spot_img
HomeມູມໄອທີລາວZUK Z2 ເປີດໂຕຢ່າງເປັນທາງການ ມາພ້ອມກັບຊິບ Snapdragon 820 ໃນລາຄາເລີ່ມຕົ້ນພຽງ 2.220.000 ກີບ

ZUK Z2 ເປີດໂຕຢ່າງເປັນທາງການ ມາພ້ອມກັບຊິບ Snapdragon 820 ໃນລາຄາເລີ່ມຕົ້ນພຽງ 2.220.000 ກີບ

Published on

ມື້ນີ້ບໍລິສັດສະຕາຣ໌ດອັບ ZUK (ອ່ານວ່າ ຊີ – ຢູ – ເຄ) ທີ່ຢູ່ພາຍໃຕ້ການສະໜັບສະໜູນຈາກ Lenovo ໄດ້ມີການຈັດງານຖະແຫຼງຂ່າວເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຫຼ້າສຸດຊື່ວ່າ Z2 ທີ່ປະເທດຈີນ. ( ຖ້າແອັດມິນຈື່ບໍ່ຜິດເຄີຍເປີດໂຕ Z2 Pro ໄປແລ້ວຊ່ວງເດືອນເມສາກ່ອນນີ້ )

image

ສຳລັບ Z2 ຖືວ່າເປັນສະມາດໂຟນທີ່ເວົ້າໄດ້ວ່າມາພ້ອມກັບສະເປັກໂຄດດີ ທີ່ຄົນທຳມະດາສາມາດຈັບຕ້ອງໄດ້. ສະເປັກໂດຍລວມກໍຄືມາພ້ອມກັບຈໍຂະໜາດ 5 ນິ້ວ, ຄວາມລະອຽດ FullHD ພ້ອມກັບຈໍ LTPS 2.5D. ໃຊ້ງານຊິບປະມວນຜົນໂຕໃໝ່ແລະແຮງແບບ Snapdragon 820 ແລະໃຊ້ງານລະບົບ Android 6.0 (Marshmallow) ທັບດ້ວຍ ZUI 2.0. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມແຟລັດ LED, ລະບົບກວດຈັບໂຟກັດອັດຕະໂນມັດ ດ້ວຍຄວາມໄວໂຟກັດຢູ່ທິ່ 0.1 ວິນາທີ ແລະກ້ອງໜ້າ 8 ລ້ານພິກເຊວ.

image

ນອກຈາກນີ້ແລ້ວຍັງມາພ້ອມກັບລະບົບສະແກນລາຍນິ້ວມື U-Touch 2.0 ເຊິ່ງຕິດຕັ້ງຢູ່ທີ່ປຸ່ມໂຮມ ສາມາດປົດລ໋ອກເຄື່ອງດ້ວຍຄວາມໄວພຽງແຕ່ 0.1 ວິນາທີ. ຂອບຂອງໂຕເຄື່ອງແມ່ນເຮັດດ້ວຍເຫຼັກ, ແບັດເຕີຣີໃຫ້ມາ 3500mAh ພ້ອມກັບລະບົບ Dual Fast Charging ແລະ Qualcomm Quick Charge 3.0 ເຊິ່ງສາມາດສາກແບັດຈາກ 0% ຫາ 80% ໄດ້ພາຍໃນ 1 ຊົ່ວໂມງ. ພື້ນທີ່ຈັດເກັບ 64 GB, RAM 4 GB ແລະຮອງຮັບ 2 ຊິມ (Nano ຊິມທັງສອງ).

ສະເປັກເຕັມສາມາດອ່ານໄດ້ທີ່ລິ້ງທ້າຍຂ່າວ

ສຳລັບ ZUK Z2 ນັ້ນມີພຽງແຕ່ 2 ສີໃຫ້ເລືອກເທົ່ານັ້ນຄື: ສີຂາວ ແລະ ສີດຳ. ສ່ວນລາຄານັ້ນພຽງແຕ່ 1,799 ຢວນ (2.220.000 ກີບ!!). ສຳລັບມື້ວາງຂາຍແມ່ນຈະເລີ່ມຕັ້ງແຕ່ວັນທີ 7 ມິຖຸນາ ແລະສາມາດສັ່ງຈອງໂຕເຄື່ອງໄດ້ແລ້ວ. ນອກຈາກນີ້ທາງ ZUK ຍັງໄດ້ແນະນຳອັນສາກໄຮ້ສາຍແບບ USB Type-C ສຳລັບສະມາດໂຟນອີກນຳ ດ້ວຍລາຄາພຽງ 299 ຢວນ (37.000 ກີບ).

image

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...