HomeມູມໄອທີລາວYu Yunicorn ສະມາດໂຟນຈໍ 5.5 ນິ້ວ ພ້ອມສະແກນລາຍນິ້ວມື ເປີດໂຕແລ້ວ

Yu Yunicorn ສະມາດໂຟນຈໍ 5.5 ນິ້ວ ພ້ອມສະແກນລາຍນິ້ວມື ເປີດໂຕແລ້ວ

Published on

ມື້ນີ້ YU ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ທີ່ປະເທດອິນເດຍໃນນາມວ່າ YUNICORN, ເຊິ່ງເປັນສະມາດໂຟນທີ່ມີຂະໜາດຈໍ 5.5 ນິ້ວ, ຄວາມລະອຽດ FullHD ພ້ອມຈໍ 2.5D. ໃຊ້ງານຊິບປະມວນຜົນ Octa Core MediaTek Helio P10 ແລະໃຊ້ລະບົບ Android 5.1 (Lollipop). ໃນສ່ວນຂອງກ້ອງຫຼັງແມ່ນໃຫ້ມາ 13 ລ້ານພິກເຊວ ພ້ອມກັບແຟລັດຄູ່ໂທນ LED, ລະບົບກວດຈັບໂຟກັດອັດຕະໂນມັດ ແລະ ກ້ອງໜ້າ 5 ລ້ານພິກເຊວ.
ສະເປັກເຕັມສາມາດເຂົ້າຊົມໄດ້ທີ່ລິ້ງທ້າຍຂ່າວ

image

ເຖິງວ່າ Yunicorn ຈະຍັງໃຊ້ຊິບປະມວນຜົນ MediaTek Helio P10  ທີ່ເກົ່າແລ້ວ, ແຕ່ວ່າຄວາມແຮງທາງດ້ານກຣາບຟິກກໍຖືວ່າດີກວ່າ Kirin 650 ທີ່ຫົວເຫວີ່ຍຫາກ່ອນນຳມາໃຊ້ກັບ Honor 5C ແລະ P9 Lite ທີ່ເປີດໂຕໄປແລ້ວ.

ໃນດ້ານໂຕເຄື່່ອງຂອງ Yunicorn ທາງດ້ານຫຼັງແມ່ນເຮັດດ້ວຍອະລູມີນ້ຽມ ແລະ ຂອບດ້ານຂ້າງແມ່ນເຮັດດ້ວຍເຫຼັກທີ່ມີຄວາມບາງ 8.5 ມມ. ສຳລັບລະບົບສະແກນລາຍນິ້ວມືນັ້ນແມ່ນຖືກຕິດຕັ້ງໄວ້ທີ່ປຸ່ມໂຮມດ້ານໜ້າ ສາມາດປົດລ໋ອກເຄື່ອງໄດ້ໄວພຽງ 0.2 ວິນາທີ. ພື້ນທີ່ຈັດເກັບ 32GB , Ram 4GB. ແບັດເຕີຣີໃຫ້ມາ 4000mAh, ຮອງຮັບ 2 ຊິມ ແລະ ຮອງຮັບເຄື່ອຂ່າຍ 4G LTE

YU YUNICORN ນັ້ນມີ 3 ສີໃຫ້ເລືອກໄດ້ແກ່: ສີດຳ, ສີເງິນ ແລະລຸ້ນ limited edition ທີ່ເປັນສີຄຳ. ສຳລາຄາໃນຕອນນີ້ແມ່ນ 12,999 ຣູປີ (1.570.000 ກີບ) ສຳລັບໂປຣໂມຊັ່ນພິເສດສະເພາະເດືອນນີ້ເທົ່ານັ່ນ. ສ່ວນລາຄາປົກກະຕິແມ່ນ 13,499 ຣູປີ (1.630.000 ກີບ).

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...