Homeມູມໄອທີລາວຊິບເຊັດ Kirin ຈາກ Huawei ມີຍອດຈັດສົ່ງເຖິງ 80 ລ້ານອັນແລ້ວ!!

ຊິບເຊັດ Kirin ຈາກ Huawei ມີຍອດຈັດສົ່ງເຖິງ 80 ລ້ານອັນແລ້ວ!!

Published on

ໃນງານເປີດໂຕສະມາດໂຟນລຸ້ນໃໝ່ຈາກບໍລິສັດລູກຂອງຫົວເຫວີ່ຍນັ້ນກໍຄື Honor ທີ່ໄດ້ເປີດໂຕໂທລະສັບລຸ້ນ Honor 5C ທີ່ມາພ້ອມກັບຊິບປະມວນຜົນ Kirin 650 ເປັນຊິບເຊັດລະດັບກາງໂຕຫຼ້າສຸດຈາກຫົວເຫວີ່ຍ ແລະເປັນໂຕທຳອິດທີ່ຜະລິດດ້ວຍຂະບວນການຜະລິດແບບ 16 ນມ ນອກນີ້ກໍມາພ້ອມກັບຊິບປະມວນຜົນກຣາບຟິກ Mali-T830 MP2 ອີກນຳ.

ພາຍໃນງານເປີດໂຕ Honor 5C ຍັງໄດ້ກ່າວວ່າ: ຫົວເຫວີ່ຍໄດ້ສ້າງປະຫວັດສາດອັນສຳຄັນສຳລັບວົງການຊິບເຊັດໃນປະເທດຈີນຄື ການຈັດສົ່ງຊິບເຊັດ Kirin ໄດ້ຫຼາຍກວ່າ 80 ລ້ານອັນ ເມື່ອບໍ່ດົນມານີ້, ເຊິ່ງຖືວ່າເປັນກ້າວທີ່ສຳຄັນສຳລັບແບຣນຈີນທີ່ພະຍາຍາມບຸກຕະຫຼາດໂລກໃຫ້ໄດ້.

image

ສຳລັບຊິບປະມວນຜົນ Kirin 650 ນີ້ແມ່ນມີການເພີ່ມປະສິດຕິພາບຂຶ້ນເຖິງ 65℅ (ໜ້າຈະທຽບກັບ Kirin 620) ແຕ່ໃນຂະນະດຽວກັນກໍສາມາດຫຼຸດການໃຊ້ພະລັງງານລົງໄດ້ 70%  ເຊິ່ງຖືວ່າເໝາະແກ່ການນຳມາໃຊ້ກັບສະມາດໂຟນໃນປັດຈຸບັນເລີຍ ນອກກໍຍັງມີພວກຄຸນສົມບັດອື່ນໆອີກຫຼາຍຢ່າງ.

ປິດທ້າຍຂ່າວດ້ວຍການເປີດໂຕສະມາດໂຟນລຸ້ນໃໝ່ໃນລາຄາປະຢັດຈາກ Honor ນັ້ນກໍຄື Honor 5A ທີ່ເປີດໂຕໄປແລ້ວມື້ວານນີ້ເອງ

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...