Homeສຸຂະພາບ ແລະ ສີ່ງແວດລ້ອມປິ່ນປົວໂຣກເສັ້ນເລືອດອຸດຕັນດ້ວຍສະໝຸນໄພ

ປິ່ນປົວໂຣກເສັ້ນເລືອດອຸດຕັນດ້ວຍສະໝຸນໄພ

Published on

ຊາຍຊາວລອນດອນຄົນໜຶ່ງໄດ້ເລົ່າປະສົບການສ່ວນຕົວ ເມື່ອເຂົາໄປປະຊຸມທີ່ປາກີສະຖານ ເກີດມີອາການເຈັບໜ້າເອິກແບບກະທັນຫັນ ແພດກວດພົບວ່າເສັ້ນເລືອດຫົວໃຈຂອງເຂົາ 3 ເສັ້ນອຸດຕັນຢ່າງແຮງ ຈຳເປັນຕ້ອງຜ່າຕັດເຮັດບາຍພາສ ກຳນົດການຜ່າຕັດຄືອີກ 1 ເດືອນ ໃນຊ່ວງລະຫວ່າງນັ້ນເຂົາໄປພົບໝໍບຳບັດມຸດສະລິມບູຮານ ໝໍບຳບັດໃຫ້ເຂົາເຮັດຢາດື່ມເອງທີ່ເຮືອນ

ເມື່ອດື່ມຄົບ 1 ເດືອນ ລາວກໍ່ໄປກວດສຸຂະພາບທີ່ໂຮງໝໍກ່ອນວັນຜ່າຕັດພົບວ່າເສັ້ນເລືອດທັງສາມເສັ້ນໃສສະອາດ ຈາກທີ່ເຄີຍອຸດຕັນກໍ່ຖືກທະລຸອອກໝົດ ເພື່ອຊ່ວຍໃຫ້ຄົນອື່ນໄດ້ຮັບປະໂຫຍດ ວັນນີ້ໃນຫົວຂໍ້ ສຸຂະພາບ ພວກເຮົາກໍ່ບໍ່ພາດທີ່ຈະເອົາມາບອກຕໍ່ ເຊິ່ງຈະເຮັດແນວໃດນັ້ນມາອ່ານກັນເລີຍ

ສິ່ງທີ່ຕ້ອງກຽມ

1. ນ້ຳໝາກນາວ 1 ຖ້ວຍ

2. ນ້ຳຂິງ 1 ຖ້ວຍ

3. ນ້ຳກະທຽມ 1 ຖ້ວຍ

4. ນ້ຳສົ້ມສາຍຊູແອັບເປິ້ນ 1 ຖ້ວຍ

5. ນ້ຳເຜິ້ງ

ວິທີເຮັດ

1. ນຳກະທຽມ ແລະ ຂິງມາລ້າງປອກເປືອກແລ້ວຊອຍບາງໆ

2. ນຳເອົາທັງສອງໄປບົດໃຫ້ລະອຽດແລ້ວບົດເອົາແຕ່ນ້ຳ

3. ນຳນ້ຳຄັ້ນກະທຽມ ແລະ ຂິງ ລົງໄປໃນໝໍ້ ຕື່ມນ້າໝາກນາວ ແລະ ນ້ຳສົ້ມສາຍຊູແອັບເປິ້ນລົງໄປ ຕົ້ມຈົນຟົດ

4. ໃນເວລາຕົ້ມແມ່ນໃຫ້ຄ່ອຍໆຄົນໄປບໍ່ໃຫ້ຕິດໝໍ້ ໃຊ້ເວລາປະມານເຄິ່ງຊົ່ວໂມງ ກໍ່ຈະໄດ້ຢາໃນປະລິມານເຄິ່ງໜຶ່ງຂອງປະລິມານຢາທີ່ຕົ້ມທຳອິດ

5. ຫຼັງຈາກນັ້ນກໍ່ປະໄວ້ໃຫ້ອຸນຫະພູມຫຼຸດລົງ ປະມານອຸ່ນໆ ຈາກນັ້ນກໍ່ເອົານ້ຳເຜິ້ງລົງໄປປະສົມເລັກໜ້ອຍ (ໃສ່ເພື່ອໃຫ້ທ່ານດື່ມງ່າຍຂຶ້ນ)

6. ຈາກນັ້ນກໍ່ນຳນ້ຳສະໝຸນໄພທີ່ໄດ້ໃສ່ຂວດແກ້ວໄວ້ ແລ້ວເກັບໄວ້ໃນຕູ້ເຢັນເພື່ອກິນຄັ້ງຕໍ່ໄປ

ວິທີດື່ມ 

ດື່ມຄັ້ງລະ 1 ບ່ວງແກງ ກ່ອນອາຫານເຊົ້າທຸກວັນ ຈະສາມາດປິ່ນປົວໂຣກຫົວໃຈ ແລະ ໂຣກຫຼອດເລືອດໃຫ້ຫາຍຂາດໄດ້ ຄົນທົ່ວໄປຍັງສາມາດໃຊ້ເປັນເຄື່ອງດື່ມປະຈຳວັນໄດ້.

ທີ່ມາ: http://www.rak-sukapap.com/2016/05/2_30.html?m=1

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...