spot_img
HomeມູມໄອທີລາວASUS ເປີດໂຕ ZenFone Pegasus 3 ສະມາດໂຟນແບັດອຶດ 4100mAh

ASUS ເປີດໂຕ ZenFone Pegasus 3 ສະມາດໂຟນແບັດອຶດ 4100mAh

Published on

ASUS ເປີດໂຕສະມາດໂຟນລຸ້ນໃໝ່ຂອງຕະກູນ ZenFone ໃນປີນີ້ເປັນລຸ້ນທີ່ 4 ນັ້ນກໍຄື: Pegasus 3. ໂດຍກ່ອນໜ້ານີ້ກໍເປັນ ZenFone 3, ZenFone 3 Deluxe ແລະ ZenFone 3 Ultra ທີ່ເປີດໂຕໄປກ່ອນໜ້ານີ້. ສຳລັບໂຕເຄື່ອງ ZenFone Pegasus 3 ເຮັດດ້ວຍວັດສະດຸໂລຫະທັງໂຕ ແລະ ມາພ້ອມເຊັນເຊິ້ສະແກນນິ້ວມືດ້ານຫຼັງໂຕເຄື່ອງ

ທາງດ້ານຮາດແວຣ໌ແມ່ນມາພ້ອມກັບຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ HD (1280 x 720 ພິກເຊວ). ໃຊ້ງານຊິບປະມວນຜົນຄອດຄໍ MT6737, RAM 2GB ແລະ 3GB RAM. ພື້ນທີ່ຈັດເກັບ 16GB ແລະ 32GB. ໃຊ້ງານລະບົບ Android 6.0 Marshmallow ທັບດ້ວຍ ZenUI 3.0.

ດ້ານຫຼັງໂຕເຄື່ອງມີກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, ຄ່າຮູຮັບແສງ f/2.2 ພ້ອມດ້ວຍແຟລັດ LED ແລະກ້ອງໜ້າໃຫ້ມາ 5 ລ້ານພິກເຊວ ພ້ອມຄ່າຮູຮັບແສງ f/2.0. ທາງດ້ານແບັດເຕີຣີທີ່ເປັນໄຮໄລ້ສຳຄັນຂອງໂທລະສັບກໍຄືໃຫ້ແບັດມາ 4100mAh ຖືວ່າຫຼາຍພໍສົມຄວນ ແລະແບັດລະດັບນີ້ສາມາດຢູ່ຮອດແລງໄດ້ໂດຍບໍ່ຕ້ອງສາກແນ່ນອນ.

image

ສຳລັບ ZenFone Pegasus 3 ມີໃຫ້ເລືອກ 4 ສີໄດ້ແກ່: ສີເງິນ, ສີເທົາ, ສີຄຳ ແລະສີບົວຄຳ.
ສຳລັບລາຄາໂຕເຄື່ອງດັ່ງນີ້:
–  ZenFone Pegasus 3 ລຸ້ນ RAM 2GB + ROM 16GB ລາຄາ 1299 ຢວນ (1.590.000 ກີບ)
– ZenFone Pegasus 3 ລຸ້ນ RAM 3GB + ROM 32GB ລາຄາ 1499 Yuan (1.840.000 ກີບ)

ສ່ວນມື້ວາງຈຳໜ່າຍແມ່ນຈະເລີ່ມໃນໄວໆນີ້ທີ່ປະເທດຈີນ

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...