Homeຂ່າວພາຍ​ໃນການຄ້າເປີດສາຍດ່ວນ 1510 ຮັບຄຳຮ້ອງທຸກຜູ້ຊົມໃຊ້ສິນຄ້າ ແລະການບໍລິການຂາດຄຸນນະພາບ

ການຄ້າເປີດສາຍດ່ວນ 1510 ຮັບຄຳຮ້ອງທຸກຜູ້ຊົມໃຊ້ສິນຄ້າ ແລະການບໍລິການຂາດຄຸນນະພາບ

Published on

ປະ­ຈຸ​ບັນ​ສະ­ພາບ​ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ​ຕໍ່​ເນື່ອງ​ເຮັດ​ໃຫ້​ຜູ້​ຜະ­ລິດລວມ​ທັງ​ການ​ສະ­ໜອງ​ສິນ­ຄ້າ ແລະ​ບໍ­ລິ­ການ​ມີ​ຄວາມ​ຫຼາກ​ຫຼາຍໄດ້​ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ພົບ​ບັນ­ຫາ​ຈາກ​ສິນ­ຄ້າ ແລະ​ການ​ບໍ­ລິ­ການ​ທີ່​ບໍ່​ມີ​ຄຸນນະ​ພາບ​ຫຼາຍ​ຂຶ້ນ. ສະ­ນັ້ນ​ກົມ​ການ​ຄ້າ​ພາຍ​ໃນ​ກະ­ຊວງ​ອຸດ​ສາຫະ​ກຳ ແລະ​ການ​ຄ້າ​ໄດ້​ຈັດ​ພິ­ທີ​ເປີດ​ໂທລະ­ສັບ​ສາຍ​ດ່ວນ​ໂທ​ບໍ່​ເສຍ​ຄ່າ​ໝາຍເລກ 1510 ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ຊົມ­ໃຊ້ກໍ​ຄື​ຊຸກ­ຍູ້​ຜູ້​ຜະ­ລິດ​ໃຫ້​ມີ​ຄວາມ​ປອດ​ໄພ​ໃນ ສປປ ລາວ.

ພິ­ທີ​ເປີດ​ດັ່ງ­ກ່າວ​ມີ​ຂຶ້ນ​ວັນ​ທີ 7 ມິ­ຖຸ­ນາຜ່ານ​ມາ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ ທ່ານ ນາງ ເຂັມ​ມະ­ນີ ພົນເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ​ແລະ​ການ​ຄ້າ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ປະ­ກາດ​ໃຊ້​ໂທລະ­ສັບ​ສາຍ​ດ່ວນ ນີ້​ແມ່ນ​ເປັນ​ຂີດ​ໝາຍ​ທີ່​ສຳ­ຄັນ ແລະ​ມີຄວາມ​ຈຳ­ເປັນ​ສຳ­ລັບ ສປປ ລາວ ເຮົາ ໂດຍ​ສະ­ເພາະ​ແມ່ນ​ຜູ້​ຊົມ­ໃຊ້​ໃນ ສປປ ລາວ​ເພື່ອ​ໃຫ້​ເຂົາ­ເຈົ້າ​ໄດ້​ມີ​ເຄື່ອງ­ມື​ໃນ​ການປະ­ສານ ຫຼື ແຈ້ງ​ຕໍ່​ໜ່ວຍ​ງານ​ລັດ​ທີ່​ຮັບຜິດ​ຊອບ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມ­ໃຊ້ໂດຍ​ກົງ.

ຊຶ່່ງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຜູ້​ຊົມ­ໃຊ້​ຂອງ ສປປ ລາວ ໄດ້​ໃຫ້​ສິດ​ແກ່​ຜູ້ ຊົມ­ໃຊ້​ໃນ​ການ​ຮ້ອງ​ຂໍ ຫຼື ຮ້ອງ​ຟ້ອງ​ເອົາການ​ແກ້​ໄຂ ແລະ​ການ​ທົດ​ແທນ​ຄ່າ​ເສຍຫາຍ​ຈາກ​ຜູ້​ສະ­ໜອງ​ສິນ­ຄ້າ ແລະ​ການບໍ­ລິ­ການ​ທີ່​ມີ​ຄຸນ​ນະ​ພາບ ຫຼື ບໍ່​ໄດ້​ມາດ​ຕະຖານ ແລະ​ມີ​ຜົນ​ກະ­ທົບ​ຕໍ່​ຊີ­ວິດ, ສຸ­ຂະ­ພາບ ແລະ​ຊັບ​ສິນ​ຂອງ​ຕົນ. ຊຶ່ງ​ປະ­ຈຸ​ບັນ​ເສດຖະ​ກິດ​ມີ​ການ​ຂະ­ຫຍາຍ­ຕົວ ແລະ​ມີ​ການເພີ່ມ​ຂຶ້ນ​ຂອງ​ຜູ້​ຜະ­ລິດ ແລະ​ການ​ສະ­ໜອງສິນ­ຄ້າ ແລະ​ບໍ­ລິ­ການ​ທີ່​ຫຼາກ​ຫຼາຍ​ໄດ້​ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ພົບ​ບັນ­ຫາ​ຈາກ​ສິນ­ຄ້າ ແລະ​ການ​ບໍ­ລິ­ການ​ທີ່​ບໍ່​ມີ​ຄຸນ​ນະ​ພາບ​ຫຼາຍ​ຂຶ້ນ.

ສຳ­ລັບ​ການ​ເປີດ​ການ​ນຳ​ໃຊ້​ໂທລະສັບ​ສາຍ​ດ່ວນ 1510 ຖື​ວ່າ​ເປັນ​ທາງເລືອກ​ໜຶ່ງ​ຂອງ​ຜູ້​ຊົມ­ໃຊ້​ໃນ​ການ​ຮ້ອງ­ທຸກ ຫຼື ແຈ້ງ​ຂໍ້​ມູນ​ພ້ອມ​ນີ້​ຍັງ​ເປັນ​ການ​ກະຕຸກ​ຊຸກ­ຍູ້​ໃຫ້​ຜູ້​ທຳ​ການ​ຜະ­ລິດ ແລະ​ດຳເນີນ​ທຸ­ລະ​ກິດ​ຕ່າງໆ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຜະ­ລິດ ຫຼື ຈຳ­ໜ່າຍ​ສິນ­ຄ້າ ຫຼື ໃຫ້­ການບໍ­ລິ­ການ​ທີ່​ມີ​ຄຸນ​ນະ​ພາບ, ມາດ­ຕະ­ຖານ, ມີ​ຄວາມ​ປອດ​ໄພ ແລະ​ລາ­ຄາ​ທີ່​ີ​ເໝາະ​ສົມ ພ້ອມ​ນີ້​ຍັງ​ເປັນ​ພັນ­ທະ​ຂອງ ສປປ ລາວ ກ່ຽວ​ກັບ​ວຽກ​ງານ​ດ້ານ​ການ​ປົກ​ປ້ອງ​ຜູ້​ຊົມ­ໃຊ້​ໃນ​ອາ​ຊຽນ​ອີກ​ດ້ວຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...