Home​ຂ່າວທ່ອງທ່ຽວບໍ່ແກ້ວ ດິນແດນແຫ່ງແກ້ວແຫວນເງິນຄຳ

ບໍ່ແກ້ວ ດິນແດນແຫ່ງແກ້ວແຫວນເງິນຄຳ

Published on

ແຂວງບໍ່ແກ້ວ ຕັ້ງຢູ່ທິດຕາເວັນຕົກຂອງປະເທດ, ທິດເຫນືອຕິດກັບແຂວງຫລວງນ້ຳທາ, ທິດຕາເວັນອອກຕິດກັບແຂວງອຸດົມໄຊ, ທິດ​ໃຕ້ຕິດກັບລາຊາອານາຈັກໄທ ແລະ ທິດຕາເວັນຕົກຕິ​ດກັບມຽນມາ. ປະກອບດ້ວຍ5ເມືອງຄື: ເມືອງຫ້ວຍຊາຍ,ຕົ້ນເຜິ້ງ, ປາກທາ,ເມິງ ແລະ ​ເມືອງຜາອຸດົມ ມີປະຊາກອນປະມນ180.000ຄົນ.

ຫ້ວຍ​ຊາຍ ຄື​ເມືອງ​ເທດສະບານ​ແຂວສງບໍ່​ແກ້ວ ​ເຊິ່ງ​ເປັນ​ປະຕູ​ດ່ານ​ເຂົ້າ​ອອກ​ທີ່​ສໍາ​ຄັນ ​ເນື່ອງ​ຈາກ​ມີ​ທ່າ​ເຮືອ​ທີ່​ເຊື່ອ​ມກັບ​ອໍາ​ເພີ​ຊຽງ​ຂອງ​ຂອງ​ປະ​ເທ​ເດ​ໄທ ​ແລະ ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ມາ​ ທາງ​ພາກ​ເຫນືອ​ຂອງ​ລາວ ກໍ​ຈະ​ຜ່ານ​ແຂວງ​ບໍ່​ແກ້ວ​ກ່ອນ​ຈະ​ໄປ​ສູ່​ຈຸດໝາຍ​ປາຍທາງ​ຕໍ່​ໄປ​ທັງ​ຫລວງ​ພຣະ​ບາງ ​ແລະ​ອຸດົມ​ໄຊ ຫລື​ແຂວງ​ອື່ນໆ.

ຄໍາ​ຂວັນ ຂອງ​ແຂວງ​ບໍ່​ແກ້ວ​ແມ່ນ “ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງິ້ວບານ ເທດສະບານບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄໍາ ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ ຊວນຊົມວັດຈອມເຂົາມະນິລັດ  ໄຫວ້ພະທາດສຸວັນນະຜ້າຄໍາ”.

139.1

ການ​ເດີນທາງ​ສູ່​ແຂວງບໍ່​ແກ້ວ

ປັດຈຸບັນ​ການ​​ເດີນທາງ​ເຂົ້າ-​ອອກ​ແຂວງ​ບໍ່​ແກ້ວ ກໍ​​ສະດ​ວກສະບາຍ​ຫຼາຍ​ຂຶ້ນ ​ໂດຍ​ສະ​ເພາະນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ຜ່ານ​ຈັງຫວັດ​ຊຽງຣາຍ ປະ​ເທດ​ໄທ ​ເມື່ອ​ຂົວ​ມິດ​ຕະ​ພາບລາວ-​ໄທ ​ແຫ່ງ​ທີ 4 ທີ່​ເຊື່ອ​ມເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ກັບ​ອໍາ​ເພີ​ຊຽງ​ຂອງ ຈັງ​ຫວັດ​ຊຽງຣາຍ ​ເປີດ​ນໍາ​ໃຊ້​ມາ​ແຕ່​ທ້າຍ​ປີ2013. ​ເຮັດ​ໃຫ້​ເສັ້ນທາງ​ອາ 3 ຈາກ​ຈີນ ຜ່ານ​ລາວ ສູ່​ປະ​ເ​ທ​ດ ​ໄປ​ມາສະ​ດວກ​ຍິ່ງ​ຂຶ້ນ.

ນອກຈາກ​ຜ່ານ​ດ່ານ​ສາ​ກົນ​ຂົວ​ມິດຕະພາບ 4​ ແລ້ວ ທ່ານ​ຍັງ​ສາມາດ​ເດີນທາງ​ຜ່ານ​ດ່ານ​ມັງກອນ ທີ່​ເຂດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມ​ຄໍາ ​ເມືອງ​ຕົ້ນ​ເຜິ້ງນໍາ​​ອີກ.

ນອກຈາກ​ນັ້ນ​ຍັງ​ສາມາດ​ເດີນທາງ​​ດ້ວຍ​ທາງຍົນ ຈາກ​ນະຄອນຫລວງ​ວຽງ​ຈັນ ສູ່ສະຫນາມ​ບິນ​ເມືອງ​ຫ້ວຍຊາຍ ​ແຂວງບໍ່​ແກ້ວ​ ໂດຍສາຍ​ການບິນ​ລາວ​​ເດີນ​ອາກາດ ​ເຊິ່ງບິນ​ທຸກໆ​ມື້, ມື້​ລະ​ຖ້ຽວ.

