Homeຂ່າວພາຍ​ໃນປະທານສະພາແຫ່ງຊາດຢ້ຽມຢາມໂຄງການລ້ຽງງົວຂອງບໍລິສັດລາວສຳພັນ

ປະທານສະພາແຫ່ງຊາດຢ້ຽມຢາມໂຄງການລ້ຽງງົວຂອງບໍລິສັດລາວສຳພັນ

Published on

ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ການນຳຂອງ ແຂວງ ໄດ້ລົງຢ້ຽມຢາມໂຄງການລ້ຽງງົວຂອງບໍລິສັດລາວສຳພັນ.

ປັດຈຸບັນໂຄງການດັ່ງກ່າວລ້ຽງງົວຊົນ, ຄວາຍຊົນ, ມ້າ, ໝູ ແລະ ແບ້ ເຊິ່ງເປັນການລ້ຽງແບບທອມ , ສັດດັ່ງກ່າວເປັນແນວພັນພື້ນເມືອງລາວ ການຈຳໜ່າຍແມ່ນມີສະມາຄົມຊື້ສັດ-ຂາຍສັດ ມາຊື້ເພື່ອສົ່ງອອກປະເທດຫວຽດນາມ ແລະ ຈີນ ໃນຕໍ່ໜ້າທາງບໍລິສັດມີແຜນຈະປະສົມພັນທຽມສັດແບບທັນສະໄໝ ເພື່ອໃຫ້ໄດ້ລູກທີ່ແຂງແຮງ .

817

ໃນໂອກາດນີ້ ທ່ານນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ກໍ່ໄດ້ສະແດງຄວາມດີໃຈຕໍ່ບໍລິສັດທີ່ລົງທຶນລ້ຽງສັດ ເຊິ່ງຖືກກັບບູລິມາສິດການພັດທະນາແຂວງຊຽງຂວາງກໍ່ຄືແຜນການຂອງຂັ້ນເທິງ ໂດຍເນັ້ນໃຫ້ພະແນກກະສິກໍາແລະປ່າໄມ້ຕ້ອງໃຫ້ຄວາມຮ່ວມມື ຄວາມສະດວກແກ່ໂຄງການລ້ຽງສັດນີ້ ພ້ອມກັບຊຸກຍູ້ ສົ່ງເສີມ ໃຫ້ປະຊາຊົນປູກຝັງລ້ຽງສັດໃຫ້ກາຍເປັນສິນຄ້າ ເພື່ອຫຼຸດຜ່ອນຄວາມທຸກຍາກໃນຄອບຄົວ

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...