Homeນານາສາລະຄຸນ ແລະ ໂທດ ຈາກການກິນໝາກໄມ້ຣົດຊາດສົ້ມ

ຄຸນ ແລະ ໂທດ ຈາກການກິນໝາກໄມ້ຣົດຊາດສົ້ມ

Published on

ຜົນເສຍຈາກການກິນສົ້ມ ເມື່ອປຽບທຽບກັບ ການກິນຫວານ ແລະ ກິນເຄັມແລ້ວຖືວ່າບໍ່ຮຸນແຮງຫລາຍ ແຕ່ຖ້າກິນສົ້ມຫລາຍເກີນໄປກໍບໍ່ດີຕໍ່ຮ່າງການເໝືອນກັນຄວາມສົ້ມນັ້ນມີຢູ່ສອງຢ່າງດ້ວຍກັນຄື ຄວາມສົ້ມຈາກສານສັງເຄາະ ແລະຄວາມສົ້ມຈາກໝາກໄມ້ຕ່າງໆ.

ຄວາມສົ້ມຈາກສານສັງເຄາະ ໃນນໍ້າສົ້ມທີ່ພວກເຮົາແຕ່ງກິນ ຊຶ່ງມີສ່ວນປະກອບທີ່ສໍາຄັນຄື Glacial Acetic Acid ທີ່ເປັນໂຕເຮັດໃຫ້ເກີດລົດສົ້ມ ຫຼືເອີ້ນວ່າ “ ກົດຊີຕຣິກ ” ໃຫ້ຄວາມສົ້ມທົດແທນໝາກນາວ ເຊຶ່ງຖ້າກິນໃນປະລິ ມານໜ້ອຍ ກໍບໍ່ເປັນຫຍັງ ແຕ່ຖ້າກິນປະລິມານຫລາຍໆ ຈະເຫັນວ່າມີຜົນບໍ່ດີຕໍ່ຮ່າງກາຍແທ້.

ຄວາມສົ້ມຈາກໝາກໄມ້ເຊັ່ນ ໝາກນາວ,ໝາກມ່ວງ, ໝາກຂາມ, ໝາກຍົມ, ໝາກນັດ ແລະ ອື່ນໆ ຈະບໍ່ມີອັນຕະລາຍຫລາຍ.

D9236137-svote0

ປະໂຫຍດຂອງການກິນສົ້ມ:

+ ແກ້ໄອເຈັບຄໍ ໃຊ້ນໍ້າໝາກນາວ 2-3 ໜ່ວຍ ປະສົມກັບນໍ້າເຜິ້ງ 1 ບ່ວງ ຈະຊ່ວຍປິ່ນປົວອາການເຈັບຄໍໄດ້ດີ ເພາະນໍ້າໝາກນາວຈະຊ່ວຍແກ້ອາການໄອໄດ້ແລະ ນໍ້າເຜິ້ງຊ່ວຍຜ່ອນເບົາອາການເຈັບຄໍ.
+ ປ້ອງກັນການເປັນຫວັດ ໝາກນາວນັ້ນອຸດົມໄປດ້ວຍ ວິຕາມິນເຊ ຖ້າກິນປະຈຳຈະຊ່ອຍຫລຸດຜ່ອນ ຫຼື ປ້ອງກັນຈາກການເປັນຫວັດ.
+ ຊ່ອຍກະຕຸ້ນການຍ່ອຍອາຫານ
+ ຊ່ອຍບັນເທົາອາການຫິວນໍ້າ

Mango_3

ຜົນເສຍຂອງການກິນສົ້ມ:

+ ທຳລາຍແຂ້ວ ກົດຈາກອາຫານທີ່ມີລົດສົ້ມ ຈະກັດຊັ້ນເຄືອບແຂ້ວ ເຮັດໃຫ້ແຂ້ວຫ້ຽນທັງທາງເທິງ ແລະ ທາງລຸ່ມ ເຮັດໃຫ້ເກີດອາການເຂັດແຂ້ວ ແລະ ເຮັດໃຫ້ການອັດແຂ້ວກະທຳໄດ້ຍາກ ເພາະຕ້ອງເຮັດໃຫ້ທຸກເຫລັ້ມ ພາໃຫ້ມີ
ຄ່າໃຊ້ຈ່າຍສູງ.
+ ຖອກທ້ອງ ການກິນອາຫານລົດສົ້ມຫລາຍເກີນໄປ ມັກເຮັດໃຫ້ເຈັບທ້ອງຮ້ອນໃນ ແລະ ລະບົບນໍ້າຢາງເຫລືອງໃນຮ່າງກາຍມີບັນຫາ ຈິ່ງເຮັດໃຫ້ບາດແຜເຊົາຊ້າ.
+ ກະດູກຜ່ອຍ ຄວາມສົ້ມທີ່ໄດ້ຈາກ ນໍ້າສົ້ມປຸງແຕ່ງອາຫານ ເຖິງຈະຊ່ອຍກຳຈັດກິ່ນຄາວ ແລະ ຫລຸດບັກເຕຣີໃນອາຫານ ແຕ່ຖ້າກິນຫລາຍເກີນໄປອາດເປັນອັນຕະລາຍຕໍ່ສະພາບກະດູກໄດ້, ສ່ວນໝາກໄມ້ທີມີລົດສົ້ມຈະມີປະ ໂຫຍດຕໍ່ຜິວພັນ.
ທີ່ມາ: http://www.vtetoday.la/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...