ຈາກຮູບຖ່າຍດາວພະຫັດເມື່ອວັນທີ 21 ເມສາ 2014 ສະແດງໃຫ້ເຫັນວ່າ ສ່ວນທີ່ມີຊື່ສຽງທີ່ສຸດຂອງດາວພະຫັດ ຈຸດແດງໃຫຍ່ ທີ່ເກີດຈາກພາຍຸແລະມີຂະໜາດໃຫຍ່ກວ່າໂລກຫຼາຍເທົ່າ ກັບມີຂະໜາດນ້ອຍລົງເມື່ອທຽບກັບຮູບຖ່າຍຈາກສະໄໝກ່ອນ.
ຮູບຂອງດາວເສົາ ຖ່າຍໂດຍຍານສໍາຫຼວດ Cassini ເມື່ອວັນທີ 19 ສິງຫາ 2012 ຖ້າສັງເກດີໆ ຢູ່ທາງເບື້ອງຊ້າຍເທິງສຸດທ່ານຈະພົບກັບ “ທີທິສ” ດາວບໍລິວານຂອງດາວເສົາ ຂະໜາດເສັ້ນຜ່າສູນກາງ 1,062 ກິໂລແມັດ ຮູບນີ້ຖ່າຍເມື່ອຕອນທີ່ຍານໂຄຈອນຫ່າງຈາກດາວເສົາໄປປະມານ 2.4 ລ້ານກິໂລແມັດ.
ເສັ້ນໃຍຈາກດວງຕາເວັນລອຍຄ້າງຢູ່ໃນຊັ້ນບັນຍາກາດ ພາຍຫຼັງຈາກທີ່ປະທຸຂຶ້ນຈາກຜິວດາວໄປສູ່ຫ້ວງອະວະກາດເມື່ອວັນທີ 31 ສິງຫາ 2012 ການປະທຸຂອງໂຄໂຣນາຈາກດວງຕາເວັນນັ້ນມີຄວາມສາມາດເຄື່ອນທີ່ໄປດ້ວຍຄວາມໄວກວ່າ 1,448 ກມ/ວິນາທີ ແຕ່ໂຊກດີທີ່ການປະທຸຄັ້ງນີ້ບໍ່ໄດ້ມີທິດທາງມຸ່ງມາຍັງໂລກໂດຍກົງ ແຕ່ເຖິງປານນັ້ນກໍຍັງສົ່ງຜົນກະທົບຕໍ່ສະໜາມແມ່ເຫຼັກໂລກ ແລະເຮັດໃຫ້ເກີດປາກົດການອໍໂຣຣາໃນຄືນວັນທີ 3 ກັນຍາ 2012 ສ່ວນຮູບເທິງນີ້ເປັນການປຽບທຽບຂະໜາດຂອງໂລກກັບການປະທຸຄັ້ງດັ່ງກ່າວຂອງດວງຕາເວັນ.
ກະສວຍອະວະກາດ Challenger ຂະນະລອຍລໍາໃນວົງໂຄຈອນ ຖ່າຍໂດຍດາວທຽມ Space Pallet Satellite (SPAS) ເມື່ອວັນທີ 22 ມິຖຸນາ 1983.
ຈຸດແດງໃຫຍ່ເທິງດາວພະຫັດ ຖ່າຍໂດຍຍານສໍາຫຼວດ Voyager 1 ຂອງອົງການນາຊາ ເມື່ອປີ 1979 ໂດຍຈຸດແດງໃຫຍ່ທີ່ເຫັນນີ້ເປັນລົມພາຍຸຮຸນແຮງທີ່ເກີດຈາກຄວາມກົດດັນບັນຍາກາດສູງ ມີຂະໜາດໃຫຍ່ກວ່າໂລກເຖິງ 3.5 ເທົ່າ ຕັ້ງຢູ່ໃນຊີກໃຕ້ຂອງດາວພະຫັດ.