Homeມຸມຂ່າວ AECເປີດ​ເປັນ​ທາງ​ການ​ກອງ​ປະ­ຊຸມ​ສະ­ພາ​ປະ­ຊາ​ຄົມ ວັດ­ທະ­ນະ­ທຳŒ-ສັງ­ຄົມ​ອາ​ຊຽນ

ເປີດ​ເປັນ​ທາງ​ການ​ກອງ​ປະ­ຊຸມ​ສະ­ພາ​ປະ­ຊາ​ຄົມ ວັດ­ທະ­ນະ­ທຳŒ-ສັງ­ຄົມ​ອາ​ຊຽນ

Published on

ກອງ​ປະ­ຊຸມ​ສະ­ພາ​ປະ­ຊາ​ຄົມ​ວັດທະ­ນະ​ທຳŒ-ສັງ­ຄົມ​ອາ​ຊຽນ​ຄັ້ງ​ທີ 15 ທີ່ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ​ຂຶ້ນຢ່າງ​​ເປັນ​ທາງ​ການ​ຕອນ​ເຊົ້າ​ວັນ​ທີ 4 ມິຖຸ​ນາ 2016  ນີ້ ທີ່​ຫໍ​ປະ­ຊຸມ​ໃຫຍ່​ຫ້ອງວ່າ­ການ​ປົກ­ຄອງແຂວງ​ຫຼວງ​ພະ​ບາງ ໂດຍ​ໃຫ້​ກຽດເຂົ້າຮ່ວມ​ເປັນ​ປະ­ທານ​ເປີດ​ຂອງ​ທ່ານ ທອງລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ, ທ່ານ ຄຳ​ຂັນ ຈັນ­ທະ​ວີສຸກ ເຈົ້າ­ແຂວງໆຫຼວງ​ພະ​ບາງ, ທ່ານ ບໍ່ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ​ທ່ອງທ່ຽວ,  ທ່ານ ເລ ເລືອງ​ມິງ ເລ­ຂາ­ທິ­ການໃຫຍ່​ອາ​ຊຽນ, ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີຮັບ­ຜິດ­ຊອບ​ວຽກ​ງານ​ປະ­ຊາ​ຄົມ​ວັດ​ທະນະ​ທຳŒ-ສັງ­ຄົມ​ອາ​ຊຽນ ພ້ອມ​ດ້ວຍ​ທ່ານທູດຕາ​ນຸ​ທູດປະ­ເທດ​ສະ­ມາ­ຊິກ​ອາ​ຊຽນປະ­ຈຳລາວ​ເຂົ້າ​ຮ່ວມ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ຍົກ​ສູງຄວາມ​ສຳ­ຄັນ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ປະຊາ​ຄົມ​ວັດ­ທະ­ນະ­ທຳ-Œສັງ­ຄົມ​ອາ​ຊຽນ ຄັ້ງ​ທີ 15 ນີ້ ເພາະ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ ຊຶ່ງ​ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ​ຈະ​ໄດ້​ພ້ອມ​ກັນ​ພິ­ຈາ­ລະ­ນາ​ບັນ­ດາ​ເອ­ກະ­ສານສຳ­ຄັນ​ຕ່າງໆ​ ເພື່ອ​ນຳ​ສະ­ເໜີ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 28 ທີ່​ຈະ​ຈັດຂຶ້ນ​ໃນ​ເດືອນ​ກັນ­ຍາໃກ້​ຈະ​ມາ​ເຖິງ​ນີ້​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ສະ­ເພາະ​ແມ່ນຖະ­ແຫຼງ­ການ​ວຽງ​ຈັນ​ ວ່າ​ດ້ວຍ​ການ​ຫັນປ່ຽນ​ຈາກ​ການ​ຈ້າງ​ງານ​ນອກ​ລະ­ບົບ​ໄປ​ສູ່​ການ​ຈ້າງ​ງານ​ໃນ​ລະ­ບົບ​ເພື່ອ​ກ້າວ​ໄປ​ສູ່​ການ​ສົ່ງ­ເສີມ​ວຽກ​ງານ​ທີ່​ຖືກ­ຕ້ອງ ແລະ ຊອບ​ທຳ​ໃນ​ອາ​ຊຽນ ແລະ​ ຖະ­ແຫຼງ­ການວຽງ​ຈັນ​ ວ່າ​ດ້ວຍ​ການ​ຊຸກ­ຍູ້ ແລະ​ ສົ່ງເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ມໍ­ລະ­ດົກ​ວັດທະ­ນະ​ທຳ​ອາ​ຊຽນ ແລະ ​ບັນ­ດາ​ເອ­ກະສານ​ທີ່​ສຳ­ຄັນ​ອື່ນໆ.

