Homeມຸມຂ່າວ AECບັນດາລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນໄດ້ຮ່ວມກັນພິຈາລະນາບັນດາເອກສານສຳຄັນຕ່າງໆ

ບັນດາລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນໄດ້ຮ່ວມກັນພິຈາລະນາບັນດາເອກສານສຳຄັນຕ່າງໆ

Published on

ກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ແຂວງຫລວງພະບາງໃນວັນທີ 4 ມິຖຸນານີ້ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ເລເລືອງມິງ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາລັດຖະມົນຕີ ວັດທະນະທຳ-ສັງຄົມອາຊຽນ 10 ປະເທດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນເປັນຄັ້ງທຳອິດ ແລະ ປີທຳອິດຂອງ ສປປ ລາວ ພາຍຫລັງສ້າງຕັ້ງເປັນປະຊາຄົມອາຊຽນ ເຊິ່ງຈະເປັນຂີດໝາຍອັນສຳຄັນ ໃຫ້ແກ່ບັນດາລັດຖະມົນຕີວັດທະນະທຳ-ສັງຄົມອາຊຽນ ຈະໄດ້ພ້ອມກັນພິຈາລະນາບັນດາເອກສານສຳຄັນຕ່າງໆ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນປີນີ້.

ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານ ກອງປະຊຸມດັ່ກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວາລະທີ່ ສປປ ລາວ ເປັນປະທານອາຊຽນ, ພວກເຮົາໄດ້ນຳສະເໜີຈຳນວນ 8 ຂົງເຂດບູລິມະສິດ ແລະ ໄດ້ຄົ້ນຄວ້າ 5 ເອກະສານທີ່ສຳຄັນ ໂດຍແມ່ນຂະແໜ່ງການທີ່ກ່ຽວຂ້ອງ ເປັນຜູ້ສະເໜີ ແລະ ອີກ 3 ເອກະສານທີ່ຄ້າງໄວ້ ຢູ່ໃນກອງປະຊຸມປະຊາຄົມວັດທະນະທຳ-ສັງຄົມ ຄັ້ງຫລ້າສຸດຜ່ານມາ ຄື: 1. ຖະແຫລງການອາຊຽນ ວ່າດ້ວຍອາຊຽນເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດຂະໜາດໃຫຍ່ຢູ່ໃນພາກພື້ນ ແລະ ນອກພາກພື້ນ, 2. ຖະແຫລງການອາຊຽນ ວ່າດ້ວຍຊີວະນາໆພັນ ແລະ 3. ຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ຊາວໜຸ່ມ ອອກໂຮງຮຽນ. ພ້ອມດຽວກັນນີ້ ຍັງມີ 2 ເອກະສານໃໝ່ ຄື: ເອກະສານ ທີ 1 ແມ່ນຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນ ຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກງານທີ່ຖືກຕ້ອງ ແລະ ຊອບທຳໃນອາຊຽນ ແລະ ເອກສານ ທີ 2 ແມ່ນ ຖະແຫລງການວຽງຈັນ ວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມ ການຣ່ວມມື ທາງດ້ານມໍລະດົກວັດທະນະທຳອາຊຽນ, ຕໍ່ກັບເອກະສານທີ່ໄດ້ກ່າວມານີ້ ໄດ້ຜ່ານການຄົ້ນຄວ້າພິຈາລະນາ ແລະ ເຫັນດີເປັນເອກະພາບກັນ ຂອງບັນດາເຈົ້າໜ້າທີ່ອາວຸໂສດ້ານວັດທະນະທຳ-ສັງຄົມອາຊຽນເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...