Homeຂ່າວການພັດທະນາສະຫະລັດສົ່ງເສີມຄວາມສາມາດກົມພາສີລາວ

ສະຫະລັດສົ່ງເສີມຄວາມສາມາດກົມພາສີລາວ

Published on

ໂດຍ​ການ​ສະ­ໜັບ­ສະ­ໜູນ​ຈາກ​ສະ­ຖານ­ທູດ​ສະ­ຫະ­ລັດ​ອາເມ​ລິ​ກາ ປະ­ຈຳ ສປປ ລາວ, ກົມ​ພາ­ສີ​ກະ­ຊວງ​ການ​ເງິນ ແລະ​ສະພາ​ທະ­ນາຍ­ຄວາມ​ອາ­ເມ­ລິ­ກາຂະ­ແໜງ­ການ​ລິ​ເລີ່ມຫຼັກ​ແຫ່ງ​ກົດ­ໝາຍ​ໃດ້​ຈັດ­ການ​ສຳ​ມະ​ນາ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ບັນ­ດາ​ລະ­ບົບ​ພາ­ສີ​ໃຫ້​ແກ່​ພະ­ນັກ­ງານ​ອາ­ວຸດ​ໂສ​ທີ່​ມາຈາກ​ກົມ​ພາ­ສີ. ລາວ​ຂຶ້ນ​ເປັນ​ເວ­ລາ​ສອງວັນ​ເລີ່ມ​ແຕ່​ວັນ​ທີ 26 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຍົກ​ໃຫ້​ເຫັນບັນ­ຫາ​ອັນ​ສຳ­ຄັນ​ຫຼາຍ​ອັນ​ໃນ​ຂະ­ແໜງການ​ວຽກ​ງານ​ພາ­ສີ.

ໂອ­ກາດ​ນີ້ ທ່ານ ສົມ​ພິດ ແສງ​ມະ­ນີວົງ, ຮອງ​ຫົວ­ໜ້າ​ກົມ​ພາ­ສີໃດ້​ກ່າວ​ບາງຕອນ​ວ່າ: ນີ້​ຖື​ວ່າ​ເປັນ​ຂົງ­ເຂດ​ໃໝ່​ທີ່​ສຳ­ຄັນ​ທີ່​ພວກ​ເຮົາ​ຈະ​ໃດ້​ເຮັດ​ວຽກ​ຮ່ວມ​ກັນ.

ໂອ­ກາດ​ດຽວ​ກັນ ທ່ານ ໂນ​ອາ ກິດ​ສະ​ແມນ ຕາງ­ໜ້າ​ສະ­ຖານ­ທູດ​ສະ­ຫະ­ລັດໄດ້​ກ່າວ​ວ່າ: ລັດ­ຖະ­ບານ​ສະ­ຫະ­ລັດ​ອາ​ເມ​ລິກາມີ​ຄວາມ​ພູມ­ໃຈ​ໃຫ້­ການ​ຊ່ວຍ­ເຫຼືອ​ຕາມ​ການ​ຮ້ອງ​ຂໍ​ຈາກ​ກົມ​ພາ­ສີ​ໃນ​ການ​ຈັດ­ການ​ຝຶກ​ອົບ­ຮົມ​ຄັ້ງ​ນີ້. ທ່ານ​ໄດ້​ກ່າວ​ຕື່ມ​ອີ​ກວ່າ: ພວກ​ຂ້າ­ພະ­ເຈົ້າ​ດີ­ໃຈ​ທີ່​ທາງ​ສະ­ຖານ­ທູດ​ຮ່ວມ​ກັບ​ສະ­ພາ​ທະ­ນາຍ­ຄວາມ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ທີ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໃນ​ການ​ສ້າງ​ພາ­ວະ​ຄວາມ​ເປັນ​ຜູ້­ນຳ​ຂອງ​ກົມ​ພາ­ສີ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ກວ່າ​ເກົ່າ, ໃຫ້​ມີ​ປະ​ສິ​ທິ​ພາບ​ຫຼາຍ​ຂຶ້ນ​ກວ່າ​ເກົ່າແລະ​ເຮັດ​ໃຫ້­ການ​ບໍ­ລິ­ການ​ນັບ​ມື້​ນັບ​ທັນ​ສະ​ໃໝ​ຫຼາຍ​ຂຶ້ນ. ນອກ​ນັ້ນ, ຍັງ​ຊ່ວຍ​ໃຫ້​ເສດ­ຖະ­ກິດ​ຂອງ​ລາວ​ສືບ­ຕໍ່ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ.

ກົມ​ພາ­ສີ ແລະ​ເຈົ້າ​ໜ້າ­ທີ່​ພາ­ສີໃນ​ທົ່ວໂລກ​ໃຫ້­ການ​ບໍ­ລິ­ການ​ທີ່​ສຳ­ຄັນ​ຕໍ່​ຊາດ ໂດຍ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ແລະ ​ການຄ້າ​ຢ່າງ​ມີ​ປະ­ສິດ­ທິ­ພາບ, ເກັບ​ພາ­ສີ​ອາກອນ​ລັດ­ຖະ­ບານ ແລະ​ປັບ­ປຸງ​ຄວາມ​ປອດ​ໄພ​ຂອງ​ຊາດ​ໂດຍ​ການ​ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ​ຜິດ​ກົດ­ໝາຍ, ອາ­ວຸດ, ສັດປ່າ ແລະ​ສິນ­ຄ້າ​ລັກ­ລອບ​ໜີ​ພາ­ສີ​ອື່ນໆ.

ຢ່າງ­ໃດ​ກໍ​ຕາມ​ໃນ​ໄລ­ຍະ​ການ​ສຳ​ມະນາ​ສອງ​ວັນ​ນີ້ບັນ­ດາ​ພະ­ນັກ­ງານ​ອາ​ວຸໂສ​ຈະ​ໄດ້​ກວດ­ຄືນ​ສິດ​ການ​ປະ­ຕິ­ບັດ​ໜ້າທີ່​ທີ່​ດີ​ສຸດ​ຂອງ​ສາ­ກົນ​ໃນ​ວຽກ​ງານ​ຕ້ານການ​ກະ­ທຳ​ຜິດ, ການ​ສູນ​ເສຍ​ລາຍ​ຮັບພາ­ສີ​ອາ­ກອນ ແລະ ​ການ​ສໍ້​ລາດ​ບັງ​ຫຼວງ. ນອກ​ນີ້ ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຊອກຮູ້​ວິ­ທີ​ການ​ປະ­ຕິ​ຮູບ​ສະ­ເພາະ​ເພື່ອ​ເຮັດ​ໃຫ້​ຂະ​ບວນ​ການ​ເຂັ້ມ­ແຂງ​ຂຶ້ນ ແລະ​ຫຼີກ­ເວັ້ນ​ຄວາມ​ສ່ຽງ​ກະ­ທຳ​ຜິດ. ໃນ​ຕອນ​ສະ­ຫຼຸບ​ສຳ​ມະ​ນາ, ບັນ­ດາ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ຈະ​ໃດ້​ໃຫ້​ຄຳ​ແນະ­ນຳ​ໃນ​ອົງ​ປະ­ກອບ​ທີ່​ຫຼັກ​ຂອງ​ລະ­ບຽບ​ການ​ປະ­ຕິ­ບັດ​ວຽກ​ງານ​ທີ່​ທັນ​ສະ­ໄໝ​ສຳ­ລັບ​ພະ­ນັກ­ງານ​ເຈົ້າໜ້າ­ທີ່​ກົມ​ພາ­ສີ​ໝົດ​ທຸກ​ຄົນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...