27ef7c3f79527dfff647155b2235d1e2

ຫລື​ ຈະ​ເດີ​ນທາງ​ດ້ວຍ​ລົດ​ໂດຍສານ ຈາກ​ນະຄອນຫລວງ​ວຽງ​ຈັນ ກໍ​ມາ​ເຖິງ​ບໍ່​ແກ້ວ​ຢ່າງ​ສະດວກ​ສະບາຍ. ຕາມ​ເສັ້ນທາງ​ເລກທີ 13 ​ເຫນືອ ​ເຖິງອຸດົມ​ໄຊ ກໍ​ໄປ​ຕໍ່​ເຖິງຫລວງ​ນໍ້າ​ທາ​ ຈາກ​ນັ້ນ​ກໍ​ແລ່ນຕາມ​ເສັ້ນທາງ​ອາ3 ກໍ​ເຖິງ​ແຂວງ​ບໍ່​ແກ້ວ ຫລື ຈະ​ມາ​ຕາມ​ເສັ້ນທາ​ງ​ເລກ 11 ລຽບ​ແຄມ​ນ້ຳ​ຂອງສູ່​​ເມືອງ​ປາກ​ລາຍ. ຈາກ​ນັ້ນໄປ​ຕາມ​ເສັ້ນທາງ​ເລກ 4 ປາກລາຍ​-ໄຊ​ຍະ​ບູລີ ​ແລ້ວ​ໄປ​ຕໍ່​ຕາມ​ເສັ້ນທາງ4A ​ໄຊ​ຍະ​ບູລີ -​ເມືອງ​ເງິນ ​ແລ້ວ​ກໍ​ຂ້າມ​ນ້ຳ​ຂອງ​ເຂົ້າ​ສູ່​ປາກ​​​ແບ່ງ ອຸດົມ​ໄຊ​  ​ແລ້ວ​ແລ່ນ​ຕາມ​ເສັ້ນທາງ13​ເຫນືອ​ໄປ​ເລື້ອຍໆ ຈົນ​ເຖິງ​ອຸດົມ​ໄຊ ​ແລະ ​ກໍ​ໄປ​ຕໍ່​ຕາມ​ເສັ້ນທາງ​ອຸດົມ​ໄຊ-ຫລວງ​ນໍ້າ​ທາງ ​ແລະ ​ກໍ​ເຂົ້າທາງ​ອາ 3 ຫລວງ​ນໍ້າ​ທາ-​ບໍ່​ແກ້ວ ກໍ​ເຖິງ​ຈຸດໝາຍ​ປາຍທາງ.

ສ່ວນ​ທາງ​ເຮືອ​ກໍ​ເປັນ​ອີກ​ຊ່ອງ​ທາງ​ຫນຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຫລງພຣະບາງ​ນິຍົມຂີ່ ​ເນື່ອງ​ຈາກ​ໄດ້​ຊົມຄວາມ​ງົດ​ງາມ​ຂອງ​ນ້ຳຂອງ ​ແລະ​ ທຳ​ມະ​ຊາດ​ສອງ​ຟາ​ກຟັງ​ຢ່າງ​ໃກ້ສິດ. ​ໂດຍ​ເລີ່​ມຈາກ​ທ່າ​ເຮືອ​ທີ່​ເມືອງ​ຫລວງ​ພະ​ບາງ ກໍສາມາ​ດ​ເດີນທາງ​ມາ​ເຖິງ​ເມືອງ​ຫ້ວຍ​ຊາຍ​ແຂວງ​ບໍ່​ແກ້ວ.

ສະຖານ​ທີ່​ພັກ

​      ໃນ​ເທດສະບານ​ເມືອງ​ຫ້ວຍ​ຊາຍ ມີ​ໂຮງ​ແຮມ ​ແລະ​ ເຮືອນ​ພັກລະ​ດັບ​ຕ່າງໆ​ໃຫ້​ເລືອກ​ພັກ ​ໂດຍ​ສະ​ເພາະ​ຕາມ​ຖະຫນົນ​ແຄ​ມຂອງ​ໃຈກາງ​ຕົວ​ເມືອງ​ຈະ​ມີ​​ໂຮງ​ແຮມ ​ແລ​ະ​ເຮືອນ​ພັກ ​ເປັນຈໍານ​ວນຫລາຍ​ແຄ​ມນໍ້າຂອງ​ເຊິ່ງ​ເຮັດ​ໃຫ້​​ການ​ພັກຜ່ອນ​ຂອງ​ທ່ານ​ສະດວກ​ສະບາຍ​ ແລະ​ ເພີດເພີນ​ກັບ​ການ​ຊົມ​ອາທິດ​ອັດສະ​ດົງ​ໃນ​ຍາມ​ແລງ ​ເຊັ່ນ​ໂຮງ​ ແຮ​ມຫ້ວຍ​ຊາຍ​ແຄ​ມຂອງ, ​ໂຮງ​ແຮ​ມທະວິ​ສິນ, ​ເຮືອ​ນພັກ​ອຸດົມ​ພອນ. ຫລື ຈະ​ມາ​ພັກ​ທີ່​ໂຮງ​ແຮ​ມນາ​ຄາ​ຣາຊ ນະຄອນ ທີ່​ຕັງ​ຢູ່​ເທິງພູ ຕິດ​ຂົວ​ມິດ​ຕະພາບ4

