເທດ; ສືບຕໍ່ສົ່ງເສີມກົນໄກການຮ່ວມມື ຄະນະກຳມະທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ (JC)ຂອງສອງປະເທດ, ເຊິ່ງລວມມີດ້ານການ ເມືອງ, ເສດຖະ ກິດ-ການຄ້າ, ການຄົມມະນາຄົມ, ການລົງທຶນ, ການສຶກສາ,ວັດທະນາທຳ ແລະ ອື່ນໆ; ສອງຝ່າຍເຫັນດີສ້າງຕັ້ງສະຖານກົງສູນໃຫຍ່ຂອງສອງປະເທດຢູ່ປະເທດຂອງກັນ ເຊິ່ງຝ່າຍລາວຕັ້ງຢູ່ ແຂວງຊຽງແຕງຂອງກຳປູເຈຍ ແລະ ຝ່າຍກຳປູເຈຍຕັ້ງຢູ່ ແຂວງຈຳປາສັກ ຂອງລາວ, ເຊິ່ງຈະຈັດພິທີເປີດຢ່າງເປັນທາງການໃນໄວໆນີ້; ເຫັນດີສືບຕໍ່ປັກຫຼັກໝາຍຊາຍແດນຂອງສອງປະເທດທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ; ຕົກລົງເຫັນດີກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາ ເພື່ອເຊື່ອມຈອດລະຫວ່າງສອງປະເທດ; ຊຸກຍູ້ໃຫ້ມີການລົງທຶນ, ການຄ້າຮ່ວມກັນຫລາຍຂຶ້ນ ໂດຍສະເພາະໃຫ້ເຂົ້າໄປລົງທຶນຢູ່ໃນປະເທດຂອງກັນ ແລະ ກັນ, ການຄ້າລະຫວ່າງແຂວງທີ່ມີຊາຍແດນຕິດຈອດກັນ; ແລະ ດ້ານການສຶກສາສອງຝ່າຍເຫັນດີເປັນເອກະພາບເພີ່ມທຶນແລກປ່ຽນການສຶກສາລະດັບປະລິນຍາຕີ ລະຫວ່າງສອງລັດຖະບານເປັນ 15 ທຶນຕໍ່ປີ.ນອກນັ້ນ, ສອງຝ່າຍຍັງເຫັນດີໃຫ້ການຮ່ວມມືກັນຢ່າງໃກ້ຊິດ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: CLV, CLMV, ACMEC, ASEAN, UN, GMS ແລະ ອື່ນໆ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...