Homeຂ່າວພາຍ​ໃນລາວໂພສຕ໌ ຈັບມືມະຕິຊົນ ຄາດຮ່ວມມືກັນຫຼາຍດ້ານ

ລາວໂພສຕ໌ ຈັບມືມະຕິຊົນ ຄາດຮ່ວມມືກັນຫຼາຍດ້ານ

Published on

ເມື່ອວັນທີ 6/6/2016 ທີ່ຜ່ານມາ ທີມຜູ້ບໍລິຫານງານເວັບໄຊ ລາວໂພສຕ໌ ນຳໂດຍ ທ່ານ ສົມສັກ ຂັນດາວົງ ບັນນາທິການ ພ້ອມຄະນະໄດ້ເດິນທາງເຂົ້າພົບປະທ່ານ ວໍຣະສັກ ປຣະຍູນສຸກ ບັນນາທິການໃຫຍ່ໃນເຄືອມະຕິຊົນ ບໍລິສັດມະຕິຊົນມະຫາຊົນ ທີ່ຊັ້ນ5 ອາຄານມະຕິຊົນ ນະຄອນຫຼວງບາງກອກປະເທດໄທ.

ໂອກາດດັ່ງກ່າວ ທ່ານ ວໍຣະສັກ ປຣະຍູນສຸກ ໄດ້ໃຫ້ກຽດຕ້ອນຮັບຄະນະລາວໂພສຕ໌ ດ້ວຍຕົນເອງ ເຊິ່ງໄດ້ມີການພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ເປັນຕົ້ນແມ່ນການຮ່ວມມືແລກປ່ຽນກັນທາງດ້ານຂໍ້ມູນຂ່າວສານເຊິ່ງກັນແລະກັນ, ຂອບການຮ່ວມມືກັນໃນອະນາຄົດ ແລະຢ້ຽມຊົມການປະຕິບັດວຽກງານຕົວຈິງຂອງສຳນັກພິມ ມະຕິຊົນ.

ໃນຕອນຄ່ຳຂອງວັນດຽວກັນນັ້ນ, ບໍລິສັດ ມະຕິຊົນ ມະຫາຊົນ ຍັງໄດ້ໃຫ້ກຽດລ້ຽງອາຫານຄ່ຳແກ່ທີມງານ ລາວໂພສຕ໌ ດ້ວຍບັນຍາກາດອັນແສນອົບອຸ່ນແລະມີຄວາມໝາຍອັນເລິກເຊິ່ງຕໍ່ທັງສອງຝ່າຍ.

Laopost - Matichon
ທ່ານ ວໍຣະສັກ ປຣະຍູນສຸກ ບັນນາທິການໃຫຍ່ ມະຕິຊົນ ໃຫ້ການຕ້ອນຮັບຕໍ່ຄະນະລາວໂພສຕ໌ ດ້ວຍຄວາມອົບອຸ່ນ
Laopost - Matichon
ທ່ານ ວໍຣະສັກ ປະຍູນສຸກ ບັນນາທິການໃຫຍ່ ມະຕິຊົນ ພາທີມງານລາວໂພສຕ໌ ຢ້ຽມຊົມການປະຕິບັດວຽກຂອງ ກອງບັນນາທິການ ມະຕິຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...