Homeມູມໄອທີລາວ10 ອັນດັບຄວາມແຮງສະມາດໂຟນ ປະຈຳເດືອນພຶດສະພາ

10 ອັນດັບຄວາມແຮງສະມາດໂຟນ ປະຈຳເດືອນພຶດສະພາ

Published on

ສຳລັບ 10 ອັນດັບຄວາມແຮງສະມາດໂຟນ ແມ່ນອີງຕາມການຈັດອັນດັບຂອງແອັບພລິເຄຊັ່ນ Antutu Benchmark ຊ່ວງເດືອນພຶດສະພານີ້, ສຳລັບການຈັດອັນດັບດັ່ງກ່າວນີ້ຈະເນັ້ນໄປທີ່ເລື່ອງຂອງຄວາມແຮງ ຫຼື ຄວາມໄວຂອງ CPU ແລະ GPU ຫຼາຍກວ່າ RAM.

image
Antutu Benchmark 5.16

ຈາກຮູບດ້ານເທິງນີ້ຈະເຫັນໄດ້ວ່າ 6 ໃນ 10 ນັ້ນລ້ວນແລ້ວແມ່ນສະມາດໂຟນຈາກປະເທດຈີນທັງໝົດໂດຍລຽນຈາກ Vivo, LeEco, Lenovo, Xiaomi, Meizu ແລະ Honor.

ໂດຍເປັນທາງ Vivo ທີ່ຍຶດອັນດັບ 1 ໄປໄດ້ດ້ວຍລຸ້ນ Vivo Xplay 5 Elite ທີ່ເຮັດຄະແນນໄປໄດ້ 138,706. ສ່ວນອັນດັບ 2 ກໍເປັນ LeEco Max 2 ເຮັດຄະແນນໄດ້ 138,026 ແລະ ອັນດັບ 3 ກໍເປັນ Lenovo ZUK Z2 Pro ເຮັດຄະແນນໄດ້ 136,853 ທັງ 3 ລຸ້ນນີ້ຕ່າງກໍໃຊ້ຊິບປະມວນຜົນ Snapdragon 820 ແລະ RAM 6 GB ທັງໝົດ.

ສ່ວນ Apple ກໍບໍ່ນ້ອຍໜ້າຍຶດອັນດັບ 6 ແລະ 7 ໄປໄດ້ໂດຍ iPhone 6s ທີ່ຄະແນນ 133,781 ແລະ iPhone SE ທີ່ຄະແນນ 131,401.

ທັງນີ້ທັງນັ້ນຜົນຄະແນນກໍເປັນພຽງໂຕເລກເທົ່ານັ້ນ, ປະສົບການໃຊ້ງານຂອງຜູ້ໃຊ້ເປັນສິ່ງສຳຄັນ ລວມໄປເຖິງເລື່ອງຂອງການອອກແບບໂຕເຄື່ອງ, ການຮອງຮັບເຄື່ອຂ່າຍ, ບໍລິການລູກຄ້າ ແລະອື່ນໆກໍເປັນປັດໄຈສຳຄັນຄືກັນ.

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...