Homeຂ່າວຕ່າງປະເທດສະ​ວິ​ດ​ເປີດ ​​ອຸ​ໂມງ​ລົດ​ໄຟ​ຍາວ​ທີ່​ສຸດ​ໃນ​ໂລກ

ສະ​ວິ​ດ​ເປີດ ​​ອຸ​ໂມງ​ລົດ​ໄຟ​ຍາວ​ທີ່​ສຸດ​ໃນ​ໂລກ

Published on

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ພິທີ​ເປີດ​ຢ່າ​ງ​ເປັນ​ທາງ​ການ​ສຳລັບ​ອຸ​ໂມງ​ທາງ​ລົດ​ໄຟ​ຍາວ​ທີ່​ສຸດ​ໃນ​ໂລກ 57,1 ກິ​ໂລ​ແມັດ ​ໃນ​ວັນ​ທີ 1 ມິຖຸນາ​ທີ່​ຜ່ານ​ມາ ລອດ​ກ້ອງພູ​ແອ​ລມີ​ຊື່ວ່າ​ອຸ​ໂມງ​ກອດຣາດ​ເບ​ສຈາກ​ເມືອງ​ເອີ​ສ​ເຟດ​ໃນ​ລັດ​ອູຣີ​ໄປ​ຍັງ​ເມືອ​ງ​ໂບດິ​ໂອ​ລັດ​ທີ​ຊີ​ໂນ ຊຶ່ງ​ວິສະວະກອນ​ຊາວ​ສະ​ວິດ​ຊື່ ທ່ານ ຄາລ ​ເອດູ​ອາດ ກຣູ​ເນີ ອອກ​ແບບ​ໃນ​ປີ 1947 ​

640_9857h7b87hgk7b69i688c

ແຕ່​ດ້ວຍ​ຄວາມຊັກ​ຊ້າ​ຂອງ​ລະບົບ​, ປະກອບ​ກັບ​ຄວາມ​ວິຕົກ​ດ້ານ​ງົບປະມານ​ການ​ກໍ່ສ້າງ ​ແ​ລະ ອື່ນໆ ​ເຮັດ​ໃຫ້ການ​ກໍ່ສ້າງ​ຫຼ້າ​ຊ້າ ແລະ ໄດ້​ເລີ່​ມກໍ່ສ້າງ​ຢ່າງ​ຈິງ​ຈັງ​ໃນ​ປີ 1999 ​ໃຊ້​ເວລາສ້າງເຖິງ 17 ປີ​ຈຶ່ງ​ແລ້ວ​ສຳ​ເລັດ​ດ້ວຍ​ງົບປະມານ​ຫຼາຍ​ກວ່າ 12,000 ລ້ານໂດລ້າ ແລະ ມີຄົນງານເສຍຊີວິດ 9 ຄົນໃນເວລາກໍ່ສ້າງ

ນາຍົກລັດຖະມົນຕີຂອງ​ເຢຍລະ​ມັນ ທ່ານ ນາງ ອັງ​ເກ​ລາ ​ແມ​ເຄິ, ປະທານາ ທິບໍດີ​ຂອງຝຣັ່ງ ທ່ານ  ຝຣັງຊົວ ​ໂຮ​ນລັງ ​ແລະ ນາຍົກລັດຖະມົນຕີຂອງອິຕາ​ລີ ທ່ານ ມັດ​ເຕ​ໂອ ​ເຣນຊີ ລວມ​ເຖິງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ສະ​ວິດ​ຢູ່​ໃນ​ຂະ​ບວນຮອບເປີດພິທີນີ້ດ້ວຍ ເຊິ່ງທາງການຂອງສະວິດໄດ້ຈັດພິທີເປີດຢ່າງຍິ່ງໃຫຍ່

640.1

“ອຸໂມງຈະເປີດໃຫ້ບໍລິການເຕັມຮູບແບບໃນເດືອນ ທັນວາ ອຸໂມງນີ້ນອກຈາກຈະໃຊ້ສຳລັບຂົນຄົນແລ້ວ ຍັງຈະໃຊ້ຂົນສິນຄ້າອີກດ້ວຍເພື່ອຄວາມປອດໄພຂອງສິນຄ້າ ແລະ ເວລາທີ່ວ່ອງໄວໃນການຂົນສົ່ງແຖມຍັງຄິດຄ່າບໍລິການຖືກອີກດ້ວຍ ອຸໂມງລົດໄຟນີ້ຈະແລ່ນຈາກເມືອງຊູຣິດຂອງສະວິດໄປທີ່ເມືອງມິລານຂອງອີຕາລີໃຊ້ເວລາພຽງ 2 ຊົ່ວໂມງ 40 ນາທີ ຖືວ່າໄວຂຶ້ນເກືອບໜຶ່ງຊົວໂມງ

​ອຸ​ໂມງ​ດັ່ງກ່າວນີ້​ໄດ້​ກາຍ​ເປັນ​ອຸ​ໂມງ​ຍາວ​ທີ່​ສຸດ​ໃນ​ໂລກ​ທຳລາຍ​ເຈົ້າ​ຂອງ​ສະ​ຖິຕິ​ເດີມ​ຄື​ອຸ​ໂມງ​ເຊ​ກັງ​ຢູ່​ຍີ່ປຸ່ນ​ທີ່​ມີ​ຄວາມ​ຍາວ 53,9 ກິ​ໂລ​ແມັດ.

640.2

 

ທີ່ມາ: ຂ່າວເດລີນິວ ແລະ http://www.nationtv.tv/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...