ການແຂ່ງຂັນບານເຕະເອີໂຣ 2016 ຮອບແບ່ງກຸ່ມ ນັດທີສອງຂອງກຸ່ມ C ອູແກຣນ ພົບກັບ ໄອແລນເໜືອ ໂດຍແຂ່ງຂັນກັນທີ່ສະໜາມ “ສະຕ໊າດ ປາລ໌ ກໍແລັງປິກ ລີຍົງ”
ເລີ່ມເກມມາເປັນທາງດ້ານ ໄອແລນເໜືອ ທີ່ກົດດັນໃສ່ ອູແກຣນ ຕະຫລອດ 10 ນາທີທຳອິດຂອງເກມ ຫລັງຈາກນັ້ນ ອູແກຣນ ກໍເລີ່ມຕັ້ງເກມໄດ້ນຳເມື່ອເຂົ້າສູ່ 20 ນາທີ ແຕ່ກໍຍັງເຮັດຫຍັງແນວຮັບຂອງ ໄອແລນເໜືອ ບໍ່ໄດ້, ຜ່ານໄປ 30 ນາທີທັງສອງທີມຜັດກັນບຸກຜັດກັນຮັບ ແຕ່ກໍຍັງບໍ່ສາມາດເຮັດຫຍັງກັນໄດ້ ຈົບເຄີ່ງເວລາທຳອິດສະເໝີກັນໄປ 0-0 ປະຕູ
ເຄີ່ງເວລາທີ 2 ໄດ້ພຽງ 4 ນາທີ ໄອແລນເໜືອ ກໍມາໄດ້ປະຕູອອກນຳ 1-0 ຈາກຈັງຫວະເປີດຟຣີຄິກຂອງ ໂອລິເວີ ນໍວູດ ເປີດເຂົ້າໄປທາງເສົາສອງ ແກເລັດ ແມັກອໍລີ່ ເຂົ້າໄປໂຂກເຂົ້າໄປຢ່າງສວຍງາມ ເຂົ້າສູ່ ນາທີ 57 ຝົນ ແລະມີລູກເຫັບຕົກລົງມາຢ່າງໜັກ ຜູ້ຕັດສິນຈຶ່ງເປົ່າຢຸດເກມໄປປະມານ 3 ນາທີຈຶ່ງກັບມາຫລິ້ນຕໍ່
ເຂົ້າສູ່ 15 ນາທີສຸດທ້າຍ ອູແກຣນ ບຸກຢ່າງໜັກຫວັງທວງປະຕູຄືນ ແຕ່ສຸດທ້າຍເປັນ ໄອແລນເໜືອ ທີ່ມາບວກປະຕູ 2-0 ໃນນາທີ 90+6 ຈາກຈັງຫວະສວນກັບຈາກລູກຍິງຊ້ຳຂອງ ໄນອອນ ແມັກກິນ
ຈົບເກມ ໄອແລນເໜືອ ເກັບ 3 ຄະແນນທຳອິດໄດ້ສຳເລັດດ້ວຍການເອົາຊະນະທີມທີ່ເໜືອກວ່າຢ່າງ ອູແກຣນ 2-0 ປະຕູ ຕໍ່ຄວາມຫວັງໃນການເຂົ້າຮອບ ສ່ວນທາງ ອູແກຣນ ໂອກາດເຂົ້າຮອບຖືວ່າເປັນໄປໄດ້ຍາກ
