spot_img
Homeຂ່າວພາຍ​ໃນຂ້າເດັກນ້ອຍເອົາອະໄວຍະວະ ທີ່ສາລະວັນເປັນພຽງຂ່າວລື

ຂ້າເດັກນ້ອຍເອົາອະໄວຍະວະ ທີ່ສາລະວັນເປັນພຽງຂ່າວລື

Published on

ຂ່າວ: ນ້ຳ​ຫນຶ່ງ

   ດັງ​ສະຫນັ່ນ​ໃນ​ໂລກ​ອອນ​ລາຍນ໌​ກ່ຽວ​ກັບ​ເຫດການ ແລະ ຈັບ​ຄົນ​ຮ້າຍ​ຂ້າ​ເດັກນ້ອຍ​ເພື່ອ​ເອົາ​ອະ​ໄວ​ຍະ​ວະ​ຢູ່​ເມືອງ​ສາລະ​ວັນ ຫລ້າ​ສຸດ​ເຈົ້າເມືອງ​ອອກ​ມາ​ຢືນຢັນ​ເປັນ​ພຽງ​ຂ່າວ​ລື ພ້ອມ​ຮຽກຮ້ອງ​ປະຊາຊົນ​ຢ່າ​ແຕກ​ຕື່ນ ຂະນະ​ທີ່​ເວລາ​ນີ້​ໄດ້​ສັ່ງ​ໃຫ້​ເຈົ້າ​ທີ່​ຕາມ​ລ່າ​ສອງ​ຄົນ​ຮ້າຍ​ລັກ​ພາ​ຕົວ​ນັກຮຽນ​ປະຖົມ​ບ້ານ​ຄອນ​ລາດ​ມາ​ລົງໂທດ​ຕາມ​ກົດຫມາຍ.

   ບ່າຍ​ວັນ​ທີ 29 ພຶດສະພາ​ທ່ານ ຄຳ​ເຫລັກ ອິນ​ດາ​ວົງ ເຈົ້າເມືອງໆ​ສາລະ​ວັນ ແຂວງ​ສາລະ​ວັນ ໄດ້​ຢືນຢັນ​ຕໍ່​ທີມ​ຂ່າວ​ສັງຄົມ​ຜ່ານ​ໂທລະສັບ​ວ່າ: ຂ່າວ​ກ່ຽວ​ກັບ​ເມືອງ​ສາລະ​ວັນ​ມີ​ການ​ຈັບ​ຕົວ​ໄດ້​ຜູ້​ກະທຳ​ຜິດ​ໃນ​ຂໍ້​ຫາ​ຂ້າ​ເດັກນ້ອຍ ເພື່ອ​ເອົາ​ອະ​ໄວ​ຍະ​ວະ​ນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ເປັນ​ຈິງ​ແຕ່​ຢ່າງໃດ ຊຶ່ງ​ການ​ສ້າງ​ຂ່າວ​ດັ່ງກ່າວ​ແມ່ນ​ຫວັງ​ຜົນ​ສ້າງ​ຄວາມ​ປັ່ນປ່ວນ​ເຮັດ​ໃຫ້​ສັງຄົມ​ບໍ່​ມີ​ຄວາມ​ສະຫງົບ ທັງ​ນີ້​ ຍັງ​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ​ເມືອງ​ມີ​ຄວາມ​ແຕກ​ຕື່ນ​ບໍ່​ກ້າ​ທີ່​ຈະ​ອອກ​ໄປ​ທຳ​ມາ​ຫາ​ກິນ ຫລື ທຳ​ການ​ຜະລິດ​ຕາມ​ວິຖີ​ຊີວິດ​ປະຈຳ​ວັນ​ທີ່​ເຄີຍ​ດຳເນີນ​ມາ.

