spot_img
Homeຂ່າວຕ່າງປະເທດອົດສະຕຣາລີ ກຳລັງກວດສອບພາບຖ່າຍຊິ້ນສ່ວນທີ່ອາດມາຈາກເຮືອບິນ ເອຊ-370

ອົດສະຕຣາລີ ກຳລັງກວດສອບພາບຖ່າຍຊິ້ນສ່ວນທີ່ອາດມາຈາກເຮືອບິນ ເອຊ-370

Published on

ສຳນັກງານຄວາມປອດໄພທາງການຂົນສົ່ງຂອງອົດສະຕຣາລີ ຫຼື ເອທີເອສບີ ເປີດເຜີຍວ່າ ກຳລັງດຳເນີນການກວດສອບພາບຖ່າຍຊິ້ນສ່ວນໃໝ່ 3 ອັນທີ່ອາດຈະເປັນສ່ວນໜຶ່ງຂອງເຮືອບິນສາຍການບິນເມເລເຊຍຖ້ຽວບິນທີ່ເອັມເອຊ-370 ທີ່ສູນຫາຍໄປແບບເປັນປິດສະໜາ.
ໂຄສະນາຂອງເອທີເອສບີ ຊຶ່ງເປັນໝ່ວຍງານປະສານງານການຄົ້ນຫາຊາກເຮືອບິນເອັມເອຊ-370 ກ່າວວ່າ ທາງເອທີເອສບີໄດ້ຮັບແຈ້ງເລື່ອງການພົບຊິ້ນສ່ວນໃໝ່ ອັນໜຶ່ງຖືກຄື້ນຊັດມາເທິງຊາຍຫາດທີ່ເກາະແກງກາຣູ ນອກຝັ່ງທາງໃຕ້ຂອງອົດສະຕຣາລີ ແລະ ອີກ 2 ອັນພົບທີ່ມາດາກັສກາ ແລະ ໄດ້ຮັບພາບຖ່າຍຂອງຊິ້ນສ່ວນທີ່ພົບທັງ 3 ອັນແລ້ວ ຂະນະນີ້ກຳລັງກວດສອບພາບຖ່າຍກ່ອນທີ່ຈະສະຫຼຸບວ່າເປັນຊິ້ນສ່ວນຂອງເອັມເອຊ-370 ທີ່ຫາຍໄປ ຫຼື ບໍ່ ການຫາຍໄປຂອງເຮືອບິນໂດຍສານຍັງຄົງເປັນປິດສະໜາແຕ່ຄາດວ່າເຮືອບິນອາດຈະຕົກລົງໃນທະເລຫຼັງຈາກອອກເດີນທາງຈາກນະຄອນກົວລາລຳເປີຂອງມາເລເຊຍໄປຍັງນະຄອນຫຼວງປັກກິ່ງຂອງຈີນ ພ້ອມດ້ວຍຜູ້ໂດຍສານ ແລະ ລູກເຮືອ 239 ຄົນເມື່ອເດືອນມີນາ 2014 ແລະ ຈົນເຖິງຂະນະນີ້ພົບຊິ້ນສ່ວນເຮືອບິນ 8 ອັນ ໂດຍ 5 ອັນຖືກລະບຸວ່າມາຈາກເຮືອບິນໂບອິ້ງ 777 ສ່ວນອີກ 3 ອັນກຳລັງຢູ່ໃນລະຫວ່າງການກວດສອບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...