spot_img
Homeຂ່າວການພັດທະນາກາຍ​ເຄິ່ງ​ແລ້ວ​ໂຄງ­ການ​ສ້າງ​ຊົນລະ​ປະ­ທານ​ຫ້ວຍ​ອາ​ໄກ້

ກາຍ​ເຄິ່ງ​ແລ້ວ​ໂຄງ­ການ​ສ້າງ​ຊົນລະ​ປະ­ທານ​ຫ້ວຍ​ອາ​ໄກ້

Published on

ປະ­ຈຸບັນ ໂຄງ­ການກໍ່­ສ້າງລະ­ບົບຊົນ­ລະ­ປະ­ທານຫ້ວຍອາໄກ້ ເມືອງພີນ ແຂວງສະ­ຫວັນນະເຂດແມ່ນມີຄວາມຄືບໜ້າກວ່າ ເຄິ່ງແຜນ­ການພາຍ­ຫຼັງໄດ້ເລີ່ມລົງ­ມືກໍ່­ສ້າງມາແຕ່ຕົ້ນປີ 2013  ໂດຍແມ່ນບໍ­ລິ­ສັດພົງຊັບທະ­ວີກໍ່ສ້າງຂົວ-ທາງ ແລະຊົນລະປະທານຈຳ­ກັດເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງລວມເປັນມູນຄ່າທັງໝົດເກືອບ 200 ຕື້ກີບ.

ໂຄງ­ການກໍ່­ສ້າງຊົນ­ລະ­ປະ­ທານຫ້ວຍອາໄກ້ປະ­ກອບມີ: ເຂື່ອນດິນຖົມທີ່ມີຄວາມຍາວ 1.256 ແມັດ, ສູງ 21 ແມັດ, ຫຼັງເຂື່ອນກວ້າງ 6,50 ແມັດ,  ປະ­ກອບມີປາກລະ­ບາຍນ້ຳສຸກເສີນທີ່ເຮັດດ້ວຍເບຕົງກວ້າງ 20 ແມັດ, ຍາວ 295 ແມັດ ແລະສູງ 1,5-3 ແມັດ. ຈາກນີ້ກໍມີຄອງ­ເໝືອງແມ່ (MC)   ທີ່ເຮັດດ້ວຍເບຕົງເສີມເຫຼັກຍາວ 1 ພັນ ແມັດ, ຄອງ­ເໝືອງແມ່ທີ່ເຮັດດ້ວຍເບຕົງເບື້ອງຊ້າຍຍາວ 11.250 ແມັດ, ຄອງເໝືອງແມ່ທີ່ເຮັດດ້ວຍເບຕົງເບື້ອງຂວາຍາວ 3.950 ແມັດ, ຄອງ­ເໝືອງຂັ້ນສອງຈຳ­ນວນ 13 ເສັ້ນ, ຍາວ 13.864  ແມັດ, ທີ່ເປັນຄອງເບຕົງ ແລະຄອງ­ເໝືອງຂັ້ນສາມຈຳ­ນວນ 29 ເສັ້ນ, ເປັນຄອງກໍ່ ດິນ­ຈີ່ຍາວ 21.115 ແມັດ ຊຶ່ງຄາດວ່າ ຈະໃຫ້ສຳ­ເລັດໃນທ້າຍ ປີ 2017 ຈະມາເຖິງນີ້.

ຊຶ່ງພາຍ­ຫຼັງທີ່ການກໍ່­ສ້າງຊົນລະປະ ທານດັ່ງ­ກ່າວຫາກສຳ­ເລັດແລ້ວ, ຈະເຮັດໃຫ້ປະ­ຊາ­ຊົນພາຍໃນ 9 ບ້ານໄດ້­ແກ່: ບ້ານນາກະຫານ, ນາທະ­ລັງ, ໂນນຍາງ, ພີນ, ສະຄວງ, ຫິນສະໂງມ, ອາປອກ, ມະລົວ ແລະ ບ້ານຂະນິນ ໄດ້ຮັບຜົນປະ­ໂຫຍດໃນການຜະ­ລິດກະ­ສິ­ກຳເປັນສິນ­ຄ້າເທື່ອລະກ້າວເປັນ­ຕົ້ນກໍແມ່ນການປູກ­ຝັງ ແລະລ້ຽງ­ສັດໃຫ້ນັບມື້ນັບຫຼາຍ ໂດຍໂຄງການຊົນ­ລະ­ປະ­ທານຫ້ວຍອາໄກ້ ສາ­ມາດເກັບກັກນ້ຳໄດ້ທັງໝົດ 26 ລ້ານແມັດ ກ້ອນ ແລະຈະສະ­ໜອງນ້ຳໃຫ້ເນື້ອ­ທີ່ການຜະ­ລິດນາ­ປີໄດ້ 1.200 ເຮັກ­ຕາ ແລະ ນາແຊງ 600 ເຮັກ­ຕາ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...