Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍຊາວໄທໄວ 48 ປີ ແຄ້ນເມຍຊາວລາວຕີຕົວອອກຫ່າງກະໜ່ຳຍິງດ້ວຍປືນ 9 ມມ ທີ່ໜອງຄາຍ

ຊາຍຊາວໄທໄວ 48 ປີ ແຄ້ນເມຍຊາວລາວຕີຕົວອອກຫ່າງກະໜ່ຳຍິງດ້ວຍປືນ 9 ມມ ທີ່ໜອງຄາຍ

Published on

206

ໃນວັນທີ 13 ມິຖຸນາ 2016 ຊ່ວງເວລາປະມານ 14:00ໂມງ ຕຳຫຼວດເມືອງໜອງຄາຍໄດ້ຮັບແຈ້ງເຫດວ່າ ມີການເກີດເຫດຍິງກັນກາງ ເມືອງ ໜອງຄາຍ ໃກ້ກັບໂຮງງານຢາສູບ ເຈົ້າໜ້າທີ່ສັນນິສູດຫຼັກຖານ ແລະ ເຈົ້າໜ້າທີ່ສືບ ສວນ-ສອບສວນເມືອງໜອງຄາຍ ໄດ້ເຂົ້າມາກວດສອບສະຖານທີ່ເກີດເຫດ ພົບລົດຍົນຢີ່ຫໍ້ຮອນດ້າຊີວີດ ສີບຣອນ ໝາຍເລກທະບຽນ 2157 ກຳແພງນະຄອນ ສະພາບດ້ານໜ້າລົດມີຮອຍກະສຸນປືນ 6 ຮູ ແລະ ດ້ານຂ້າງຝັ່ງຂວາມີຮອຍກະສຸນປືນ 4 ຮູ ໃນທີ່ເກີດເຫດພົບປອກກະສຸນປືນ 9ມມ ຕົກຢູ່ 11 ປອກ ເຈົ້າໜ້າທີ່ຈິ່ງເກັບໄວ້ເປັນຫຼັກຖານ ສ່ວນຄົນເຈັບມີສອງຄົນຮູ້ຊື່ວ່າ ນາງ ສີອຳພອນ ດວງບຸບຜາ ອາຍຸ 44 ປີ ຢູ່ບ້ານທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ທ້າວ ບຸນຍະລິດ ດວງບຸບຜາ ອາຍຸ 20 ປີ ຢູ່ບ້ານທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ໄດ້ນຳສົ່ງໂຮງໝໍໜອງຄາຍ ໂດຍນາງ ສີອຳພອນ ທົນຄວາມເຈັບຈາກອາການບາດເຈັບບໍ່ໄຫວຈິ່ງໄດ້ເສຍຊີວິດທີ່ໂຮງໝໍ ສ່ວນທ້າວ ບຸຸນຍະລິດ ອາການຍັງເປັນຕາຍເທົ່າກັນ

7899 3500

ຈາກການສອບຖາມພະຍານທີ່ເຫັນເຫດການຊາບວ່າ ນາງ ສີອຳພອນ ພ້ອມດ້ວຍລູກຊາຍຄື ທ້າວ ບຸນຍະລິດ ເດີນ ທາງມາເຮັດທຸລະສ່ວນຕົວ ຂະນະທີ່ກຳລັງຈອດລົດມີຜູ້ຊາຍຮູບຮ່າງສູງໃຫຍ່ຂັບລົດຢີ່ຫໍ້ໂຕໂຢຕ້າຟໍຈູນເນີ້ສີຂາວ ໝາຍເລກທະບຽນ 5949 ພັງງາ ກ່ອນຈະຈອດລົດ ແລະ ລົງມາກະໜ່ຳຍິງຢ່າງບໍ່ຢັ້ງ ແລ້ວຂັບລົດຫຼົບໜີໄປ ພາຍຫຼັງເຈົ້າໜ້າທີ່ຊາບລາຍລະອຽດແລ້ວໄດ້ວິທະຍຸສະກັດຈັບທົ່ວທັງແຂວງໜອງຄາຍ ແຕ່ຍັງຈັບຕົວບໍ່ທັນໄດ້

474

4743498

ເຈົ້າໜ້າທີ່ເມືອງໜອງຄາຍໄດ້ເປີດເຜິຍຂໍ້ມູນເບື້ອງຕົ້ນໃຫ້ຊາບວ່າ ຜູ້ກໍ່ເຫດແມ່ນທ້າວ ບຸນຊູ ແກ້ວພິລາ ອາຍຸ 48 ປີ ຢູ່ເຮືອນເລກທີ 125 ໝູ່ 6 ເຂດ ປະໂຄ ເມືອງໜອງຄາຍ ແຂວງ ໜອງຄາຍ ເຊິ່ງເປັນອະດີດຜົວຂອງນາງ ສີອຳພອນ ຈາກການສອບຖາມຍາດພີ່ນ້ອງຂອງທ້າວ ບຸນຊູ ກໍ່ໄດ້ຮູ້ວ່າທັງສອງຄົນມີບັນຫາກັນເລື່ອງຊັບສິນ ບໍ່ສາມາດຕົກລົງກັນໄດ້ ແລະ ມີບັນຫາຜິດຖຽງກັນເລື່ອຍໆ ເນື່ອງຈາກນາງ ສີອຳພອນພະຍາຍາມຕີຕົວອອກຫ່າງ ຈົນເຮັດໃຫ້ທ້າວ ບຸນຊູ ລົງມືກໍ່ເຫດໃນຄັ້ງນີ້ ສ່ວນສາເຫດທີ່ຊັດເຈນນັ້ນຕ້ອງລໍຖ້າເຈົ້າໜ້າທີ່ຕິດຕາມຈັບກຸມຕົວ ທ້າວ ບຸນຊູ ໄດ້ກ່ອນ ເຊິ່ງຂະນະນີ້ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຢ່າງໃກ້ຊິດ

106

277

ທີ່ມາ:​http://nongkhainewsonline.blogspot.com/2016/06/48-9.html?m=1

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...