spot_img
Homeຂ່າວຕ່າງປະເທດເກີດ​ເຫດການ​ກໍ່ສ້າງ​ສ່ວນ​ຂະຫຍາຍ​ລົດ​​​ໃຕ້​ດິນ​ໃກ້​ນະຄອນຫຼວງ​ເຊ​ອູ​ລຖະຫຼົ່ມ

ເກີດ​ເຫດການ​ກໍ່ສ້າງ​ສ່ວນ​ຂະຫຍາຍ​ລົດ​​​ໃຕ້​ດິນ​ໃກ້​ນະຄອນຫຼວງ​ເຊ​ອູ​ລຖະຫຼົ່ມ

Published on

ຕຳຫຼວດ ​ສ.​ເກົາຫຼີ ​ແຈ້ງວ່າ ​ເກີດ​ເຫດ​ສະຖານ​ທີ່​ກໍ່ສ້າງ​ສ່ວນ​ຕໍ່​ຂະຫຍາຍ​ລົດ​ໄຟຟ້າ​ໃຕ້​ດິນ​ໃກ້​ນະຄອນຫຼວງ​ເຊ​ອູ​ລຖະຫຼົ່ມ​ຕອນ​ເຊົ້າ​ມື້​ນີ້ ມີ​ຄົນ​ງານ​ເສຍ​ຊີວິດ 4 ຄົນ ບາ​ດ​ເຈັບ 10 ຄົນ ສັນນິຖານ​ວ່າ​ເກີດ​ຈາກ​ຖັງ​ອົກ​ຊີ​ລະ​ເບີດ.

​ເວັບ​ໄຊ​ສຳນັກ​ຂ່າວ​ຢອນ​ຮັບ​ລາຍ​ງານ​ອ້າງ​​ເຈົ້າ​ໜ້າ​ທີ່​ວ່າ ​ເກີດ​ເຫດ​ທີ່​ເມືອງ​ນັມ​ຢັງ​ຈູ ທາງ​ຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ​ເຊ​ອູ​ລ​ເມື່ອ​ເວລາ 07:20 ​ໂມງ ມື້​ນີ້ ຕາມ​ເວລາ​​ໃນ ​ສ.​ເກົາ​ຫຼີ ກົງ​ກັບ​ເວ​​ລາ 05:20 ​ໂມງ ມື້​ນີ້​ຕາມ​ເວລາ​ບ້ານເຮົາ ຂະນະ​ເກີດ​ເຫດ​ມີ​ຄົນ​ງານ 17 ຄົນ​ກຳລັງ​​ເຮັດ​ວຽກ​ເຊື່ອ​ມ​ໂລຫະ​ຢູ່​ໃຕ້​ດິນ​​ເລິກ​ລົງ​ໄປ 15 ​ແມັດ ຜູ້​ເຫັນ​ເຫດການ​ເລົ່າ​ວ່າ ​ເຫັນ​ລະ​ເບີດ​ຂະໜາດ​ໃຫຍ່ ຂະນະ​ທີ່​ຕຳຫຼວດ​ກ່າວ​ວ່າ​ບໍ່​ມີ​ການ​ໃຊ້​ວັດ​ຖຸລະ​ເບີດ​ໃນ​ເວລາ​ນັ້ນ ສັນນິຖານ​ວ່າ​ອາດ​ເກີດ​ຈາກ​ຖັງ​ອົກ​ຊີ​ທີ່​ໃຊ້​​ໃນ​ການ​ເຊື່ອມ​ໂລຫະ​ລະ​ເບີດ ​ແລະ ອາດ​ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເນື່ອງ​ຈາກ​ມີ​ຄົນ​ງານ​ບາງ​ຄົນ​ບາດ​ເຈັບ​ສາຫັດ ​ເຈົ້າ​ໜ້າ​ທີ່​ຈະ​ສອບ​ສວນ​ຫາ​ສາ​ເຫດ​ທີ່​ແທ້​ຈິງ​ຕໍ່​ໄປ, ສ່ວນ​ຕໍ່​ຂະຫຍາຍ​ໄຟຟ້າ​ໃຕ້​ດິນ​ດັ່ງກ່າວ​ມີ​ກຳນົດ​ເປີດ​ໃຊ້​​ໃນ​ປີ 2020.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...