spot_img
Home​ຂ່າວທ່ອງທ່ຽວຊົມຄ້າຍເກົ່າທະຫານຝຣັ່ງ ຂຶ້ນຫໍຄອຍຊົມວິວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຊົມຄ້າຍເກົ່າທະຫານຝຣັ່ງ ຂຶ້ນຫໍຄອຍຊົມວິວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

Published on

4984

ເມືອງຫ້ວຍຊາຍ ມີຫຼາຍສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ເຊິ່ງໜຶ່ງໃນນັ້ນກໍ່ແມ່ນ ຄ້າຍເກົ່າທະຫານຝຣັ່ງ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງພະແນກ ຖວທ ແຂວງບໍ່ແກ້ວ. ພາຍໃນຄ້າຍດ້ານໃນປະກອບມີອາຄານຕ່າງໆ ສ່ວນໃຫຍ່ເປັນຊາກປະລັກຫັກພັງ ຈຸດເດັ່ນຂອງຄ້າຍແຫ່ງນີ້ຄືຫໍຄອຍດ້ານທິດຕາເວັນຕົກ ນັກທ່ອງທ່ຽວສາມາດຂຶ້ນໄປທາງດ້ານເທິງ ເພື່ອຊົມທິວທັດຂອງເມືອງຫ້ວຍຊາຍ ລວມໄປເຖິງຝັ່ງຊຽງຂອງ (ໄທ) ໄດ້ຢ່າງຊັດເຈນ, ນັກທ່ອງທ່ຽວບາງຄົນຈະໃຊ້ເວລາຄ້ອນຂ້າງດົນພໍສົມຄວນ ເພາະວິວເມືອງຫ້ວຍຊາຍມີຄວາມສວຍງາມ ແລະ ມີມົນຂັງ, ບ້ານເຮືອນຂອງປະຊາຊົນລຽງກັນໄປຕາມແນວແມ່ນ້ຳຂອງ ສາຍນ້ຳໄຫຼເອື່ອຍ ຊົມວິຖີຊີວິດຂອງຜູ້ຄົນສອງຝາກຝັ່ງ ທີ່ຍັງຄົງດຳລົງຊີວິດແບບດັ່ງເດີມໃຫ້ໄດ້ຊົມ.

767

ຄ້າຍດັ່ງກ່າວ ປະກອບມີກຳແພງຮົ້ວອ້ອມສີ່ດ້ານ, ຫ້ອງການເຮັດວຽກ, ຄຸກຄຸມຂັງນັກໂທດ, ເຮືອນພັກຂອງທະຫານ ແລະ ເຮືອນຄົວ, ມີປ້ອມຍາມສັງເກດການສອງດ້ານຄື: ດ້ານໜ້າ ແລະ ດ້ານຫຼັງ. ພາຍຫຼັງທີ່ປະເທດລາວ ໄດ້ຖືກຈັດເຂົ້າເປັນແຄ້ວນໜຶ່ງ ຂອງອານາເຂດ ຝຣັ່ງປົກຄອງອິນດູຈີນໃນປີ 1893. ຫຼັງຈາກປະເທດລາວປະກາດເອກະລາດຈາກຝຣັ່ງ ໃນປີ 1954, ກອງທັບລາດສະອານາຈັກລາວ ໄດ້ນຳໃຊ້ຄ້າຍ ແຫ່ງນີ້ຈົນຮອດປີ 1975.
ຫຼັງຈາກນັ້ນເປັນຕົ້ນມາ ຄ້າຍທະຫານດັ່ງກ່າວ ແມ່ນຢູ່ໃນຄວາມຮັບຜິດຊອບ ຂອງກອງທັບ ປະຊາຊົນປະຕິວັດລາວ. ຫວ່າງບໍ່ດົນມານີ້ ຄ້າຍເກົ່າທະຫານຝຣັ່ງ ໄດ້ຖືກໂອນມາຢູ່ໃນຄວາມຮັບຜິດຊອບ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ.

ຮຽບຮຽງຂໍ້ມູນໂດຍນັກຂ່າວເສດຖະກິດ-ການຄ້າ
ຮູບພາບປະກອບຈາກ www.gt-rider.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...