Homeສຸຂະພາບ ແລະ ສີ່ງແວດລ້ອມວິວັດທະນາການໃໝ່ ສາມາດສ້າງເນື້ອເຫຍື່ອຂອງມະນຸດຄືນໃໝ່ໄດ້

ວິວັດທະນາການໃໝ່ ສາມາດສ້າງເນື້ອເຫຍື່ອຂອງມະນຸດຄືນໃໝ່ໄດ້

Published on

ທ້າວ Nicolas Clark ສາມາດກັບຄືນມາກະໂດດ ໂລດເຕັ້ນ ໄດ້ອີກ ເຖິງແມ່ນວ່າລາວ ໄດ້ສູນເສຍກ້າມເນື້ອສ່ວນໃຫຍ່ໃນບີແຂ່ງເບື້ອງຊ້າຍໃນເຫດອຸບປະຕິເຫດກໍຕາມ.

ທ້າວ Clark ຜູ້ປ່ວຍທີ່ໄດ້ຮັບການຜ່າຕັດກ່າວວ່ານອກເໜືອໄປຈາກການສູນເສຍກ້າມເນື້ອ ແລ້ວ ຂ້ອຍຍັງໄດ້ສູນເສຍເສັ້ນປະສາດສ່ວນໃຫຍ່ ແລະເສັ້ນເລືອດແລະພວກເນື້ອເຫຍື່ອ ອື່ນໆ ໃນຂາຂອງຂ້ອຍນຳ ຊຶ່ງມັນໄດ້ຈຳກັດການເຄື່ອນຕ່ໄຫວຕ່າງໆຫຼາຍຢ່າງ.

ສ່ວນໃຫຍ່ຂອງກ້າມເນື້ອຂອງລາວ ແມ່ນໄດ້ປົ່ງຄືນມາໃໝ່ ຍ້ອນນະວະກຳການບຳບັດ ຊະນິດໃໝ່ ທີ່ສູນກາງການແພດມະຫະວິທະຍາໄລ Pittsburgh Medical Centerຊຶ່ງໄດ້ເອົາ ເນື້ອເຫຍື່ອມາຈາກໝູແລະຈັດແຍກແຊລຕ່າງໆຂອງພວກສັດອອກ. ສິ່ງທີ່

ເຫຼືອຢູ່ນັ້ນ ແມ່ນ ເປັນເນື້ອເຫຍື່ອ ທີ່ເອີ້ນວ່າ extracellular matrix.

Dr. Stephen Badylak ຈາກສູນກາງການແພດຂອງມະຫະວິທະຍາໄລ Pittsburgh ກ່າວວ່າ “Extracellular matrix ແມ່ນເປັນເນື້ອເຫຍື່ອທີ່ສາມາດສົ່ງສັນຍານ ທີ່ສາມາດ ບັງຄັບ ຫຼາຍສິ່ງຫຼາຍຢ່າງໃນຮ່າງກາຍຂອງທ່ານ. ພວກມັນສາມາດຄວບຄຸມການຈະ ເຣີນເຕີບໂຕຂອງເນື້ອເຫຍື່ອ ຕົວຢ່າງເຊັ່ນ ພວກມັນຄວບຄຸມຂັ້ນຕອນການດຳເນີນງານ ທີ່ເກີດຂຶ້ນ ຫຼັງຈາກການເກີດອຸບປະຕິເຫດ.”

ເວລາພວກເຮົາສູນເສຍເນື້ອເຫຍື່ອຂອງພວກເຮົາ ຕອນປະສົບອຸບປະຕິເຫດ ຫຼືຈາກໂຣກ ຕ່າງໆ ເນື້ອເຫຍື່ອ extracellular matrix ກໍຖືກສູນເສຍໄປເຊັ່ນກັນ ເພາະສະນັ້ນເນື້ອ ເຫຍື່ອໃໝ່ຈຶ່ງບໍ່ມີທິດທາງເດີນໃນການຈະເລີນເຕີບໂຕຄືນໃໝ່. ເພາະສະນັ້ນເນື້ອເຫຍື່ອ matrix ຂອງໝູນີ້ ຈຶ່ງມາເປັນຜູ້ຊີ້ນຳໃຫ້ ເຖິງແມ່ນວ່າມັນ ຈະບໍ່ເປັນຂອງທີ່ບໍ່ໄດ້ມາຈາກ ມະນຸດກໍບໍ່ສຳຄັນ.