   ຊຶ່ງ​ເຫດການ​ຄວາມ​ເປັນ​ຈິງ​ທ່ານ​ເຈົ້າເມືອງ​ລະບຸ​ມີ​ຢູ່​ວ່າ: ໃນ​ເວລາ​ປະມານ 12:30 ໂມງ​ຂອງ​ວັນ​ທີ 13 ພຶດ​ສະພາ​ຜ່ານ​ມາ ທີ່​ໂຮງຮຽນ​ບ້ານ​ຄອນ​ລາດ​ຫ່າງ​ຈາກ​ເທສະ​ບານ​ເມືອງ​ປະມານ 14-15 ກີ​ໂລ​ແມັດ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ລັກ​ເອົາ​ເດັກ​ນັກຮຽນ​ຊື່ວ່າ: ທ້າວ​ໂຫລ້ນ ອາຍຸ 13 ປີ​ເປັນ​ລູກ​ຂອງ​ທ້າວ ຫນູ​ກອນ ແລະ ນາງ​ ລຽນ​ ອາຊີບ​ຊາວນາ​ເປັນ​ປະຊາຊົນ​ບ້ານ​ຄອນ​ລາດ ຮຽນ​ຢູ່​ຫ້ອງ ​ປ.3 ຊຶ່ງ​ຈຳນວນ​ຄົນ​ຮ້າຍ​ມີ 2 ຄົນ ຜູ້​ທີ​ຫນຶ່ງ​ນຸ່ງ​ເສື້ອ​ສີແດງ, ໂສ້ງ​ສີຂຽວ, ຜົມ​ຍາວ; ສ່ວນ​ຜູ້​ທີ​ສອງ​ໃສ່​ຊຸດ​ຂຽວ​ຫມົດ ແລະ ຄົນ​ຮ້າຍ​ໄດ້​ນຳ​ຕົວ​ເດັກ​ໄປ​ຫ່າງ​ຈາກ​ໂຮງຮຽນ​ໄກ​ພໍ​ສົມຄວນ​ແລ້ວ​ກໍ່​ປ່ອຍ​ຕົວ​ເດັກ​ເພາະ​ມີ​ຄູ​ຈັນ​ສະໄຫມ (ຄູ່​ຂອງ​ເດັກ​ດັ່ງກ່າວ) ແລ່ນນຳ ສ່ວນ​ຕົວ​ເດັກ​ເອງ​ແມ່ນ​ຍັງ​ມີ​ສະຕິ​ຮູ້ສຶກ​ຢູ່ ແຕ່​ວ່າ​ປາກ​ບໍ່​ອອກສຽງ​ໂດຍ​ປະຈຸ​ບັນ​ນີ້​ຕົວ​ເດັກ​ແມ່ນ​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ພໍ່​ແມ່ ແລະ ຄູ​ສອນ ແຕ່​ຄົນ​ຮ້າຍ​ຍັງ​ບໍ່​ຮູ້​ວ່າ​ໄປ​ທາງ​ໃດ​ທ່ານ ຄຳ​ເຫລັກ ອິນ​ດາ​ວົງ ກ່າວ.

   ແນວໃດ​ກໍ່​ດີ ຈາກ​ເຫດການ​ດັ່ງກ່າວ​ນັ້ນ​ມາ​ໃນ​ວັນ​ທີ 23 ຂອງ​ເດືອນ​ດຽວ​ກັນ​ທາງ​ຫ້ອງ​ວ່າການ​ປົກຄອງ​ເມືອງ​ສາລະ​ວັນ​ກໍໄດ້​ອອກ​ແຈ້ງ​ການ​ໃຫ້​ແຕ່​ລະ​ກຸ່ມ​ບ້ານ​ທົ່ວ​ເມືອງ ເພີ່ມ​ທະວີ​ລະວັງ​ຕົວ​ຕໍ່​ກຸ່ມ​ຄົນ​ບໍ່​ດີ​ທີ່​ເຄື່ອນ​ໄຫວ​ຕາມ​ຈຸດ​ຕ່າງໆ​ທັງ​ໃນ​ຕົວ​ເມືອງ ແລະ ຊົນນະບົດ​ເປັນຕົ້ນ​ແມ່ນ ການ​ຕົວະ​ຍົວະ​ຫລອກ​ລວງ, ລັກ​ເອົາ​ເດັກນ້ອຍ ຕະຫລອດ​ຮອດ​ລັກ​ຊັບ​ສິນ​ອື່ນໆ; ດ້ານ​ຄອບຄົວ​ພໍ່​ແມ່​ປະຊາຊົນ ຫຼື ຜູ້​ປົກຄອງ​ເດັກ​ເອົາໃຈໃສ່​ເບິ່ງ​ລູກ-ຫຼານ​ຂອງ​ຕົນ​ໃຫ້​ດີ, ບໍ່​ໃຫ້​ລູກຫຼານ​ຂອງ​ຕົນ​ຫຼິ້ນ​ໄປ​ຕາມ​ແຄມ​ທາງ​ສະຖານທີ່​ຕ່າງໆ​ທີ່​ຫ່າງ​ໄກ​ໂດຍ​ບໍ່​ມີ​ຜູ້​ໃຫຍ່​ຢູ່​ນຳ.

   ສຳລັບ​ໂຮ​ງຮຽນ​ແຫ່ງ​ຕ່າງ​ໆນັບ​ທັງ​ຕົວ​ເມືອງ ແລະ ຊົນນະບົດ​ໃຫ້​ເອົາໃຈໃສ່​ຕິດຕາມ,ຄຸ້ມ​ຄອງ​ນັບ​ທັງ​ການ​ໄປ-ມາຕະຫລອດ​ຮອດ​ການ​ພັກຜ່ອນ​ຂອງ​ນັກຮຽນ​ຢູ່​ໃນ​ໂຮງຮຽນ​ໃຫ້​ດີ ຖ້າວ່າ​ພົບ​ເຫັນ​ສະພາບ​ດັ່ງກ່າວ​ເກີດ​ຂຶ້ນ​ທີ່​ຜິດ​ປົກກະຕິ​ໃຫ້​ລາຍ​ງານ​ເຈົ້າ​ຫນ້າທີ່ ປກສ-ກອງ​ຫລອນ​ບ້ານ ແລະ ເຈົ້າ​ຫນ້າທີ່​ກ່ຽວຂ້ອງ​ໃຫ້​ທັນ​ການ.

ທີ່ມາ http://www.sedthakid.la/khao/19042.spc

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...