Homeຂ່າວທ້ອງຖິ່ນຍອດຜູ້ຫາຍສາບສູນຂອງທະຫານອາເມລິກາໃນປາງສົງຄາມ ຢູ່ ສປປ ລາວຍັງເຫລືອ 302 ຄົນ, ພົບແລ້ວ 271 ຄົນ

ຍອດຜູ້ຫາຍສາບສູນຂອງທະຫານອາເມລິກາໃນປາງສົງຄາມ ຢູ່ ສປປ ລາວຍັງເຫລືອ 302 ຄົນ, ພົບແລ້ວ 271 ຄົນ

Published on

ໃນລະຫວ່າງວັນທີ 10-12 ມິຖຸນາ 2016 ທີຜ່ານມາ, ຄະນະຊີ້ນຳຝ່າຍລາວຮັບຜິດຊອບວຽກງານການສຳຫຼວດ ແລະຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA),ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດນຳໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ,ພ້ອມດ້ວຍຄະນະ,ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຮ່ວມລາວ-ອາເມລິກາຢູ່ພາກສະໜາມ, ຊຶ່ງຢູ່ໃນໄລຍະການສຳຫຼວດ ແລະຂຸດຄົ້ນໃນຄັ້ງທີ4 ປະຈຳສົກປີ2015-2016ຢູ່ຊຽງຂວາງ ແລະຫົວພັນ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມການປະຕິບັດວຽກງານຕົວຈິງຂອງການຂຸດຄົ້ນຢູ່ຈຸດກໍລະນີ 1541 ຢູ່ເຂດບ້ານນາກູດ, ເມືອງຫ້ຽມ, ແຂວງຫົວພັນ ແລະຢ້ຽມຢາມການປະຕິບັດງານຂອງຄະນະວິຊາການຮ່ວມລາວ-ອາເມລິກາຢູ່ເມືອງຄຳ ແຂວງຊຽງຂວາງ,ໂດຍໄດ້ມີການພົບປະ ແລະ ໂອ້ລົມກັບບັນດາພະນັກງານວິຊາການປະຈຳພາກສະໜາມກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະອຳນາດການປົກຄອງທ້ອງຖິ່ນ. ຈຸດປະສົງຂອງການລົງຢ້ຽມຢາມພາກສະໜາມໃນຄັ້ງນີ້ແມ່ນເພື່ອເປັນການກະຕຸກຊຸກຍູ້ໃຫ້ກຳລັງໃຈໃຫ້ແກ່ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ ແລະ ທັງເປັນການສະແດງໃຫ້ເຫັນຄວາມຈິງໃຈຂອງລັດຖະບານ ແຫ່ງ ສ.ປປ ລາວ, ທີ່ມີຕໍ່ວຽກງານການສຳຫຼວດ ແລະຂຸດຄົ້ນເພື່ອຊອກຫາຮ່ອງ ຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA).

ການຮ່ວມມືສອງຝ່າຍລາວ-ອາເມລິກາໃນຕະຫຼອດໄລຍະເວລາ 30 ກວ່າປີຂອງການດຳເນີນວຽກງານດັ່ງກ່າວ,ໄດ້ຮັບຜົນສຳເລັດຫຼາຍກວ່າ 50% ຂອງຈຳນວນຜູ້ຫາຍສາບສູນທັງໝົດ 573 ຄົນແລະ ໄດ້ຄົ້ນພົບຊີ້ນສ່ວນທີ່ໄດ້ຮັບການຢັ້ງຢືນໄປແລ້ວຈຳນວນ 271 ຄົນໂດຍທີ່ຍອດຜູ້ຫາຍສາບສູນຂອງທະຫານອາເມລິກາຢູ່ ສປປ ລາວຍັງເຫຼືອຈຳນວນ 302 ຄົນ. ລັດຖະບານລາວຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງກ່າວຕາມຄວາມອາດສາມາດຕົວຈິງເພື່ອນຳເອົາສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍສາບສູນໃນປາງສົງຄາມຢູ່ລາວສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າ.

ເວົ້າລວມແລ້ວ, ການຮ່ວມມືໃນດ້ານນີ້ໄດ້ຮັບຜົນສຳເລັດອັນດີເປັນກ້າວໆມາກໍ່ຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຫາທ້ອງຖິ່ນ ແລະການຮ່ວມມືອັນດີຂອງພໍ່ແມ່ປະຊາຊົນບັນດາເຜົ່າ,ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມ.

ຂ່າວຈາກ: ສ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...