Homeຂ່າວຕ່າງປະເທດເງິນ​ປອນ​ໃນ​ຕະຫຼາດ​ອາຊີ​ຟື້ນຕົວ ຫຼັງ​ອັງກິດ​ລະງັບຫາ​ສຽງ​ລົງ​ປະຊາ​ມະຕິ

ເງິນ​ປອນ​ໃນ​ຕະຫຼາດ​ອາຊີ​ຟື້ນຕົວ ຫຼັງ​ອັງກິດ​ລະງັບຫາ​ສຽງ​ລົງ​ປະຊາ​ມະຕິ

Published on

ເງິນ​ປອນ​ອັງກິດ​ຟື້ນ​ຕົວ​ພ້ອມ​ກັບ​ຫຸ້ນ​ໃນ​ອາຊີ​ມື້ນີ້​ຫຼັງ​ຖືກ​ເທ​ຂາຍ​ຢ່າງ​ໜັກ​ເມື່ອ​ວານ​ນີ້ ​ເນື່ອງ​ຈາກ​ອັນ​ກິດ​ລະ​ງັບ​ການ​ຫາ​ສຽງ​ລົງ​ປະຊາ​ມະຕິ ຫຼັງ​ເກີດ​ເຫດ​ຄາຕະກຳ ສສ ຝ່າຍ​ຄ້ານ​ທີ່​ສະໜັບສະໜູນ​ໃກ້​ອັງກິດ​ຢູ່​ໃນ​ສະຫະພາບ​ເອີຣົບ (ອີ​ຢູ).

ຕະຫຼາດ​ເຫັນ​ວ່າ ການ​ລະງັບ​ຫາ​ສຽງ​ໄປ​ຈົນ​ເຖິງ​ທ້າຍ​ອາທິດ​ນີ້​ກ່ອນທີ່​ຈະ​ມີ​ການ​ລົງ​ປະຊາ​ມະຕິ​​ໃນ​ວັນ​ທີ 23 ມິຖຸນາ​ເປັນ​ຜົນ​ດີ​ຕໍ່​ກຸ່ມ Remain  ທີ່​ສະໜັບສະໜູນ​ໃຫ້​ອັງກິດ​ຢູ່​ໃນ​ອີ​ຢູຊຶ່ງ​ກຳລັງ​ມີ​ຄະ​ແນນ​ຕາມ​ຫຼັງ​ກຸ່ມ Leave ທີ່​ສະໝັບສະ​ໜູນ​ໃຫ້​ອັງກິດ​ອອກ​ຈາ​ກອີ​ຢູ ສຳນັກ​ຂ່າວ​ບລູມ​ເບີກ​ລາຍ​ງານ​ວ່າ ​ເງິນ​ປອມ​ຊື້​ຂາຍ​ທີ່​ຕະຫຼາດ​ໂຕ​ກຽວ​ມື້​ນີ້​ທີ່​ປອນ​ລະ 1.4272 ​ໂດ​ລາ​ສະຫະລັດ ​ແຂງ​ຄ່າ​ຂຶ້ນ​ຈາກ​ປອນ​ລະ 1.4211 ​ໂດ​ລາ​ສະຫະລັດ ​ໃນ​ການ​ຊື້​ຂາຍ​ທີ່​ຕະຫຼາດ​ນິວຢອກ​ແລງ​ວານ​ນີ້ ​ແລະ ​ແຂງ​ຄ່າ​ຂຶ້ນ​ເມື່ອ​ທຽບ​ກັບ​ເງິນສະກຸນຫຼັກ 13 ສະກຸນ​ຈາກ​ທັງ​ໝົດ 16 ສະກຸນ.

ໜັງສືພິມ ນິ​ເກ​ອິຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ ຄວາມ​ກັງວົນ​ວ່າ​ຊາວ​ອັງກິດ​ອາດ​ລົງ​ປະຊາ​ມະຕິ​ສະໜັບສະ​ໜູນ​ໃຫ້​ອອກ​ຈາກ​ອີ​ຢູ ຫຼື ທີ່​ຮຽກ​ວ່າ Brexit ​ເຮັດ​ໃຫ້​ທະນາຄານ​ກາງ​ສະຫະລັດ ຍີ່ປຸ່ນ ​ແລະ ​ເອີ​ຣົບກຳລັງ​ຫາລື​ກັນ​ອັດ​ສີດ​ເງິນ​ໂດ​ລາ​ສະຫະລັດ​ສຸກ​ເສີນ​ເຂົ້າ​ສູ່​ຕະຫຼາດ​ເພື່ອ​ບັນ​ເທົາ​ທຸກ​ພາວະ​​ບໍ່​ມີສະຖຽນ​ລະ​ພາບ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...