ບານເຕະລາວລີກ ເດີນທາງມາຮອດອາທິດທີ 11 ທີມໃຫຍ່ເກັບ 3 ຄະແນນ

ການແຂ່ງຂັນບານເຕະລາວລີກ ກັບມາແຂ່ງຂັນທຸກທີມໃນວັນເສົາທີ 11 ແລະ ວັນອາທິດທີ 12 ມິຖຸນາ ຫລັງຈາກຫລີກທາງໃຫ້ຕາຕະລາງທີມຊາດລາວ ໃນ AFC CUP ໄປເລີ່ມທີ່ຄູ່ວັນເສົາ ທີ 11 ມິຖຸນາ ໄຟຟ້າລາວ ກອ່ນແຂ່ງຢູ່ອັນດັບ 7 ພົບກັບ ໄຊທານີ ຊິດຕີ້ ທີມທ້າຍຕາຕະລາງທີ່ຜົນງານ ແລະ ສະພາບທີມໜ້າເປັນຫ່ວງ, ໄຟຟ້າລາວໃນເກມນີ້ ບໍ່ມີ 2 ນັກເຕະຕ່າງຊາດ ກໍລະວິດ ເບັກຂວາທີ່ຕິດໂທດບັດເຫລືອງສະສົມ ແລະ Nunez , ສ່ວນໄຊທານີ ຊິດຕີ້ ສະພາບທີມປະຈຸບັນໜ້າເປັນຫ່ວງໂດຍ 3 ນັດຫລັງສຸດຍັງບໍ່ສາມາດຊະນະທີມໃດໄດ້

ເລີ່ມຕົ້ນເກມ ໄຟຟ້າລາວ ຄອງບານຫລາຍກວ່າ ໃນເຄີ່ງເວລາທີ 1 ໄຟຟ້າລາວ ຂື້ນນຳ 2-1 ປະຕູ ໄຟຟ້າລາວໄດ້ປະຕູຈາກ OKANA ນາທີ 18 ແລະ ຈຸດໂທດ ນາທີ 21 ສ່ວນ 1 ປະຕູຂອງ ໄຊທານີ ໄດ້ຈາກ CHRISTIAN ນາທີ 22

ຫລັງຈາກນັ້ນ ໃນເຄີ່ງເວລາທີສອງ ໄຟຟ້າລາວມາໄດ້ເພີ່ມອີກ 5 ປະຕູຈາກ OKANA ຈຸດໂທດ ນາທີ 52, ເກມນີ້ OKANA ຍິງ 3 ປະຕູ ແລ່ມໂບ້ ຍິງ 3 ປະຕູ ນາທີ 47, 66, 68 ແລະ ໂສພາ ນາທີ 65. ຈົບເກມໄຟຟ້າ ລາວເອົາຊະນະ ໄຊທານີ ຊິດຕີ້ 7-1 ກັບເພີ່ມເປັນ 18 ຄະແນນ ຈາກ 10 ເກມ ຢູ່ອັນດັບທີ 4 ຂອງຕາຕະລາງ

ສ່ວນຜົນຄູ່ອື່ນໃນມື້ດຽວກັນ ສະຫວັນ UNITED ເອົາຊະນະ EASTERN ໄດ້ 4-0 DEJESUS ຍິງ 3 ປະຕູ ແລະ Culibaly Souleymine ແລະ ທີມຊ້າງນ້ອຍ ສະເໜີ VSV 1-1 ປະຕູ

ສ່ວນຜົນໃນວັນອາທິດ ທີ 12 ມິຖຸນາ Lao Toyota ຟອມການຫລີ້ນຍັງໂຫດສາມາດເອົາຊະນະ Army ໄດ້ໃນບ້ານເຖີງ 4-0 ໄດ້ 2 ປະຕູຈາກ ສິດທິເດດ ຂັນທະວົງ ພຸດດາວີ ພົມມະສານ ແລະ ຂວັນຕາ ສີວົງທອງ, ສ່ວນທາງດ້ານ CSC ຈຳປາ FC ຄືນຟອມ ເອົາຊະນະ Police ໃນບ້ານ ເຖີງ 4-0 ໄດ້ 2 ປະຕູຈາກສັງສອນ ພີມມະເສນ ABU KAMARA ແລະ ເສີນຫລົງ, ສ່ວນທີມພະລັງຊ້າງສານ ລອດຕາຍມາໄດ້ປະຕູໄຊໃນໄລຍະຕໍ່ເວລາພິເສດ ຈາກຈັງຫວະເອົາຫົວຕຳ WILIAM PUAL MODIBO ເຮັດໃຫ້ລ້ານຊ້າງເອົາຊະນະ IDESEA 3-2 ແບບສຸດມັນ

29

ທີ່ມາ : Lao Sport News