spot_img
Homeຂ່າວການພັດທະນາເຊີນຮ່ວມປູກໄມ້ໃຫ້ເປັນປ່າທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດຊອນ

ເຊີນຮ່ວມປູກໄມ້ໃຫ້ເປັນປ່າທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດຊອນ

Published on

ເພື່ອ​ປະ­ກອບ­ສ່ວນ​ສະ­ເຫຼີມ​ສະຫຼອງ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ​ວັນເດັກ­ນ້ອຍ​ສາ­ກົນ, ແນ­ໃສ່​ຍົກ​ລະ­ດັບ​ປຫຸ້ມ​ຂອງ​ເນື້ອ­ທີ່​ປ່າ­ໄມ້​ໃຫ້​ໄດ້ 70% ໃນ​ປີ 2020, ທັງ​ເພື່ອ​ເຮັດ​ໃຫ້​ແຜນ­ການ​ປູກ​ໄມ້ ແລະ​ຟື້ນ​ຟູ​ປ່າ​ທີ່​ນະ­ຄອນ­ຫຼວງ​ກຳ­ນົດ​ກໍ​ຄື:ປີ 2016 ປູກ​ໄມ້​ໃຫ້​ໄດ້ 3 ຮ້ອຍ​ເຮັກ­ຕາ ແລະ​ຟື້ນ​ຟູ​ປ່າ​ອີກ 8 ຮ້ອຍ​ເຮັກ­ຕາ ໃຫ້ທ່ວງ​ທັນ​ກັບ​ລະ­ດູ​ການ, ກຸ່ມ​ບໍ­ລິ­ສັດ ຄຳ ໄພ ຊະ­ນະ ຈິ່ງ​ໄດ້​ຂໍ​ເປັນ​ເຈົ້າ­ພາບ​ໂດຍ​ການ ຈົກ​ເງິນ​ໃນ​ຖົງ​ຕົນ​ເອງ​ຊື້​ເບ້ຍ​ໄມ້​ຈຳ­ນວນ 4 ລ້ານ​ຕົ້ນ​ມາ​ປູກ ພ້ອມ​ເຊີນ­ຊວນ​ທຸກຄົນ​ໃນ​ທົ່ວ​ສັງ­ຄົມ​ມາ​ຮ່ວມ​ປູກ​ໃຫ້​ເປັນປ່າ, ຊຶ່ງ​ຈະ​ມີ​ພິ­ທີ​ປູກ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ວັນ​ທີ 17 ມິ­ຖຸ­ນາ​ນີ້ ທີ່​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດນ້ຳ­ຕົກ­ຕາດ​ຊອນ ແດນ​ຫົງ​ພູ​ສູງສວນ​ອຸ­ທິ­ຍານ​ພຶກ­ສາ­ສາດຊຸມ​ຊົນ​ສະ­ມາ­ຄົມ​ອາ​ຊຽນ ນະ­ຄອນ­ຫຼວງວຽງ​ຈັນ.

