Homeຂ່າວການພັດທະນາຫາ­ລື​ພັດ­ທະ­ນາ​ກະ­ສິ­ກຳ​ອິນ​ຊີ​ລາວ

ຫາ­ລື​ພັດ­ທະ­ນາ​ກະ­ສິ­ກຳ​ອິນ​ຊີ​ລາວ

Published on

 

ກອງ​ປະ­ຊຸມ​ປຶກ​ຫາ​ສາ​ລື​ການ​ພັດທະ​ນາ​ກະ­ສິ­ກຳ​ອິນ​ຊີ​ລາວ ຄັ້ງ​ທີ 5 ຈັດຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 15-16 ມິ­ຖຸ­ນາ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຂວາງ ຄຳບຸນ​ເຮືອງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະສິ​ກຳ ແລະ​ປ່າ­ໄມ້, ທ່ານ ວິ­ໄລ​ສຸກ ເຄນນະ​ວົງ ຫົວ­ໜ້າ​ກົມ​ປູກ­ຝັງ​ກະ­ຊວງ​ກະ​ສິກຳ ແລະ​ປ່າ­ໄມ້, ມີ​ຫົວ­ໜ້າ​ກົມ, ຮອງ​ກົມ, ແຂກ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ.

ທ່ານ ວິ­ໄລ​ສຸກ ເຄນ​ນະ​ວົງ ກ່າວ​ວ່າ: ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ການ​ພັດ­ທະ­ນາກະ­ສິ­ກຳ​ອິນ​ຊີ​ໄດ້​ມີ​ໜໍ່​ແໜງ​ທີ່​ໂດດ​ເດັ່ນ ໂດຍ​ສະ­ເພາະ​ຜູ້​ປະ­ກອບ​ການ​ຫັນ​ລະ­ບົບການ​ຜະ­ລິດ​ເຂົ້າ​ກະ­ສິ­ກຳ​ອິນ​ຊີການ​ພັດທະ​ນາ​ເຄື່ອງ­ມື​ມະ­ຫາ​ພາກດ້ານ​ນິ­ຕິ​ກຳ​ເປັນ­ຕົ້ນ​ແມ່ນ​ສ້າງ​ມາດ​ຕະຖານ​ກະ­ສິ­ກຳ​ອິນ​ຊີ ແລະ​ລະ­ບົບ​ຮັບ­ຮອງຢັ້ງ­ຢືນ​ຄຸນ​ນະ​ພາບ ແລະ​ມາດ­ຕະ­ຖານ​ຢູ່ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກົມ​ປູກ­ຝັງ​ມາຮອດ​ປະ­ຈຸ​ບັນ​ກົມ​ປູກ­ຝັງ​ອອກ​ໃບ­ຢັ້ງ­ຢືນ ທັງ​ໝົດ 2.215 ເຮັກ­ຕາ ກວມ​ເອົາ​ຜົນຜະ­ລິດ​ສະ­ເລ່ຍ 1.980 ໂຕນ, ປະ­ກອບ​ມີ 10 ກຸ່ມ​ໃຫຍ່ ແລະ 183 ກຸ່ມ​ນ້ອຍ, 13 ບໍ­ລິ­ສັດ 1 ລັດ​ວິ​ສາ​ຫະ​ກິດ, 1 ໂຄງ­ການ ແລະ 2 ສູນ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ​ກະ­ຈາຍຢູ່​ບັນ­ດາ​ແຂວງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວປະ­ເທດ.

ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ກ່າວວ່າ: ກະ­ຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້​ຜັນ​ຂະຫຍາຍ​ກະ­ສິ­ກຳ​ສະ­ອາດ​ລົງ​ສູ່​ພາກ​ປະ­ຕິບັດ​ຕົວ​ຈິງ​ເຮັດ​ໃຫ້​ມີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດກະ­ສິ­ກຳ​ສະ­ອາດ ໂດຍ​ສະ­ເພາະ​ການ​ຜະລິດ​ກະ­ສິ­ກຳ​ອິນ​ຊີ ຊຶ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ບັນ­ດາ​ເມືອງ ແລະ​ແຂວງ​ຕ່າງໆ.

ເຖິງ​ວ່າ​ໄລ­ຍະ​ຜ່ານ​ມາ​ພວກ​ເຮົາ​ລິເລີ່ມ​ການ​ສົ່ງ­ເສີມ​ການ​ຜະ­ລິດ​ກະ­ສິ­ກຳສະ­ອາດ​ໃນ​ຫຼາຍ​ດ້ານ​ກໍ​ຕາມ ແຕ່​ການ​ພັດທະ​ນາ ແລະ​ການ​ສົ່ງ­ເສີມ​ນັ້ນ​ຍັງ​ຢູ່​ໃນຂອບ​ເຂດ​ຈຳ­ກັດ ເນື່ອງ​ຈາ​ກວ່າ​ຍັງ​ບໍ່​ທັນມີ​ແຜນ​ເປົ້າ​ໝາຍ​ສູ້​ຊົນ​ລະ­ອຽດ​ວ່າ​ຈະ​ຜະລິດ​ກະ­ສິ­ກຳ​ສະ­ອາດ​ຕາມ​ມາດ­ຕະ­ຖານໃດ ບໍ່​ວ່າ​ມາດ­ຕະ­ຖານ​ອິນ​ຊີ ຫຼື ມາດ​ຕະຖານ​ກະ­ສິ­ກຳ​ທີ່​ດີ​ໃຫ້​ໄດ້​ຫຼາຍ​ປານ­ໃດ, ຢູ່ເຂດ​ໃດ, ເມືອງ​ໃດ, ແຂວງ​ໃດ ຊຶ່ງ​ໃນກອງ​ປະ­ຊຸມ​ຄັ້ງ​ນີ້​ຈະ​ປຶກ­ສາ​ຫາ­ລື​ເພື່ອຊອກ​ຫາ​ຊ່ອງ​ທາງ ແລະ​ວິ­ທີ​ການ​ທີ່​ດີ​ໃນການ​ນຳ​ເອົາ​ທິດ​ທາງ​ນະ­ໂຍ­ບາຍ​ຂອງພັກ-ລັດ​ລົງ​ມາ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ເປັນຮູບ​ປະ​ທຳ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...