Homeຂ່າວຕ່າງປະເທດຟິລິບປິນປະນາມເຫດການສັງຫານຕົວປະກັນຊາວການາດາ

ຟິລິບປິນປະນາມເຫດການສັງຫານຕົວປະກັນຊາວການາດາ

Published on

ທາງການຟິລິບປິນຖະແຫຼງມື້ນີ້ຢືນຢັນວ່າ ຊາວການາດາທີ່ກຸ່ມຕິດອາວຸດອາບູໄຊຢາຟໃນເຄືອຂ່າຍກຸ່ມອັລກໍອິດະລັກພາຕົວໄປຖືກສັງຫານແລ້ວຈາກຖືກຈັບຕົວໄປພ້ອມກັບອີກ 3 ຄົນມາຕັ້ງແຕ່ເດືອນກັນຍາ 2015 ທາງພາກໃຕ້ຂອງປະເທດ.

ກ່ອນໜ້ານີ້ນາຍົກລັດຖະມົນຕີຈັສຕິນ ທຣູໂດຂອງການາດາກ່າວທີ່ນະຄອນໂທຣອນໂຕຄາດວ່າ ຊາວການາດາຊຶ່ງນັບເປັນລາຍທີ 2 ທີ່ຕົກເປັນຕົວປະກັນຂອງກຸ່ມອາບູໄຊຢາຟເມື່ອບໍ່ເທົ່າໃດເດືອນທີ່ຜ່ານມາ ຖືກສັງຫານແລ້ວ ຂະນະທີ່ປະທານາທິບໍດີເບນິໂຢ ອາຄິໂນ ຜູ້ນຳຟິລິບປິນຖະແຫຼງປະນາມຢ່າງຮຸ່ນແຮງຕໍ່ການຄາຕະກຳທີ່ໂຫດຫ້ຽມ ແລະ ໄຮ້ເຫດຜົນກັບທ້າວ ໂຣເບີດ ຮອລ ຊາວການາດາພາຍຫລັງຖືກກຸ່ມອາບູໄຊຢາຟຈັບເປັນຕົວປະກັນທີ່ເກະຊູລູເມື່ອ 9 ເດືອນກ່ອນ ໂຄສົກກອງທັບຟິລິບປິນກ່າວວ່າ ພົບສ່ວນຫົວໃກ້ກັບໂບດຄາໂທລິກທີ່ເກາະທາງໃຕ້ເມື່ອຄໍ່າວັນຈັນ ຂະນະທີ່ຊາວນອກແວ ແລະ ຍິງຊາວຟິລິບປິນຍັງຄົງຖືກຄວບຄຸມຕົວຢູ່.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...