ວັນ​ທີ 13 ມິ­ຖຸ­ນາ 2016 ທີ່​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳ­ຕົກ­ຕາດ​ຊອນ ແດນ​ຫົງ​ພູ​ສູງສວນ​ອຸ­ທິ­ຍານ​ພຶກ­ສາ­ສາດ ຊຸມ​ຊົນ​ສະ­ມາ­ຄົມ​ອາ​ຊຽນ, ບ້ານ​ນາ​ຍາງ ເມືອງ​ນາ​ຊາຍ​ທອງ ທ່ານ ຄຳ​ໄພ ສົມ​ຊະ­ນະ ປະ­ທານ​ກຸ່ມ​ບໍ­ລິ­ສັດ ຄຳ​ໄພຊະ­ນະ, ທັງ​ເປັນ​ປະ­ທານສະ­ມາ­ຄົມ​ເຟີ​ນິ​ເຈີ​ລາວ​ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ຮູ້​ວ່າ: ເພື່ອເປັນ​ການ​ປະ­ກອບ­ສ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ເນື້ອ​ໃນ​ຈິດ­ໃຈ​ວິ​ໄສ​ທັດ​ຮອດ​ປີ 2030 ກ່ຽວ​ການ​ພັດ­ທະ­ນາ​ຕາມ​ທິດ​ສີ­ຂຽວ ແລະ​ຍືນ​ຍົງທີ່​ໄດ້​ກຳ­ນົດ​ໄວ້​ໃນ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ,ແຜນ​ຍຸດ​ທະ​ສາດ​ປ່າ­ໄມ້​ຮອດ​ປີ 2020 ທີ່​ກຳ­ນົດ​ໄວ້​ຄື: ຍົກ​ລະ­ດັບ​ຄວາມ​ປົກ​ຫຸ້ມ​ປ່າ­ໄມ້​ໃຫ້​ໄດ້ 70% ໂດຍ​ການ​ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ​ໃຫ້​ໄດ້ 6 ລ້ານ​ເຮັກ­ຕາ ແລະ​ປູກ​ໄມ້​ໃຫ້​ໄດ້ 5 ແສນ​ເຮັກ­ຕາ, ທັງ​ນີ້ ເພື່ອ​ເຮັດ​ໃຫ້​ແຜນ­ການ​ຂອງ​ກະ­ຊວງ​ກະ​ສິ​ກໍ-ປ່າ­ໄມ້​ປະ­ຈຳ​ປີ 2016 ບັນລຸ​ການ​ປູກ​ໄມ້​ໃຫ້​ໄດ້ 24 ພັນ​ເຮັກ­ຕາ ແລະ​ຟື້ນ​ຟູ​ປ່າ​ໃຫ້​ບັນ­ລຸ 276 ພັນ​ເຮັກ­ຕາ, ໂດຍ​ສະ­ເພາະ​ແຜນ­ການ​ປູກ​ໄມ້ ແລະ​ຟື້ນຟູ​ປ່າ ປີ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ກຳ­ນົດ​ໄວ້​ຄື: ປູກ​ໄມ້​ໃຫ້​ໄດ້ 3 ຮ້ອຍ​ເຮັກ­ຕາ, ຟື້ນ​ຟູ​ປ່າ­ໄມ້​ໃຫ້​ໄດ້ 8 ຮ້ອຍ​ເຮັກ­ຕາ ໃຫ້​ຖ່ວງ​ທັນ​ກັບ​ລະ­ດູ​ການ, ມີ​ຂະ​ບວນ ການ​ຟົດ­ຟື້ນ, ສຳ­ເລັດ​ຕາມ​ຄາດ­ໝາຍ ແລະ​ໄດ້​ຮັບ​ຜົນ​ດີ ໃນ​ວັນ​ທີ 17 ມິ­ຖຸ­ນາ 2016  ກຸ່ມ​ບໍ­ລິ­ສັດ​ພວກ​ເຮົາ ໄດ້​ມີ​ແຜນ­ການ​ປູກ ຕົ້ນ­ໄມ້​ຈຳ­ນວນ 4 ລ້ານ​ຕົ້ນ ຢູ່​ບໍ­ລິ­ເວນ ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳ­ຕົກຕາດ​ຊອນແດນ​ຫົງ​ພູ​ສູງ ສວນ​ອຸ­ທິ­ຍານພຶກ­ສາ­ສາດຊຸມ​ຊົນ​ສະ­ມາ­ຄົມ​ອາ​ຊຽນ (ເຂດ​ບ້ານ​ນາ​ຍາງ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

ປະ­ຈຸ​ບັນ ໄດ້​ກະ­ກຽມ​ເນື້ອ­ທີ່​ປູກ​ຕາມ ເຕັກ­ນິກ ໄລ­ຍະ​ຫ່າງ 3×3 ແມັດ ມີ 3 ເຮັກ­ຕາ, ໄລ­ຍະ​ຫ່າງ 1×1 ແມັດ ຈຳ ນວນ 7 ເຮັກ­ຕາ, ຕົ້ນ­ໄມ້​ທີ່​ຈະ​ປູກ​ແມ່ນ​ຊະ­ນິດ​ພັນ​ໄມ້​ພື້ນ­ເມືອງ​ຂອງ​ລາວ​ເຮົາ ເຊັ່ນ: ໄມ້​ຂະ​ຍຸງ 2 ລ້ານ​ຕົ້ນ, ໄມ້​ດູ່ 1,5 ລ້ານ​ຕົ້ນ, ໄມ້​ດູ່​ລາຍ, ໄມ້​ຄຳ​ພີ, ໄມ້­ຍາງ, ໄມ້­ແຄນ​ເຮືອ​ຊະ­ນິດ​ລະ 1 ແສນ​ຕົ້ນ, ນອກ​ນີ້ ຍັງ​ມີ​ໄມ້​ແດງ, ໄມ້​ປະ­ດັບ ແລະ ໄມ້​ໃຫ້​ໝາກ​ຊະ­ນິດ​ລະ 50 ພັນ​ຕົ້ນ, ມາ​ຮອດ​ປະ­ຈຸ​ບັນ​ໄດ້​ກຽມ​ຄວາມ​ພ້ອມ​ທຸກໆ​ດ້ານ​ເກືອບ 100%.

