HomeມູມໄອທີລາວHuawei P9 ແລະ P9 Plus ມີຍອດຂາຍ 2.6 ລ້ານເຄື່ອງແລ້ວ ຕັ້ງແຕ່ເປີດໂຕມາ

Huawei P9 ແລະ P9 Plus ມີຍອດຂາຍ 2.6 ລ້ານເຄື່ອງແລ້ວ ຕັ້ງແຕ່ເປີດໂຕມາ

Published on

ເປັນເວລາບໍ່ດົນທີ່ Huawei ໄດ້ປະກາດເປີດໂຕສະມາດໂຟນເຮືອທຸງຂອງປີນີ້ ໃນຊ່ວງເດືອນເມສາ ນັ້ນກໍຄື P9 ແລະ P9 Plus, ໂດຍຈຸດເດັ່ນຂອງມືຖືເຮືອທຸງຈາກຄ້າຍຫົວເຫວີ່ຍກໍຄົງໜີບໍ່ພົ້ນຈາກການຮ່ວມມືກັນລະຫວ່າງບໍລິສັດ Leica ກັບ Huawei ທີ່ຊ່ວຍກັນພັດທະນາເທັກໂນໂລຢີເລື່ອງກ້ອງມືຖືຂຶ້ນມາ. ດ້ວຍເຫດນີ້ແລ້ວຈຶ່ງບໍ່ແປກໃຈທີ່ສະມາດໂຟນຈາກຫົວເຫວີ່ຍທັງສອງລຸ້ນນັ້ນຈະມີຍອດຂາຍເຖິງ 2.6 ລ້ານເຄຶ່ອງໃນທົ່ວໂລກ (ອັນນີ້ບໍ່ຮູ້ຄືກັນວ່ານັບແຍກຫຼືນັບລວມກັນທັງສອງລຸ້ນ).

ອີງຕາມລາຍງານແລ້ວໂທລະສັບມືຖື Huawei P9 ແມ່ນມີໂຕເລກທີ່ສູງກວ່າ P8 ທີ່ປະກາດໄປເມື່ອປີກ່ອນ ເຖິງ 130%. ໂດຍຖ້າທຽບກັບຍອດຂາຍຂອງ P8 ແລ້ວ, P9 ແມ່ນມີຍອດຂາຍທີ່ດີຫຼາຍຢູ່ຝຣັ່ງໂດຍເພີ່ມຂຶ້ນເຖິງ 1000%, ແລະ 400% ທີ່ໂປແລນ ແລະຟິນແລນ. ສ່ວນໃນແຖບປະເທດ UK ກໍຖືວ່າເຮັດໄດ້ດີໂດຍມີຍອດຂາຍເພີ່ມຂຶ້ນ 300% ເມື່ອທຽບກັບເຮືອທຸງແບບ P8.

image

ສະນັ້ນແລ້ວ, ນີ້ຖືເປັນສັນຍານທີ່ດີຂອງບໍລິສັດທີ່ຢູ່ອັນດັບ 3 ຂອງໂລກ, ເຖິງວ່າຈະທຽບກັບຍອດຂາຍລວມຂອງບໍລິສັດ Samsung ແລະ Apple ບໍ່ໄດ້ກໍຕາມ. ແຕ່ຈາກລາຍງານຫຼ້າສຸດທັງ 2 ບໍລິສັດຕ່າງກໍມີຍອດຂາຍທີ່ຊະລໍຕົວລົງຢູ່ເລື້ອຍໆ ເຮັດໃຫ້ອັດຕາການເຕີບໃຫຍ່ຫຼຸດລົງ ແລະນີ້ເອງກໍຖືເປັນສັນຍານທີ່ດີໃຫ້ກັບ Huawei ທີ່ຈະດຳເນີນແຜນການລົ້ມຍັກໃຫຍ່ວົງການໂທລະສັບມືຖືລົງໄດ້ພາຍໃນ 5 ປີນີ້ຫຼືບໍ່? ກະລຸນາຕິດຕາມຕອນຕໍ່ໄປ 55+

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...