Homeຂ່າວຕ່າງປະເທດນັກວິທະຍາ​ເຕືອນ​ອາກາດ​ປ່ຽນ​ແປງ​ໜັກ ​ເຮັດ​ໃຫ້​ພືດ​ອາຫານ​ເປັນ​ພິດ​ຫຼາຍ​ຂຶ້ນ

ນັກວິທະຍາ​ເຕືອນ​ອາກາດ​ປ່ຽນ​ແປງ​ໜັກ ​ເຮັດ​ໃຫ້​ພືດ​ອາຫານ​ເປັນ​ພິດ​ຫຼາຍ​ຂຶ້ນ

Published on

ຄະນະ​ນັກ​ວິທະຍາສາດ​ມີ​ລາຍ​ງານ​ວິ​ໄຈ​ເຕືອນ​ວ່າ ພື​ດອາຫານ​ຕ່າງໆ​ທີ່​ຜະ​ເຊີນ​ສະພາບ​ອາກາດ​ປ່ຽນ​ແປງ ສ່ຽງ​ກາຍ​ເປັນ​ພິດ​ຫຼາຍ​ຂຶນ ​ແລະ ອາດ​ກໍ່​ໃຫ້​ເກີດບັນຫາ​ສຸຂະພາບ​ທັງ​ຕໍ່​ຄົນ ​ແລະການ​ລ້ຽງສັດ​ທົ່ວ​ໂລກ.

ລາຍ​ງານ​ສະບັບ​ໃໝ່​ຂອງ​ໂຄງການ​ສິ່ງ​ແວດ​ລ້ອມ​ແຫ່ງ​ສະຫະ​ປະຊາຊາດ​ລະບຸ​ວ່າ ພືດ​ອາຫານ​ເຊັ່ນ ​ເຂົ້າບາ​ເລ ​ແລະ ສາລີ​ມີ​ຄວາມ​ສ່ຽງ​ກາຍ​ເປັນ​ພິດ​ສູງ​ເນື່ອງ​ຈາກ​ມັນ​ຈະ​ທຳ​ປະຕິກິລິຍາ​ປົກ​ປ້ອງ​ຕົວ​ເອງ​ຈາກ​ສະພາວະ​ອາ​ກາດ​ທີ່​ປ່ຽນ​ແປງ​ຮຸນ​ແຮງ ການ​ທຳ​ປະຕິກິລິຍາ​ໃນ​ກະບວນ​ການ​ເຄມີ​ຂອງ​ພືດ​ເປັນ​ອັນຕະລາຍ​ຫາ​ກມະນຸດ ຫຼື ສັດ​ທີ່​ກິນ​ເຂົ້າ​ໄປ​ເປັນ​ໄລຍະ​ເວລາ​ໜຶ່ງ ລາຍ​ງານ​ສະບັບ​ຫຼ້າ​ສຸດ​ນຳ​ມາ​ເປີດ​ເຜີຍ​ລະຫວ່າງ​ການປະຊຸມ​ສະມັດຊາ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ທີ່​ນະຄອນຫຼວງ​ໄນ​ໂຮ​ບີ, ​ແຈັກ​ລີ​ນ, ​ແມັກ​ເກ​ລດ ຫົວໜ້າ​ທີ​ມນັກ​ວິທະຍາສາດ ​ແລະ ຜູ້ອຳ​ນວຍ​ການ​ຝ່າຍ​ເຕືອນ​ໄພ ​ແລະ ປະມວນ​​ເມີນ​ຜົນ​ກ່າວ​ວ່າ ພືດ​ຕ່າງໆ​ມີ​ປະຕິກິລິຍາ​ຕອບ​ສະ​ໜອງ​ຕໍ່​ໄພ​ແລ້ງ ​ແລະ ອຸນຫະພູມ​ທີ່​ເພີ່ມ​ຂຶ້ນ ປຽບທຽບ​ກັບ​ຄົນ​ເຮົາ​ທີ່​ຜະ​ເຊີນ​ສະຖານະ​ກາ​ນ​ເຄັງ​ຕຶງ​ທີ່​ສຸດ ການ​ທີ່​ພືດຕ້ອງ​ຢູ່​ໃນ​ສະພາວະ​ໄພ​ແລ້ງ​ຍາວ​ນານ​ຍິ່ງ​​ເຮັດ​ໃຫ້​ຂະ​ບວນການ​ຂອງ​ພືດ​ປ່ຽນ​ແປງ ​ແລະ​ກົດ​ດິນ​​ໂພ​​ແທສ​ຊຽມ​​ໄນ​ເຕຣດ (Potassium Nitrate)ສະ​ສົມ ສຳລັບ​ພືດ​ອາຫານ​ທີ່​ຄາດ​ວ່າ​ຈະ​ມີ​ກົດ​ນີ້​ສະ​ສົມ​ຫຼາຍ​ໃນ​ສະພາບ​ອາກາດ​ປ່ຽນ​ແປງ​ສຸດໆ ທັງ​ຮ້ອນ​ສຸດ ຝົນຕົກ​ໜັກ​ຕາມ​ມາ ​ໄດ້​ແກ່ ສາລີ, ​ເຂົ້າ​ບາ​ເລ, ຖົ່ວ​ເຫຼືອງ ​ແລະ ​​ເມັດ​ທັນ​ຍະ​ພືດ​ເປັນ​ຕົ້ນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...