Homeຂ່າວທ້ອງຖິ່ນຂໍເຊີນເຂົ້າຮ່ວມການແຂ່ງຂັນງົວງາມຄັ້ງທຳອິດຂອງປະເທດເຮົາ.

ຂໍເຊີນເຂົ້າຮ່ວມການແຂ່ງຂັນງົວງາມຄັ້ງທຳອິດຂອງປະເທດເຮົາ.

Published on

ສະມາຄົມຜູ້ປະກອບການລ້ຽງງົວນະຄອນຫຼວງວຽງຈັນ ໄດ້ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຈະຈັດງານການແຂ່ງຂັນງົວງາມໃນນະຄອນຫລວງວຽງຈັນກໍ່ຄື ສປປ ລາວຂຶ້ນ ໃນລະຫວ່າງວັນທີ 10 ຫາ 12 ມິຖຸນາ 2016 ທີ່ດ່ານກັກກັນພືດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງຈະມີງົວເຂົ້າຮ່ວມປະກວດທັງໝົດ 29 ໂຕ ມີງົວແມ່ 11 ໂຕ ແລະ ງົວເຖິກ 18 ຕົວ.

ທ່ານ ຈັນເພັງ ອິນສະຫວັນ ປະທານສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫຼວງວຽງຈັນ ກ່າວວ່າ: ເປົ້າໝາຍຫຼັກຂອງການຈັດງານໃນຄັ້ງນີ້ ແມ່ນແນ່ໃສ່ສົ່ງເສີມ ແລະ ເປີດກ້ວາງໂຄສະນາ ທຸລະກິດການລ້ຽງງົວໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈຢາກຮູ້ຢາກລ້ຽງ ທັງນີ້ ຍັງເປັນການແລກປ່ຽນບົດຮຽນສ້າງຄວາມສາມັກຄີລະຫວ່າງສະມາຊິກພາຍໃນສະມາຄົມຜູ້ປະກອບການລ້ຽງງົວເອງ ຊຶ່ງໃນເມື່ອກອ່ນແມ່ນມີລ້ຽງແບບກະແຈກກະຈ່າຍ ໃຫ້ຫັນມາຈັບມືກັນເປັນກຸ່ມ ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງທຸລະກິດລ້ຽງງົວ ທັງເປັນການຄົ້ນຫາແມ່ພັນ, ພໍ່ພັນທີ່ສົມບູນແບບເພື່ອມາຂະຫຍາຍພັນຕໍ່ໄປ.

ພາຍໃນງານ ຍັງຈະມີການວາງສະແດງສິນຄ້າພູມປັນຍາຊາວບ້ານ ຫຼື ໂອດ໋ອບ, ການສາທິດການປູກຫຍ້າລ້ຽງງົວ, ສາທິດການປະສົມນ້ຳເຊື້ອງົວ, ວາງສະແດງ – ຂາຍຜະລິດຕະພັນຈາກກະສິກຳ ແລະ ປ່າໄມ້.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...