Dr. Badylak ກ່າວວ່າ “ປາກົດວ່າ ການປະກອບສ່ວນ ຫຼືໂມໂລກູລ ທີ່ປະກອບເປັນ extra- cellular matrix ນັ້ນແມ່ນເປັນພື້ນຖານທີ່ສຳຄັນຍິ່ງ ໃນຂັ້ນຕອນການປະຕິບັດ ງານ ຈ່ຶງໄດ້ສະສົມໄວ້ເປັນຢ່າງດີຕະຫຼອດມາຜ່ານວິວັດທະນາການ. ສະນັ້ນໂມໂລກູລ ໃນພວກເຮົາ ມວນມະນຸດ ຈຶ່ງມີສ່ວນຄ້າຍຄືກັນກັບຂອງພວກໝູ ໃນຈຳພວກໜູ ແລະ ອາດຈະເປັນຈຳພວກໄດໂນເສົາກໍເປັນໄດ້ ໂດຍຜ່ານວິວັດທະນາການມາທັງໝົດ.”

ຄວາມຈິງແລ້ວເນື້ອເຫຍື່ອຂອງສັດແມ່ນດີກວ່າເນື້ອເຫຍື່ອຂອງມະນຸດທີ່ຮັບບໍຣິຈາກມາ ຊະດ້ວຍຊໍ້າ ເພາະວ່າມັນຈະບໍ່ນຳພາເຊື້ອໂຣກມາ ທັງຈະມີໄວ້ຢູ່ຕະຫຼອດ.

ໃນດ້ານນ່ຶງໃນການບຳບັດດ້ວຍ matrix ທີ່ໄດ້ພິສູດໃຫ້ເຫັນຢ່າງສຳເລັດຜົນ ກໍຄືການບຳ ບັດພວກຄົນໄຂ້ ທີ່ຜ່າຕັດເອົາຫຼອດລົມອອກ ຍ້ອນການຖືກທຳລາຍຂອງໂຣກມະເຮັງ ຫຼື ການບາດເຈັບ.

Dr. Badylak ກ່າວວ່າ “ພວກເຮົາສາມາດທີ່ຈະຂູດເອົາໂຣກມະເຮັງອອກຈາກ ຫຼອດ ລົມ ໄດ້ໝົດ ຄືກັນກັບຂູດ wallpaper ຫຼືເຈ້ຍຕິດຝານັ້ນອອກ ດ້ວຍ matrix ແລ້ວພວກ ເຮົາກໍ ຈະຫາທາງໃຫ້ມີການຈະເລີນເຕີບຕົວຂອງຝາຜະໜັງດ້ານໃນ ທີ່ແຂງແຮງ ແລະ ແຕ່ນັ້ນມາ ພວກເຮົາກໍບໍ່ເຫັນໂຣກມະເຮັງກັບຄືນມາໃໝ່ ອີກຈົນ ເທົ່າເຖິງປະຈຸບັນນີ້.”

ຖ້າປຽບທຽບໃສ່ການບຳບັດຂອງ stem cell ແລ້ວກຳມະວິທີນີ້ ແມ່ນມີຄ່າໃຊ້ຈ່າຍຖືກ ຫຼາຍ. Matrix ມີຫຼາຍໆຂະໜາດ ແລະຮູບແບບ ທັງທີ່ປຽກຊຸ່ມແລະແຫ້ງ ແລະສາມາດ ສັ່ງຊື້ໄດ້ຈາກ ຫ້ອງທົດລອງວິທະສາດຕ່າງໆ.

ບັນດານັກວິທະຍາສາດກ່າວວ່າການທ້າທາຍທີ່ຍິ່ງໃຫຍ່ກໍຄືການປະດິດຄິດສ້າງອະໄວ ຍະຫວະທັງໝົດ ຄື ຕັບຫຼື ໝາກໄຂ່ຫຼັງ ອິງຕາມຫຼັກການອັນດຽວກັນ. ເທົ່າເຖິງປະຈຸບັນນີ້ ບັນດານັກວິທະຍາສາດກ່າວວ່າ ຜົນປາກົດອອກມາ ແມ່ນດີກວ່າສິ່ງທີ່ສັນຍາໄວ້.

ຂໍ້ມູນຈາກ ວີໂອເອ

531921_467282310018673_694437652_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...