 ຮ້ານ​ອາຫານ

ບໍ່​ແກ້ວ​ເປັນ​ເມືອງ​ທ່ອງ​ທ່ຽວ​ ​ແລະ ​ເປັນ​ປະຕູ​​ດ່ານ​ເຂົ້າ​ອອກ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ພາກ​ເຫນືອ ດັ່ງ​ນັ້ນ​ທ່ານ​ຈິ່ງ​ບໍ່​ຕ້ອງ​ກັງວົນ​ໃຈ​ກັບ​ເລື່ອງ​ອາຫານ ​ເພາະ​ທີ່​ນີ້​ມີ​ທັງ​ອາຫານ​ທ້ອງ​ຖິ່ນ, ຈົນ​ໄປ​ເຖິງ​ອາຫານ​ປະ​ເທ​ດຕ່າງໆ​ທັງ​ໄທ, ຈີນ ຫລື​ ອາຫານ​ຝຣັ່ງ​ໃຫ້​ເລືອກ​ກິນ​ເລືອກຊີມຕາມ​ສະດວກ.

52-1

ສະຖານ​ທີ່​ທ່ອງ​ທ່ຽວທີ່ສໍາຄັນ

​​      ເຖິງ​ຈະ​ເປັນ​ແຂວງ​ທີ່​ບໍ່​ໃຫຍ່ ​ແຕ່​ບໍ່​ແກ້ວ​ກໍ​ມີ​ຫລາຍ​ຢ່າງ​ທີ່​ຫນ້າ​ຄົ້ນຫາ ​ແລະ​ ທ່ອງ​ທ່ຽວ ​ໂດ​ຍສະ​ເພາະ​ກໍ​ແມ່ນ​ສີສັນ​ເມືອງ​ຫ້ວຍ​ຊາຍ ​ເມື​​ອງ​ທີ່​ຕັ້ງສະຫງ່າ​ລຽບນ້ຳຂອງ. ນອກ​ນັ້ນບໍ່​ແກ້ວ ຍັງ​ເຄີ​ຍເປັນ​ທີ່​ຕັ້ງ​ຂອງ​ອານາ​ຈັກ​ອັນ​ຮຸ່ງ​ເຮືອງ​ໃນອະດີດນັ້ນ​ຄື​ສຸວັນນະ​ໂຄມ​ຄໍາ ​ເຊິ່ງ​​ປັດຈຸ​ບັນ​ຍັງ​ມີ​ຮ່ອງ​ຮອຍ​ພຣະ​ພຸດທະຮູ​ບ ​ແລະ​ພຣະທາດ​ຕ່າງໆ​ຢັງ​ຢາຍ​ເປັນ​ຈຸດ​ໆຢູ່​ເຂດ​ເມືອງ​ຕົ້ນ​ເຜິ້ງ.

ສະຖານ​ທີ່​ທ່ອງທ່ຽວ​ສໍາ​ຄັນ​ອື່ນໆ​ກໍ​ປະກອບ​ດ້ວຍ:

+ສີສັນ​ເມືອງ​ຫ້ວຍ​ຊາຍ

+ວັດ​ຈອມ​ເຂົາ​ມະນີ​ຣັດ

+ວັດ​ພະທາດ​ສຸວັນນະ​ຜ້າ​ຄໍາ

+ຕະຫລາດ​ເມືອ​ງບໍ່​ແກ້ວ

+ຕາດ​ນໍ້າ​ຍອນ

+ປ່າ​ສະຫງວນ​ນ້ຳ​ກ່ານ

+ດອນ​ຊາວ

+​ເຂດ​ເຊ​ດຖະກິດ​ພິ​ເສດ​ສາມຫລ່ຽມ​ຄໍາ

ຕິດ​ຕໍ່​ພົວພັນ​ຂໍ້ມູນ​ເພີ່ມ​ຕື່ມ​ໄດ້ ທີ່ພະ​ແນ​ກຖະ​ແຫລ​ງຂ່າວ ວັດທະນາ​ທໍາ ​ແລ​ະ ທ່ອງ​ທ່ຽວ​ແຂວງ​ບໍ່​ແກ້​ວ ​

ໂທ +856 84 2115001

ທີ່ມາ: http://la.laotrips.com/?p=101

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...