spot_img
Homeຂ່າວຕ່າງປະເທດສິງກະ​​ໂປ​ທຳລາຍ​ງາ​ຊ້າງ​ເຖື່ອນ​ເກືອບ 8 ​ໂຕນ

ສິງກະ​​ໂປ​ທຳລາຍ​ງາ​ຊ້າງ​ເຖື່ອນ​ເກືອບ 8 ​ໂຕນ

Published on

ທາງ​ການ​ສິງ​ກະ​ໂປ​ມີ​ພີ​ທີ​ບົດ ​ແລະ​ ເຜົາ​ທຳລາຍ​ງາ​ຊ້າງ​​ເຖື່ອນ​ນໍ້າໜັກ​ຮ່ວມ 8 ​ໂຕນ​ທີ່ຢຶດມາ​ໄດ້​ໃນ​ຊ່ວງ 2 ປີ​ກວ່າ​ທີ່​ຜ່ານ​ມາ ​ໃນ​ມື້​ນີ​ເພື່ອ​ປ້ອງ​ກັນ​ການ​ຄ້າງ​າ​ຊ້າງ​ຜິດ​ກົດໝາຍ ຂະນະ​ທີ່​ເຄື່ອນ​ໄຫວ​ຮຽກຮ້ອງ​ໃຫ້​ມີ​ກົດໝາຍ​ເຂັ້ມ​ງວດ​ຫຼາຍຂຶ້ນ.

ສຳ​ນັກ​ງານ​ອາຫານ​ກະ​ເສດ ​ແລະ ສັດ​ວິທະຍາຖະ​ແຫຼ​ງວ່າ ງາ​ຊ້າງ​ກວ່າ 2.700 ອັນ ນໍ້າໜັກ 7,9 ​ໂຕນ​ຖືກ​ນຳ​ມາກ​ອງລວມກັນ ​ແລະ ບົດ​ທຳ​ລາຍ​ກ່ອນ​ເຜົາ​ຖິ້ມ ນັບ​ເປັນ​ຄັ້ງທຳ​ອິດ​ຂອງ​ພິທີ​ທຳລາຍ​ງາ​ຊ້າງ​ເຖື່ອນ​ທີ່​ຢຶດ​ໄດ້​ໃນ​ສິງກະ​​ໂປ ​ໂດ​ຍກ່ອນ​ໜ້າ​ນີ້​ສິງກະ​ໂປ​ສົ່ງ​ຄືນ​ງາ​ຊ້າງ​ເຖື່ອນ​ກັບປະ​ເທດ​ຕົ້ນ​ທາງ ບໍລິຈາກ​ເຂົ້າ​ພິພິທະ​ພັນ ຫຼື ​ເກັບ​ໄວ້​ເພື່ອ​ການ​ສຶກສາ ຄາດ​ວ່າ​ງາ​ຊ້າງ​ເຖື່ອນ​ຊຸດ​ດັ່ງກ່າວ​ມີ​ມູນ​ຄ່າ​ປະມານ 9,6 ລ້ານ​ໂດ​ລາ​ສະຫະລັດ ມາ​ຈາກ​ການ​ຢຶດ​ໃນ 4 ຄັ້ງ​ຊ່ວງ​ລະຫວ່າງ​ເດືອນ​ມັງກອນ 2014-ທັນວາ 2015 ​ເມື່ອ​ເດືອນ​ພຶດສະພາ 2015 ພົບ​ງາ​ຊ້າງ 2.000 ກິ່ງ​ຊຸກ​ເຊື່ອງ​ໃນ​ລະຫວ່າງ​ການ​ຂົນ​ສົ່ງ​ສິນຄ້າ​ຈາກ​ເຄນ​ຢາ ທ້າວ ​ເດ​ສນອນ ລີ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ງົບ ​ແລະ ການ​ພັດທະນາ​ແຫ່ງ​ຊາດ​ກ່າວ​ວ່າ ພິທີ​ທຳ​ລາຍ​ງາ​ຊ້າງ​ຄັ້ງ​ນີ້​ຖື​ເປັນ​ການ​ສົ່ງ​ສັນ​ຍານ​ວ່າ​ສິງກະ​ໂປ​ຕໍ່ຕ້ອນ​ການ​ຄ້າ​ສັດປ່າ​ຜິດ​ກົດໝາຍ ຂະນະ​ທີ່​ຜູ້ອຳນວຍການ​ກອງ​ທຶນ​ສັດປ່າ​ໂລກ ຫຼື WWF ກ່າວ​ວ່າ ສິງກະ​ໂປ​ຈະ​ຕ້ອງ​​ເຂັ້ນ​ງວດ​ກົດໝາຍ​ຕໍ່ຕ້ານການ​ຄ້າ​ສິ່ງ​ຜິດ​ກົດໝາຍ​ໃຫ້​ຫລາຍ​ຂຶ້ນ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...