spot_img
Homeຂ່າວທ້ອງຖິ່ນສະພາບອາກາດລະຫວ່າງວັນທີ 16-19 ມິຖຸນານີ້

ສະພາບອາກາດລະຫວ່າງວັນທີ 16-19 ມິຖຸນານີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະວັນທີ 16-19 ມີຖຸນານີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ໂດຍສະເພາະວັນທີ 16-17 ມີຖຸານນີ້, ພາກເໜືອ ດ້ານຕາເວັນອອກ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນສ່ວນຫລາຍ ແລະ ຕົກໃນລະດັບປານກາງຫາໜັກຢູ່ບາງທ້ອງຖິ່ນແຂວງຊຽງຂວາງ ແລະ ຜົ້ງສາລີ. ອຸນຫະພູມຕ່ຳສຸດ 20-22 ອົງສ ແລະ ສູງສຸດ 30-32 ອົງສາ, ພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ເກືອບທົ່ວໄປ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະຮ້ອນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 33-35 ອົງສາ. ພາກກາງ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງ ແລະ ອາກາດຈະຮ້ອນແຮງຂຶ້ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ ແລະ ພາກໃຕ້: ຈະມີຝົນຕົກໃນລະດັບຄ່ອຍເປັນສ່ວນໃຫຍ່, ຈາກນັ້ນຕົ້ນອາທິດໜ້າ ຝົນຈະຫລຸດລົງ, ອາກາດຈະຮ້ອນຂຶ້ນຕື່ມ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ. ດັ່ງນັ້ນ ຈຶ່ງຂໍເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ການປ່ຽນແປງຂອງອາກາດດັ່ງກ່າວ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...