ທ່ານ​ນາ­ຍົກ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ອາ​ຊຽນເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັບພາກ​ພື້ນ​ອື່ນໆ​ໃນ​ໂລກ​ເນື່ອງ​ຈາ​ກວ່າ​ ມີຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ­ທະ­ນະ­ທຳຮີດ­ຄອງ​ປະ­ເພ­ນີ, ພາ­ສາ ແລະ​ ສາ­ສະ­ໜາ ຕະ­ຫຼອດ​ຮອດ​ລະ­ບອບ​ການ­ເມືອງ​ແຕ່ປະ­ຊາ­ຊົນ​ອາ​ຊຽນ​ກໍ່​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ແລະ​ມີ​ຄວາມ​ກົມ­ກຽວ​ກັນ, ສັງ­ຄົມ​ມີຄວາມ​ໂອບ​ເອື້ອ​ອາ­ລີ​ຮ່ວມ​ກັນ​ອະ­ນຸ​ຮັກ ແລະ ​ສົ່ງ­ເສີມ​ວັດ­ທະ­ນະ­ທຳ ແລະ ​ປະ​ເພນີ​ອັນ​ດີ­ງາມ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ແຕ່​ລະປະ­ເທດ​ອາ​ຊຽນ​ສິ່ງ​ດັ່ງ­ກ່າວ ​ໄດ້​ກາຍ­ເປັນເອ­ກະ­ລັກ​ສະ­ເພາະ​ຂອງ​ອາ​ຊຽນ​ອັນ​ໄດ້ສ້າງ​ໃຫ້​ອາ​ຊຽນ​ມີ​ຄວາມ​ຄືບ​ໜ້າ, ມີ​ຜົນສຳ­ເລັດ​ເປັນ​ກ້າວໆ​ໃນ​ການ​ຮ່ວມ​ມື​ທາງດ້ານ​ການ­ເມືອງ ແລະ ​ຄວາມ​ໝັ້ນ­ຄົງ​ກໍຄື​ການ​ຮ່ວມ​ມື ແລະ​ ການ​ພັດ­ທະ­ນາ​ທາງດ້ານ​ເສດ­ຖະ­ກິດŒ-ສັງ­ຄົມ​ໃນ​ຂົງ­ເຂດ​ອາຊຽນ ແລະ​ພາກ​ພື້ນ ຊຶ່ງ​ໄດ້​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຮັດ​ໃຫ້​ອາ​ຊຽນ​ມີບົດ­ບາດ​ສາ­ມາດ​ຍົກ​ລະ­ດັບ​ຊີ­ວິດ​ການ ເປັນຢູ່​ຂອງ​ປະ­ຊາ­ຊົນ​ອາ​ຊຽນ​ໃຫ້​ນັບ​ມື້​ສູງ​ຂຶ້ນ ໂດຍ​ຜ່ານ​ກົນ​ໄກ​ການ​ປະ­ສານ​ງານ ແລະ​ໂຄງ­ການ​ຮ່ວມ​ມື​ຕ່າງໆ, ການ​ກຳນົດ​ແຜນ​ນະ­ໂຍ­ບາຍ​ເພື່ອ​ເສີມ​ສ້າງ​ຄວາມເຂັ້ມ­ແຂງ ແລະ​ກົມ­ກຽວ​ຂອງ​ບັນ­ດາ​ອົງການ ແລະ​ ສະ​ຖາ​ບັນ.

ໃນ​ໄລ­ຍະ​ເຄິ່ງ​ທົດ​ສະ​ວັດ​ຜ່ານ​ມາ​ ການຮ່ວມ​ມື​ພາຍ​ໃຕ້​ເສົາ­ຄໍ້າ​ປະ­ຊາ​ຄົມ​ວັດ​ທະນະ​ທຳŒສັງ­ຄົມ​ອາ​ຊຽນ​ລວມ​ທັງ​ບັນ­ດາຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ໄດ້​ປະ­ສົບ​ຜົນສຳ­ເລັດ​ຢ່າງ​ໜ້າ​ເພິ່ງ​ພໍ­ໃຈ ໂດຍ​ສະເພາະ​ແມ່ນ​ຜົນ­ສຳ­ເລັດ​ໃນ​ການ­ຈັດ­ຕັ້ງ​ປະຕິ​ບັດ​ແຜນ​ແມ່​ບົດ​ຂອງ​ປະ­ຊາ​ຄົມ​ວັດ​ທະນະ​ທຳŒສັງ­ຄົມ​ອາ​ຊຽນ 2009Œ-2015 ໄດ້​ເຖິງ 100% ແລະ​ເຊື່ອ​ວ່າ​ບັນ­ດາ​ທ່ານລັດ­ຖະ­ມົນ­ຕີ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳŒສັງຄົມ​ອາ​ຊຽນ ໂດຍ​ການ​ຮ່ວມ​ກັບ​ທຸກໆ​ຂະແໜງ​ການ​ທີ່​ກ່ຽວ­ຂ້ອງ​ຈະ​ສືບ­ຕໍ່​ຮັກ­ສາ ມູນ­ເຊື້ອ​ອັນ​ດີ­ງາມ​ດັ່ງ­ກ່າວ​ໃນ​ການ​ຊຸກ­ຍູ້ ແລະ​ຕິດ­ຕາມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ ແມ່​ບົດ​ສະ­ບັບ​ໃໝ່ 2016Œ-2025 ໃຫ້ໄດ້ຮັບ​ໝາກ­ຜົນ​ເຊັ່ນ​ດຽວ​ກັນ​ກັບ​ຜ່ານ​ມາ ຊຶ່ງ​ຈະ​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ໃຫ້​ແກ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວິ­ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ໃຫ້​ປາ­ກົດ​ຜົນເປັນ​ຈິງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...