spot_img
Homeຂ່າວການພັດທະນານັກທຸລະກິດລາວຈົກຖົງຕົນເອງປູກໄມ້ໃຫ້ໄດ້ 4 ລ້ານຕົ້ນເພື່ອຄືນຄວາມອຸດົມສົມບູນໃຫ້ທໍາມະຊາດ

ນັກທຸລະກິດລາວຈົກຖົງຕົນເອງປູກໄມ້ໃຫ້ໄດ້ 4 ລ້ານຕົ້ນເພື່ອຄືນຄວາມອຸດົມສົມບູນໃຫ້ທໍາມະຊາດ

Published on

 ໃນວັນທີ 17 ມິຖຸນາ 2016 ນີ້, ທ່ານ ຄໍາໄພ ສົມຊະນະ ນັກທຸລະກິດລາວ, ປະທານກຸ່ມບໍລິສັດຄໍາໄຊະນະກໍ່ສ້າງ, ປະທານສະມາ ຄົມເຟີນີເຈີລາວໄດ້ບອກວ່າໄດ້ຕັດສິນໃຈຈົກເງິນຈາກຖົງຂອງຕົນເອງເພື່ອປູກໄມ້ໃຫ້ໄດ້ 4 ລ້ານຕົ້ນໃນເນື້ອທີ່ 10 ເຮັກຕາໃນສະຖານທີ່ທ່ອງທ່ຽວທໍາມະຊາດນ້ຳຕົກຕາດຊອນ, ແດນຫົງພູສູງ, ສວນພຶກສາຊາດອຸທິ ຍານຊຸມຊົນສະມາຄົມອາຊຽນ ບ້ານນາຍາງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເຊິ່ງການປູກຄັ້ງນີ້ແມ່ນຄວາມຕັ້ງໃຈ ແລະ ການອຸທິດແຮງຊັບພ້ອມກໍາລັງວັງຊາຂອງຕົນທີ່ມີຢູ່ເພື່ອຄືນຄວາມອຸດົມສົມບູນໃຫ້ທໍາມະຊາດ.
ການຈັດກິດຈະກຳປູກໄມ້ດັ່ງກ່າວນີ້ແມ່ນສ່ວນໜຶ່ງຂອງສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນໂດຍເປັນກຽດເຂົ້າຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາການນຳພັກ-ລັດຈາກກະຊວງ, ອົງການ, ທູດປະຈຳລາວ, ຊາວຕ່າງປະເທດ, ທະຫານ-ຕຳຫລວດ, ພະນັກງານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຄໍາໄພ ສົມຊະນະໄດ້ກ່າວວ່າ: ການຈັດກິດຈະກຳປູກໄມ້ຄັ້ງນີ້ ເພື່ອປະກອບສ່ວນສະ ເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທັງເປັນການຈັດ ຕັ້ງປະຕິບັດເນື້ຶ້ອໃຈຈິດໃຈວິໃສທັດຮອດປີ 2030 ທີ່ວ່າການພັດທະນາເສດຖະກິດຕາມທິດສີຂຽວ ແລະ ຍືນຍົງທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນຍຸດທະສາດປ່າໄມ້ຄື: ຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ໃນປີ 2020 ນັ້ນ, ປີ 2016 ນີ້ ກຸ່ມ ບໍລິສັດພວກເຮົາມີແຜນປູກຕົ້ນໄມ້ຈຳນວນ 4 ລ້ານຕົ້ນ ໃນນັ້ນມີໄມ້ຂະຍຸງ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ຄຳພີ ແລະ ໄມ້ອື່ນໆໃນເນືື້ອທີ່ 10 ເຮັກຕາ ຢູ່ບໍລິເວນສະຖານທີ່ທ່ອງທ່ຽວທໍາມະຊາດນ້ຳຕົກຕາດຊອນ, ແດນຫົງພູສູງ, ສວນພຶກສາຊາດອຸທິຍານຊຸມຊົນສະມາຄົມອາຊຽນ.

ໃນຕໍ່ໜ້າກຸ່ມ ບໍລິສັດ ຄຳໄພ ຊະນະ ຍັງຈະໄດ້ສືບຕໍ່ປູກໄມ້ຕື່ມອີກ ເພື່ອຟື້ນຟູປ່າ ໂດຍຈະຈັດເປັນເຂດແຕ່ລະເຂດຊະນິດພັນໄມ້ລວມທັງໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ເພື່ອໃຫ້ໂຄງສ້າງຂອງປ່າໄມ້ມີຄວາມອຸດົມສົມບູນ ແລະ ມີຄວາມຫລາກຫລາຍດ້ານຊະນິດພັນໄມ້, ຊີວະນາໆພັນ ແລະ ເຮັດໃຫ້ລະບົບນິເວດມີຄວາມອຸດົມສົມບູນ.

 ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...