Homeຂ່າວພາຍ​ໃນມາ​ເລ​ເຊຍ​ຈະ​ເພີ່ມ​​ເກນ​ອາຍຸ​ຂັ້ນ​ຕໍ່າ​ທີ່​ຈະ​ດື່ມ​ເຫຼົ້າ​ໄດ້​ຈາກ 18 ປີ​ເປັນ 21 ປີ

ມາ​ເລ​ເຊຍ​ຈະ​ເພີ່ມ​​ເກນ​ອາຍຸ​ຂັ້ນ​ຕໍ່າ​ທີ່​ຈະ​ດື່ມ​ເຫຼົ້າ​ໄດ້​ຈາກ 18 ປີ​ເປັນ 21 ປີ

Published on

​ສໍານັກ​ຂ່າວ​ຕ່າງປ​ະ​ເທດ​ລາ​ຍງານວ່າ ມາ​ເລ​ເຊຍ​ຈະ​ເພີ່ມ​​ເກນ​ອາຍຸ​ຂັ້ນ​ຕໍ່າ​ທີ່​ຈະ​ດື່ມ​ເຫຼົ້າ ໄດ້​ຕາມ​ກົດ​ໝາຍ​ຈາກ 18 ປີ​ໃນ​ປະຈຸ​ບັນ ​ເປັນ 21 ປີ​ຕັ້ງ​ແຕ່​ວັນ​ທີ 1 ທັນວາ​ປີໜ້າ ຫວັງ​ຢຸດ​ຢັ້ງ​ການ​ດື່ມ​ສຸລາ​ໃນ​ກຸ່ມ​​ເຍົາວະ​ຊົນ.

ທ່ານ ​ເອສ ສຸບຣາມາ​ນຽມ ລັດຖະມົນຕີ​ສາ​ທາ​ລະນະ​ສຸກມາ​ເລ​​ເຊຍ​ຖະ​ແຫຼ​ງວ່າ ນອກຈາກ​ເພີ່ມ​ເກນ​ຂັ້ນ​ຕໍ່າ​ແລ້ວ ຍັງ​ມີ​ລະບຽບ​ໃໝ່​ກຳນົດ​ໃຫ້​ຜູ້​ຜະລິດ​ເຫຼົ້າ​ຕ້ອງ​ເພີ່ມຄຳ​ເຕືອນ​ເລື່ອງ​ອັນຕະລາຍ​ທີ່​ມີ​ຕໍ່​ສຸຂະພາບ​ໄວ້​​ໃນ​ສະຫຼາກ​ສິນຄ້າ​ນຳ ຂະນະ​ທີ່​ຮ້ານ​ຄ້າ​ທີ່​​ເສີ​ບນໍ້າ​ເມົາ​ກໍ່​ຕ້ອງ​ມີ​ຄຳ​ເຕືອນ​ເລື່ອງ​ສຸຂະພາບ​ເຊັ່ນ​ກັນ ​ເປັນ​ມາດ​ຕະການ​ຕາມ​ຍຸດ​ທະ​ສາດ​ໂລກ​ເພື່ອ​ຫຼຸດ​ການ​ໃຊ້​ເຫຼົ້າ​ໃນ​ທາງ​ທີ່​ເປັນ​ອັນຕະລາຍ​ຊຶ່ງ​ມີ​ອົງ​ການ​ອະນາ​ໄມ​ໂລກ​ເປັນ​​ແກນ​ນຳ.

ດ້ານ​ໜັງສືພິມ​ນິວສ​ເຕຣດທາມ​ຂອງ​ມາ​ເລ​ເຊຍ​ອ້າງ​ຄຳ​ກວ່າ​ຂອງ ທ່ານ ສຸບ​ຣາມາ​ນຽມວ່າ ລະບຽບ​ໃໝ່​ເຫຼົ່າ​ນີ້​ເປັນ​ໄປ​ຕາມ​ການ​ແກ້​ໄຂ​ກົດໝາ​ວວ່າ​ດ້ວຍ​ລະບຽບ​ອາຫານ​ປີ 1987 ​ເມື່ອ​ວັນ​ທີ 27 ພຶດສະພາ​ທີ່​ຜ່ານ​ມາ ​ແລະ ວ່າ​ເຫຼົ້າ​ລາຄາ​ຖືກ​ບາງ​ຊະນິດ​ກຳລັງ​ສ້າງ​ບັນຫາ​ທາງ​ສັງຄົມ​ໃຫ້​ແກ່​ກຸ່ມ​ຜູ້​ມີ​ລາຍ​ໄດ້​ໜ້ອຍ ທາງ​ການ​ຈິ່ງ​ຈ​ະ​ເພີ່ມ​ພາສີ​ເຄື່ອງ​ດື່ມ​ປະສົມ​​ເຫຼົ້າ​ທີ່​ຈຳໜ່າຍ​ກວດ​ລະ 5-7 ຣິງກິດ ​ເປັນ​ລິດ​ລະ 40 ຣິງກິດ.

ປະຊາກອນ​​ມາ​ເລ​ເຊຍກວ່າ 60% ​ເປັນ​ມຸດ​ສະ​ລິ​ມ ຊຶ່ງ​ຫ້າມ​ດື່ມ​ເຫຼົ້າ​ຕາມ​ຫຼັກ​ສາສະໜາທີ່​ເຫຼືອ​ເປັນ​ຄົນ​ເຊື່ອ​ສາຍ​ຈີນ ​ແລະ ​ເຊື້ອສາຍ​ອິນ​ເດຍ ຂະນະ​ທີ່​ສະມາ​ພັນ​ຜູ້​ກັ່ນ​ເຫຼົ້າ​ມາ​ເລ​ເຊຍ​ລະບຸ​ວ່າ ມາ​ເລ​ເຊຍ​ເກັບ​ພາສີ​ການ​ຄ້າ​ເຫຼົ້າ​ສູງ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ອາຊີ ມີ​ຜູ້​ດື່ມ​ສຸລາ​ປະມານ 3,5 ລ້ານ​ຄົນ​ຈາກ​ປະຊາກອນ​ທົ່ວປະ​ເທດ 30 ລ້ານ​ຄົນ ດ້ານ​ຜົນການ​ສຶກສາ​ຫຼາຍ​ແຫ່ງ​ລະບຸ​ວ່າ ອັດຕາ​ການ​ດື່ມ​ເຫຼົ້າ​ໃນ​ເມ​ເລ​​ເຊຍ​ເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ​.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...