ສະ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ທຸກ​ພາກ­ສ່ວນໃນ​ສັງ­ຄົມ ລວມ​ທັງ​ພາກ​ລັດ, ພໍ່​ແມ່​ປະ­ຊາ­ຊົນ, ຜູ້​ປະ­ກອບ​ການ, ນັກ­ຮຽນ-ນັກສຶກ​ສາ, ອະ­ນຸ­ຊົນ-ເຍົາ­ວະ​ຊົນ, ຊາວ​ໝຸ່ມ ຕະ­ຫຼອດ​ຮອດ​ພຸດ​ທະ​ສາດ­ສະ­ໜາ ແລະ​ຊາວ​ຕ່າງ­ປະ­ເທດ ທີ່​ອາ­ໄສ​ຢູ່​ນະ­ຄອນ­ຫຼວງ ວຽງ​ຈັນ ຈົ່ງ​ພ້ອມ​ກັນ​ເຂົ້າ​ຮ່ວມ​ປູກ​ຕົ້ນ ໄມ້​ນຳ​ບໍ­ລິ­ສັດ​ພວກ​ຂ້າ­ພະ­ເຈົ້າ ເພື່ອ​ເຮັດ ໃຫ້​ປ່າ­ໄມ້​ໃນ​ປະ­ເທດ​ເຮົາ ກໍ​ຄື​ນະ­ຄອນ ຫຼວງ​ວຽງ​ຈັນ ມີ​ຄວາມ​ອຸ­ດົມ­ສົມ­ບູນ ແລະ​ກາຍ­ເປັນ​ປະ­ເທດ​ສີ­ຂຽວ​ຕາມ​ຄຳ​ຂວັນ​ທີ່ ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ປູກ​ໄມ້​ເປັນ​ປ່າ ພັດ­ທະ­ນາ​ສີ­ຂຽວ​ໃຫ້​ຍືນ​ຍົງ”.

ໂອ­ກາດ​ນີ້ ທ່ານ ຄຳ​ໄພ ສົມ​ຊະ­ນະ ຍັງ​ໃຫ້​ຮູ້​ອີ​ກວ່າ: ເພື່ອ​ໂຄ­ສະ­ນາ​ເຜີຍ­ແຜ່ ໃຫ້​ທຸກ​ພາກ­ສ່ວນ​ທົ່ວ​ສັງ­ຄົມ ເຫັນ​ໄດ້ ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ຕົ້ນ­ໄມ້ ແລະ​ປ່າ­ໄມ້ ຕໍ່​ກັບ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ ວັນ​ຂອງ​ມະ­ນຸດ, ສ້າງ​ເປັນ​ຕົວ​ແບບ​ໃນ ການ​ປູກ​ໄມ້ ແລະ​ຟື້ນ​ຟູ​ປ່າ ໃນ​ເຊີງ​ອະ­ນຸ­ລັກ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊະ­ນິດ​ພັນ​ໄມ້, ຊີ­ວະ​ນາໆພັນ, ມີ​ອາ­ກາດ​ທີ່​ສະ­ອາດ, ເປັນ​ປອດ​ຫານ​ໃຈ​ຂອງ​ນະ­ຄອນ ຫຼວງ​ວຽງ​ຈັນ ກຸ່ມ​ບໍ­ລິ­ສັດ​ພວກ​ເຮົາ​ມີ​ແຜນ ການ​ປູກ​ຕົ້ນ­ໄມ້​ແຕ່​ລະ​ປີ​ໃນ­ຕໍ່­ໜ້າ​ອີກ​ດ້ວຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...