Homeຂ່າວຕ່າງປະເທດນາໂຕ້ລະບຸ ຈະເປີດກອງປະຊຸມສຸດຍອດ ທີ່ເມືອງຫລວງໂປໂລຍ ຕົ້ນເດືອນມິຖຸນານີ້!

ນາໂຕ້ລະບຸ ຈະເປີດກອງປະຊຸມສຸດຍອດ ທີ່ເມືອງຫລວງໂປໂລຍ ຕົ້ນເດືອນມິຖຸນານີ້!

Published on

ສຳນັກຂ່າວເອພີ ລາຍງານໃນວັນທີ 31 ພຶດສະນີ້ວ່າ ທ່ານ ເຈນສ໌ ສະໂຕເຕນເບີກ ເລຂາທິການໃຫຍ່ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ໄດ້ອອກມາເປີດເຜີຍ ໃນວັນຈັນທີ 30 ພຶດສະພາ 2016 ຜ່ານມານີ້ວ່າ ກອງປະຊຸມສຸດຍອດນາໂຕ້ ຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ມິຖຸນານີ້ ທີ່ນະຄອນຫລວງວໍໍຊໍ ປະເທດໂປໂລຍ ໂດຍບັນດາຜູ້ນຳຊາດສະມາຊິກນາໂຕ້ ຈະທຳການຫາລືເພື່ອສ້າງຫລັກປະກັນ ດ້ານຄວາມໝັ້ນຄົງ ໃຫ້ແກ່ໂປໂລຍ ແລະ ປະເທດສະມາຊິກອື່ນໆ ໃນພາກພື້ນເອີຣົບຕາເວັນອອກ ທີ່ກຳລັງວິຕົກກັງວົນ ຕໍ່ກັບອິດທິພົນທາງທະຫານຂອງຣັດເຊຍ.

ທ່ານ ສະໂຕເຕັນເບີກ ໄດ້ເປີດເຜີຍວ່າ ຈະມີການສົ່ງກຳລັງທະຫານ ແລະ ຍຸດໂທປະກອນ ຈາກປະເທດສະມາຊິກນາໂຕ້ ຊຶ່ງລວມທັງສະຫະລັດອາເມຣິກາ ເຂົ້າມາປະຈຳການໃນໂປໂລຍ ຕະຫລອດຮອດບັນດາປະເທດ ໃນເຂດທະເລບອນຕິກ ແລະ ດິນແດນອື່ນໆ ໃນພາກພື້ນນີ້ ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມເປັນເອກະພາບຂອງນາໂຕ້.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...