Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີງ່າຍໆ ຊ່ວຍໃຫ້ນອນລັບແຈບດີ

5 ວິທີງ່າຍໆ ຊ່ວຍໃຫ້ນອນລັບແຈບດີ

Published on

​ການ​ນອນ​ຍາກ ຫຼື ນອນ​ບໍ່ລັບ​ເພາະ​ອາດ​ມີ​ຄວາມ​ເຄັ່ງ​ຄຽດ ຫຼື ບັນ­ຫາ​ສຸ­ຂະ­ພາບ​ສ່ວນ​ຕົວ​ຕື່ມເຂົ້າ​ອີກວັນນີ້ພວກເຮົາເລີຍ​ຫາ​ວິ­ທີນອນລັບງ່າຍລັບແຈບມານຳ​ສະ­ເໜີ​​ງ່າຍໆ​ດັ່ງ​ລຸ່ມ ນີ້:

  1. ນອນ ແລະ​ຕື່ນ​ໃຫ້​ເປັນ​ເວລາ, ກ່ອນ​ເຂົ້າ​ນອນ​ເຮົາ​ຕ້ອງ​ວາງແຜນ​ເຮັດ​ກິດ­ຈະ­ກຳ​ປະ­ຈຳ​ເຊັ່ນ: ອາບ­ນ້ຳ​ສວດ​ມົນ​ແລ້ວ​ເຂົ້າ​ນອນ ຄວນ​ເຮັດ​ເປັນ​ປະ­ຈຳ​ໃຫ້​ຮ່າງ­ກາຍເຮົາ​ເຄີຍ​ຊິນ​ກັບ​ການ​ນອນ​ຫຼັບ​ເປັນເວ­ລາ ຊຶ່ງ​ຄົນ​ເຮົາ​ຄວນ​ໃຊ້​ເວ­ລາ ນອນ​ຕອນ​ກາງ­ຄືນ 6Œ8 ຊົ່ວ­ໂມງ ບາງ​ຄົນ​ນອນ​ເດິກ​ບໍ່​ຄວນ​ກາຍ 24 ໂມງ ເພາະ​ຖ້າ​ເວ­ລາ​ເລີຍ​ທ່ຽງ​ຄືນ ໄປ​ແລ້ວ​ຖື​ວ່າ​ເປັນ​ມື້​ໃໝ່, ຄວນນອນ​ເວ­ລາ 21 ໂມງ ແລະ​ຕື່ນ 6 ໂມງ​ເຊົ້າ.
  2. ບໍ່​ເບິ່ງ​ສິ່ງ​ທີ່​ມັນ​ກະ​ຕຸ້ນຄວາມ​ຄິດ​ເຊັ່ນ​ການ​ເບິ່ງ​ໜັງ ຫຼື ຫຼິ້ນ​ອິນ​ເຕີ​ເນັດ ບາງ​ຄັ້ງ​ມັນ​ຈະ​ກັບມາ​ກະ​ຕຸ້ນ​ສະ­ໝອງ​ໃຫ້​ຄິດ​ເປັນ ການ​ສ້າງ​ຄວາມ​ເຄັ່ງ​ຄຽດ​ໂດຍ​ບໍ່ ຮູ້­ສຶກ​ໂຕ ດັ່ງ­ນັ້ນ ເຮົາ​ຕ້ອງ​ລະ­ວັງ ໃຫ້​ດີ​ຕ້ອງ​ຈັດ­ການ​ເລື່ອງ​ພວກ​ນີ້ ໃຫ້​ໄດ້.
  3. ຫຼີກ​ລ່ຽງ​ເຄື່ອງ​ດື່ມ​ທີ່​ມີ​ທາດຄາ​ເຟ​ອິນ​ເຊັ່ນ: ບໍ່​ຄວນ​ດື່ມ​ຊາ ຫຼື ກາ­ເຟ​ກ່ອນ​ນອນ ຊຶ່ງ​ຖ້າ​ຕ້ອງ­ການດື່ມ​ຄວນ​ເລືອກ​ນົມ ຫຼື ນ້ຳ​ສະ​ໝຸນໄພ ຫຼື ນ້ຳ­ເຜິ້ງ​ໃສ່​ນ້ຳ​ອຸ່ນ​ກໍ​ໄດ້​ມັນ ຈະ​ຊ່ວຍ​ໃຫ້​ຮູ້­ສຶກ​ຜ່ອນ­ຄາຍ.
  4. ຕ້ອງ​ຮູ້­ຈັກ​ປ່ອຍ​ວາງ​ຄວາມ ຄິດ ຫຼື ຄວາມ​ເຄັ່ງ​ຄຽດ​ໃຫ້​ເປັນເພາະ​ຖ້າ​ຄິດ​ຫຼາຍ​ກໍ​ເປັນ​ສາ­ເຫດ ຫຼັກ​ນອນ​ບໍ່​ຫຼັບ​ເພາະ​ສະ­ໝອງ​ເຮັດວຽກ ດັ່ງ­ນັ້ນ ເຮົາ​ຕ້ອງ​ຫາ​ວິ­ທີ​ມາ ລະ­ງັບ​ບັນ­ເທົາ​ອາ­ການ​ເຫຼົ່າ­ນັ້ນ ເຊັ່ນ: ນັ່ງ​ສະ​ມາ​ຊິ​ໄຫວ້​ພະ​ສວດມົນ​ສາ­ມາດ​ເຮັດ​ໃຫ້​ຈິດ­ໃຈ​ສະຫງົບ​ໄດ້.
  5. ກິ່ນ​ຫອມ​ຊ່ວຍ​ໃຫ້​ນອນລັບ ເຊັ່ນ: ມີ​ຄຳ​ແນະ­ນຳ​ວ່າ ປາດ​ໝາກຂີ້­ຫູດ​ຜ່າ​ເຄິ່ງ​ແລ້ວ​ບີບ​ນ້ຳ​ອອກ​ໃສ່ຂໍ້­ມື​ຊ້າຍ​ນວດ​ເບົາໆ ເຮັດ​ໃຫ້​ເວ­ລານອນ​ເຮົາ​ໄດ້​ດົມ​ກິ່ນ​ນັ້ນ ສະ­ໝອງ ອາດ​ຜ່ອນ­ຄາຍ​ຄວາມ​ເຄັ່ງ​ຄຽດ ຫຼື ຈະ​ຫາ​ວິ­ທີ​ອື່ນ​ຄົງ​ແລ້ວ­ແຕ່​ຄວາມມັກ​ສ່ວນ​ຕົວ ຊຶ່ງ​ກິ່ນ​ຫອມ​ນີ້​ສຳ­ຄັນ ໂດຍ​ສະ­ເພາະ​ກິ່ນ​ຂອງ​ດອກ​ໄມ້​ທີ່ປູກ​ຢູ່​ໃກ້​ເຮືອນ​ຍິ່ງ​ຊ່ວຍ​ໄດ້​ດີ ເພາະດອກ​ໄມ້​ນີ້​ແມ່ນ​ຕິດ​ພັນ​ກັບ​ເຮືອນຄົນ​ລາວ​ມາ​ແຕ່​ບູ­ຮານ ເວ­ລາ​ຄົນເຮົາ​ກິນ​ເຂົ້າ​ແລງ​ແລ້ວ​ຈະ​ມາ​ນັ່ງ ຢູ່​ເຊຍ​ນອກ​ເຮືອນ​ສູດ​ດົມ​ອາ­ກາດບໍ­ລິ­ສຸດ ແລະ​ມີ​ກິ່ນ​ຫອມ​ດອກ​ໄມ້ ພັດ​ມາ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...