Homeຂ່າວທ້ອງຖິ່ນອາກາດຈະຮ້ອນຂຶ້ນຕື່ມເລັກຫນ້ອຍ

ອາກາດຈະຮ້ອນຂຶ້ນຕື່ມເລັກຫນ້ອຍ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 10-12 ມີຖຸນານີ້, ອາກາດຍັງຈະຮ້ອນຂຶ້ນໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນບາງໂອກາດ, ພາກເໜືອດ້ານຕາເວັນອອກ: ສະພາບຝົນຈະເບົາບາງລົງ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງ ຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ31-33 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດຈະຮ້ອນຂຶ້ນຕື່ມ ແລະ ສະພາບຝົນຈະເບົາບາງລົງ, ຍັງຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 35-37 ອົງສາ.

ນະຄອນຫລວງວຽງຈັນ: ສະພາບຝົນຕົກຈະເບົາບາງລົງ ແລະ ອາກາດຈະຮ້ອນຂຶ້ນເລັກນ້ອຍ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ. ພາກກາງ: ສະພາບຝົນຈະເບົາບາງລົງຢູ່ບາງລົງ ແລະ ອາກາດຈະຮ້ອນຂຶ້ນພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ. ພາກໃຕ້: ສະພາບຝົນຈະເບົາບາງລົງ ແລ ະອາກາດຈະຮ້ອນຂຶ້ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37ອົງສາ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...