spot_img
HomeມູມໄອທີລາວNubia ສົ່ງບັດເຊີນຮ່ວມງານເປີດໂຕ Zubia Z11 ແຟລັບເລັດເຮືອທຸງລຸ້ນໃໝ່

Nubia ສົ່ງບັດເຊີນຮ່ວມງານເປີດໂຕ Zubia Z11 ແຟລັບເລັດເຮືອທຸງລຸ້ນໃໝ່

Published on

ຖືວ່າຊ່ວງນີ້ບໍລິສັດ Nubia ມາແຮງຂຶ້ນເລື້ອຍໆເລີຍ ບໍ່ວ່າຈະເປັນການທີ່ມີນັກເຕະບານຄົນດັງມາເປັນພຣີເຊັນເຕີໃຫ້ຄື Cristiano Ronaldo, ນອກນີ້ກໍຍັງໄດ້ເປີດໂຕໂທລະສັບມືຖືລຸ້ນໃໝ່ Nubia Z11 Max ໄປກ່ອນໜ້ານີ້ແລ້ວ ແລະ ໃນຕອນນີ້ເອງທາງບໍລິສັດກໍມີແຜນທີ່ຈະເປີດໂຕແຟລັບເລັດເຮືອທຸງລຸ້ນໃໝ່ຂອງບໍລິສັດນັ້ນກໍຄື Nubia Z11 ໂດຍຈະຈັດຂຶ້ນທີ່ສູນປະຊຸມແຫ່ງຊາດປັກກິ່ງ ໃນວັນທີ 28 ມິຖຸນານີ້.

ສຳລັບຂໍ້ມູນຂອງງານເປີດໂຕດັ່ງກ່າວແມ່ນມາຈາກໂປສເຕີທີ່ທາງບໍລິສັດ Nubia ໄດ້ປ່ອຍອອກມາ, ໂດຍເປັນຮູບຂອງນັກເຕະບານ Christiano Ronaldo ກັບລາຍລະອຽດງານເປີດໂຕ. ຢ່າງໃດກໍຕາມນັກເຕັກບານ ຄຣິສເຕຍໂນ ໂຣນັນໂດ້ອາດຈະບໍ່ສາມາດມາຮ່ວມງານເປີດໂຕນີ້ໄດ້ ເພາະຕອນນີ້ຕິດພາລະກິດເຂົ້າຮ່ວມທີມຊາດເຂົ້າແຂ່ງບານຢູໂຣໃນຕອນນີ້.

image
ຮູບດ້ານໜ້າໂຕເຄື່ອງ Nubia Z11

ສຳລັບລາຍສະເປັກຂອງ Nubia Z11 ທີ່ຈະເປິດໂຕໃນວັນທີ 28 ມິຖຸນານີ້, ຄາດວ່າຈະມາພ້ອມຊິບປະມວນຜົນ Snapdragon 820 ຄວາມແຮງຢູ່ທີ່ 2.15GHz ພ້ອມກັບ RAM 4GB ແລະພື້ນທີ່ຈັດເກັບ 64GB. ນອກນີ້ກໍມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະຄາດວ່າຈະຕິດຕັ້ງກ້ອງຫຼັງມາ 16 ລ້ານພິກເຊວ ແລະກ້ອງໜ້າ 8 ລ້ານພິກເຊວ, ສ່ວນແບັດເຕີຣີໜ້າຈະປະມານ 2900mAh,

ແຕ່ວ່ານີ້ກໍເປັນພຽງຂໍ້ມູນທີ່ຍັງບໍ່ມີການຢືນຢັນອອກມາ ຄົງຕ້ອງໄດ້ຖ້າສະຫຼຸບໃນມື້ເປີດໂຕຢ່າງເປັນທາງການໃນວັນທີ 28 ມິຖຸນານີ້

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...